ສາກົນຕີລາຄາສູງເລື່ອງ ຫວຽດນາມ ກະກຽມກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ
(VOVWORLD) - ວັນທີ 27 ກຸມພາ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ເລີ່ມຕົ້ນດຳເນີນຢູ່ ຮ່າໂນ້ຍ. ໃນຊຸມວັນຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພກໍ່ຄືວຽກງານພະລາທິການຢ່າງຄົບຊຸດ ເພື່ອໃຫ້ເຫນການດັ່ງກ່າວດຳເນີນໄປຢ່າງດີງາມ.










