ສະຖານະການ ການເມືອງ

24/04/2024

ໂລກ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​​ສົນ​ທິ​ສັນ​ຍາ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ຕ້ານ​ການ​ມົນ​ລະ​ພິດ​​ຢາງປ​ຼາດ​ຕິກ

(VOVWORLD) - ວັນທີ 23 ເມສາ ການນຳຫຼາຍປະເທດ ແລະ ກຸ່ມບໍລິສັດໃຫຍ່ໃນໂລກ ໄດ້ເລີ່ມຕົ້ນການເຈລະຈາຮອບຕໍ່ໄປຂອງສົນທິສັນຍາທົ່ວໂລກກ່ຽວກັບການຕ້ານມົນລະພິດປຼາດຕິກ ຢູ່ນະຄອນ Ottawa ( ການາດາ), ດ້ວຍຄວາມຕັດສິນໃຈ ຮັດແຄບຄວາມບໍ່ລົງລອຍກັນເພື່ອບັນລຸໄດ້ເປົ້າໝາຍຮັບຮອງເອົາສົນທິສັນຍາໃນທ້າຍປີ 2024.

ໂລກ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​​ສົນ​ທິ​ສັນ​ຍາ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ຕ້ານ​ການ​ມົນ​ລະ​ພິດ​​ຢາງປ​ຼາດ​ຕິກ
23/04/2024

ຫວຽດ​ນາມ ປະ​ກອບ​ສ່ວນ​ເພື່​ອອະ​ນາ​ຄົດ ອາ​ຊຽນ

(VOVWORLD) - ເວທີປາໄສອະນາຄົດ ອາຊຽນ (ASEAN Future Forum – AFF), ຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີເປັນຄັ້ງທຳອິດ ໄດ້ດຳເນີນໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຖືປະຊາຊົນເປັນໃຈກາງ”, ເວທີປາໄສດັ່ງກ່າວໄດ້ແນໃສ່ຊອກຫາມາດຕະການໃຫ້ແກ່ອະນາຄົດຂອງ ອາຊຽນ ໃນສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງໃນປັດຈຸບັນ. ເວທີປາໄສໄດ້ສະແດງບົດບາດຕັ້ງໜ້າຂອງ ຫວຽດນາມ ໃນວິວັດການສ້າງປະຊາຄົມ ອາຊຽນ ມຸ່ງໄປເຖິງປະຊາຊົນ.

ຫວຽດ​ນາມ ປະ​ກອບ​ສ່ວນ​ເພື່​ອອະ​ນາ​ຄົດ ອາ​ຊຽນ
22/04/2024

ເດືອນມະນຸດສະທຳລະດັບຊາດ: ສືບຕໍ່ການເດີນທາງແຫ່ງຄວາມເມດຕາປານີ

(VOVWORLD) - ນັບແຕ່ປີ 2018, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີເພື່ອໃຫ້ສະພາກາແດງ ຫວຽດນາມ ຈັດທົດລອງເດືອນມະນຸດສະທຳໃນຂອບຂອດທ້ອງຖິ່ນຈຳນວນໜຶ່ງ.

ເດືອນມະນຸດສະທຳລະດັບຊາດ: ສືບຕໍ່ການເດີນທາງແຫ່ງຄວາມເມດຕາປານີ
19/04/2024

ເສດຖະກິດທົ່ວໂລກ: ບັນດາຈຸດເດັ່ນ, ຄວາມ​ສ່ຽງ

(VOVWORLD) - ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ ທີ່ປະກາດຫວ່າງມໍ່ໆມານີ້, ບັນດາອົງການການເງິນໃຫຍ່ເກືອບທັງໝົດລ້ວນແຕ່ມີຂໍ້ສັງເກດວ່າ: ເສດຖະກິດໂລກ ໄດ້ຫລຸດພົ້ນອອກຈາກໄພຖືກຊຸດໂຊມ ແລະ ມີການເຕີບໂຕເລັກໜ້ອຍໃນປີນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາປັດໄຈຄວາມສ່ຽງກ່ຽວກັບສະພາບເງິນເຟີ້, ຄວາມເຄັ່ງຕຶງດ້ານພູມສາດການເມືອງຍັງໃຫຍ່ຫຼວງພໍສົມຄວນ.

ເສດຖະກິດທົ່ວໂລກ: ບັນດາຈຸດເດັ່ນ, ຄວາມ​ສ່ຽງ
18/04/2024

ຄວາມສາມັກຄີທົ່ວປວງຊົນທັງຊາດ ມີບົດບາດຕັດສິນຊີ້ຂາດສຳລັບການພັດທະນາຂອງປະເທດຊາດ

(VOVWORLD) -ວັນທີ 18 ເມສາ, ກົງກັບວັນທີ 10/3 ໄລ່ຕາມຈັນທະປະຕິທິນ ແມ່ນວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ຢູ່ ພາຍໃນ ແລະ ຕ່າງປະເທດ ເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນການສ້າງສາປະເທດຊາດຂອງບັນດາເຈົ້າຊີວິດຮຸ່ງ ແລະ ກໍ່ແມ່ນໂອກາດເພື່ອປັບປຸງຈິດໃຈສາມັກຄີທົ່ວປວງຊົນທັງຊາດຂອງຊາວຫວຽດນາມ ເຊິ່ງມີກົກເຄົ້າເຫງົ້າກໍດຽວກັນ, ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ, ມີຈິດໃຈສາມັກຄີໂດຍເລີ່ມຈາກການໄຫວ້ບູຊາເຈົ້າຊີວິດຮຸ່ງ ຍາມໃດກໍ່ໄດ້ຮັບການເສີມຂະຫຍາຍທັງໃນອະດີດຕະການ ແລະ ປະຈຸບັນ, ສວມບົດບາດຕັດສິນຊີ້ຂາດສຳລັບການພັດທະນາຂອງປະເທດຊາດ.

ຄວາມສາມັກຄີທົ່ວປວງຊົນທັງຊາດ ມີບົດບາດຕັດສິນຊີ້ຂາດສຳລັບການພັດທະນາຂອງປະເທດຊາດ
17/04/2024

ກາຍ​ເປັນ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ​ງານ UN Women: ການ​ຮັບ​ຮູ້​ຂອງ​ສາ​ກົນ ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ເໝີ​ພາບ ລະ​ຫວ່າງ​ຍິງ - ຊາຍ ຢູ່ ຫວຽດ​ນາມ

(VOVWORLD) - ຫວ່າງແລ້ວນີ້, ທຸກປະເທດສະມາຊິກສະພາເສດຖະກິດສັງຄົມ ສປຊ (ECOSOC) ລ້ວນແຕ່ເຫັນດີເຫັນພ້ອມເລືອກເອົາ ຫວຽດນາມ ເຂົ້າເປັນສະມາຊິກ ສະພາບໍລິຫານງານອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ ຊາຍ ແລະ ການມອບສິດ ໃຫ້ແກ່ ແມ່ຍິງ (UN Women) ອາຍຸການ 2025 – 2027. ສິ່ງນີ້ ສະແດງໃຫ້ເຫັນການຮັບຮູ້ ແລະ ຕີລາຄາສູງຂອງປະຊາຄົມ ສາກົນ ຕໍ່ບັນດານະໂຍບາຍ, ຜົນງານກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ ຊາຍ ແລະ ຄວາມມານະພະຍາຍາມໃນການຮ່ວມມືສາກົນຂອງ ຫວຽດນາມ ໃນຂົງເຂດນີ້.

ກາຍ​ເປັນ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ​ງານ UN Women: ການ​ຮັບ​ຮູ້​ຂອງ​ສາ​ກົນ ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ເໝີ​ພາບ ລະ​ຫວ່າງ​ຍິງ - ຊາຍ ຢູ່ ຫວຽດ​ນາມ
16/04/2024

ຄວາມ​ກ້າວ​ໜ້າ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່ ຫວຽດ​ນາມ ແມ່ນ​ບໍ່​ອາດ​ປະ​ຕິ​ເສດ​ໄດ້

(VOVWORLD) - ບົດລາຍງານແຫ່ງຊາດຂອງ ຫວຽດນາມ ຕາມກົນໄກກວດກາປະຈຳໄລຍະ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ ນັ້ນ ຫວຽດນາມ ຈະລາຍງານຕໍ່ສະພາສິດທິມະນຸດ ສປຊ ໃນເດືອນ ພຶດສະພາ ຈະມາເຖິງ. ນີ້ແມ່ນເວທີປາໄສ ເພື່ອໃຫ້ ຫວຽດນາມ ສືບຕໍ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍ ກ່ຽວກັບການຮັບປະກັນສິດທິມະນຸດຂອງ ຫວຽດນາມ, ຄັດຄ້ານບັນດາຄຳຄິດຄຳເຫັນທີ່ບໍ່ເຂົ້າເນື້ອເຂົ້າຕ່ອນ, ຂາດເຈດຕະນາດີສຳລັບສະພາບການສິດທິມະນຸດຢູ່ ຫວຽດນາມ.

ຄວາມ​ກ້າວ​ໜ້າ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່ ຫວຽດ​ນາມ ແມ່ນ​ບໍ່​ອາດ​ປະ​ຕິ​ເສດ​ໄດ້
15/04/2024

ຊູດັງ ຍັງຄົງຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງພາຍຫຼັງເກີດການປະທະກັນເປັນເວລາ 1 ປີ

(VOVWORLD) - ໃນຮອບເວລາ 1 ປີຜ່ານມາຢູ່ ຊູດັງ ໄດ້ເຮັດໃຫ້ເກືອບ 15.000 ຄົນເສຍຊີວິດ ແລະ ນັບໝື່ນຄົນຮັບບາດເຈັບ. ມີປະຊາຊົນກວ່າ 8,5 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ

ຊູດັງ ຍັງຄົງຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງພາຍຫຼັງເກີດການປະທະກັນເປັນເວລາ 1 ປີ
12/04/2024

ບາດກ້າວເດີນໃໝ່ຂອງ ສະຫະພາບເອີລົບ ໃນນະໂຍບາຍ ອົບພະຍົບ ແລະ ລີ້ໄພ

(VOVWORLD) - ວັນທີ 10 ເມສາ, ສະຫະພາບເອີລົບ (EP) ໄດ້ປ່ອນບັດຮັບຮອງເອົາສົນທິສັນຍາວ່າດ້ວຍການອົບພະຍົບ ແລະ ລີ້ໄພສະບັບໃໝ່. ນີ້ໄດ້ຮັບຖືວ່າແມ່ນບາດກ້າວປະຫວັດສາດຂອງກຸ່ມນີ້ໃນການຮັບມືກັບໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ຫຼວງທີ່ສຸດເຊິ່ງ ເອີລົບ ຕ້ອງປະເຊີນໜ້າໃນກ່ວາ 1 ທົດສະວັດຜ່ານມາ.

ບາດກ້າວເດີນໃໝ່ຂອງ ສະຫະພາບເອີລົບ ໃນນະໂຍບາຍ ອົບພະຍົບ ແລະ ລີ້ໄພ
11/04/2024

ພາບພົດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນມີຊີວິດຊີວາ

(VOVWORLD) -ຫວຽດນາມແມ່ນ ປະເທດມີຫລາຍສາສະຫນາ. ປະຊາຊົນຊື່ຖືສາສະຫນາລ້ວນແຕ່ມີຄວາມເສລີໃນການເຄື່ອນໄຫວສາສະຫນາຂອງຕົນໃນສະພາບສະຖຽນລະພາບ, ປ່ອງດອງ, ສະເຫມີພາບ, ສອດຄ່ອງກັບກົດໝາຍ. ໃນຊຸມມື້ມໍ່ໆມານີ້ ສະພາບການເຊື່ອຖື ເຫລື້ອມໃສສາສະຫນາ ແມ່ນມີຊີວິດຊີວາກວ່າ ດ້ວຍບັນຍາກາດປິຕິຊົມຊື່ນ, ຕ້ອນຮັບບຸນປີໃຫມ່ Chol Chnam Thmay ຂອງຊາວເຜົ່າ ຂະແມ ຢູ່ ພາກໃຕ້ ຫວຽດນາມ. ສະພາບຕົວຈິງການເຄື່ອນໄຫວທາງສາສະຫນານັບມື້ນັບຟົດຟື້ນ ເປັນການພິສູດໃຫ້ຢ່າງຈະແຈ້ງການຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ.

ພາບພົດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນມີຊີວິດຊີວາ