ສ້າງເຂດໄຕງວຽນພັດທະນາຢ່າງກົມກຽວ
(VOVWORLD) - ທ້າຍອາທິດຜ່ານມາ, ຢູ່ແຂວງດັກລັກ, ໄດ້ດຳເນີນກອງປະຊຸມສະຫຼຸບການປະຕິບັດມະຕິເລກທີ 10 (ປີ 2002) ແລະ ບົດສະຫຼຸບເລກທີ 12 (ປີ 2011) ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດໄຕງວຽນ. ບັນດາການກຳນົດທິດໃໝ່ກ່ຽວກັບການພັດທະນາເຂດໄຕງວຽນໃນໄລຍະຈະມາເຖິງ ໄດ້ຍົກອອກມາ ບົນຈິດໃຈພັດທະນາໄຕງວຽນ ໂດຍໄວ ແລະ ຍືນຍົງ ແມ່ນຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ, ຂອງທົ່ວລະບົບການເມືອງ.










