ຍົກລະດັບການພົວພັນລະຫວ່າງຫວຽດນາມ - ກຳປູເຈຍໃຫ້ພັດທະນາ, ໝັ້ນຄົງກວ່າ
(VOVWORLD) -ນັບແຕ່ວັນທີ 20-22 ກໍລະກົດ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຕາມຄຳເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ. ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາຄາດໝາຍທີ່ວາງອອກຢູ່ໃນລະດັບສູງ, ແມ່ນຂີດໝາຍປະຫວັດສາດ, ເປີດໄລຍະໃຫມ່ໃນການພົວພັນສອງປະເທດຫວຽດນາມ ແລະ ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ແທດຈິງກວ່າ.










