CPTPP ເພີີ່ມຄວາມແກ້ງແຍ້ງໃນຕະຫຼາດແຮງງານສາກົນ
(VOVWORLD) -ຫວຽດນາມ ຫາກໍກາຍເປັນປະເທດ ທີ 7 ທີ່ໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ເມື່ອສັນຍາສະບັບດັ່ງກ່າວ ມີຜົນສັກສິດໃນທ້າຍປີນີ້ ຈະເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ຫວຽດນາມ, ແຕ່ກໍຈະວາງອອກສິ່ງທ້າທາຍບໍ່ແມ່ນໜ້ອຍ, ໃນນັ້ນ ຕ້ອງນັບທັງຂົງເຂດວຽກເຮັດງານທໍາ, ຕະຫຼາດແຮງງານ ແລະ ການພົວພັນໃນການອອກແຮງງານ.










