APEC 2017 ສ້າງກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ
(VOVWORLD)-ວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ສືບຕໍ່ດຳເນີນບັນດາກອງປະຊຸມສຳຄັນໃນຂອບເຂດປີ APEC 2017. ໂດຍອີງໃສ່ຫົວເລື່ອງລຸລ່ວງຂອງປີ APEC 2017 ແມ່ນ “ສ້າງກຳລັງໜູນໃໝ່ຕື່ມອີກ, ພ້ອມກັນເພີ່ມພູນຄຸນສ້າງໃຫ້ອະນາຄົດລວມ”, ບັນດາກອງປະຊຸມຄັ້ງນີ້ສືບຕໍ່ມຸ່ງຈຸດສຸມສູ່ບັນຫາຊຸກຍູ້ດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດໃນ APEC, ຊຸກຍູ້ການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງດ້ານເສດຖະກິດ. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ປະຊາຄົມວິສາຫະກິດຫວຽດນາມ ກໍ່ພວມມານະພະຍາຍາມຍາດແຍ່ງກາລະໂອກາດ, ເພື່ອສ້າງການພົວພັນຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືໃນພາກພື້ນ. ບົດຂຽນ “APEC 2017 ສ້າງກາລະໂອກາດພັດທະນາໃໝ່ໃຫ້ແກ່ຫວຽດນາມ” ຂອງນັກຂ່າວ ແອ໋ງຮ່ວຽນ.










