(VOVWORLD) -ເດືອນສິງຫາຂອງ 73 ປີກ່ອນນີ້, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ມີຄວາມຟົດຟື້ນມ່ວນຊື່ນຕໍ່ຄວາມເອກອ້າງທະນົງໃນທີ່ລົ້ນເຫຼືອ ເມື່ອປະເທດຊາດໄດ້ຫຼຸດພົ້ນອອກຈາກແອກຂ້າທາດ ແລະຊີວິດການເປັນຢູ່ທີ່ລໍາບາກກາກກໍາ. ນັບແຕ່ນັ້ນມາ, ປະຊາຊົນໄດ້ມີເອກະລາດ - ມີຄວາມເສລີພາບ ເພື່ອສ້າງສາປະເທດຊາດ, ສ້າງສາບ້ານເກີດເມືອງນອນ ແລະ ສ້າງຄອບຄົວຂອງຕົນໃຫ້ມີຄວາມອົບອຸ່ນ. ເມື່ອລະດູໃບໄດ້ຫຼົ່ນວຽນມາ, ວັນບຸນສະຖາປະນາປະເທດແຕ່ລະເທື່ອ, ຢູ່ທຸກແຫ່ງຫົນຂອງປະເທດຫວຽດນາມ ແມ່ນເຕັມໄປດ້ວຍສີແດງຂອງທຸງຊາດ - ສີແດງຂອງການເສຍສະຫຼະເລືອດເນື້ອ ແລະສີແດງຂອງຄວາມເອກອ້າງທະນົງໃຈຕໍ່ໝາກຜົນແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ. ບັນຍາກາດດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ປະເທດຫວຽດນາມທີ່ນັບມື້ນັບພັດທະນາຢ່າງໝັ້້ນຄົງ ແລະ ເຊື່ອມໂຍງ.