ຕາເວັນອອກກາງອາດຈະເກີດຄວາມເຄັ່ງຕຶງຄັ້ງໃຫມ່
(VOVWORLD)- ພາຍຫລັງຕົກລົງຮັບຮອງ Jelusalem ແມ່ນນະຄອນຫລວງຂອງ ອິດສະຣາແອນ, ວັນທີ 25 ມີນາ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນຖະແຫລງການຮັບຮອງອະທິປະໄຕຂອງ ອິດສະຣາແອນ ຢູ່ ເຂດພູພຽງ Golan ຢ່າງເປັນທາງການ. ການກະທຳຂອງທ່ານ D. Trump ອີກຄັ້ງຫນຶ່ງເຮັດໃຫ້ຫາງສຽງສາກົນມີຄວາມສົນໃຈທີ່ສຸດ, ເມື່ອຕ່າວປີ້ນນະໂຍບາຍຂອງ ອາເມລິກາ ສຳລັບພາກພື້ນນີ້ ເຊິ່ງໄດ້ປະຕິບັດໃນໄລຍະກວ່າ 50 ປີຜ່ານມາ. ການກະທຳດັ່ງກ່າວຂອງທ່ານ D. Trump ເຮັດໃຫ້ຫາງສຽງໂລກມີຄວາມວິຕົກກັງວົນ ແລະ ກ່າວເຕືອນວ່າ ອາດຈະກໍ່ຜົນຮ້າຍອັນຕະລາຍສຳລັບດ້ານການເມືອງ ຄວາມໝັ້ນຄົງ ແລະ ຜົນຮ້າຍຕາມຫລັງຕໍ່ກົດໝາຍສາກົນ.










