ໄຊຊະນະດ້ຽນບຽນຝູ: ຫວນຄືນອະດີດຕະການເພື່ອມຸ່ງໄປເຖິງອະນາຄົດ
(VOVWORLD) -ດ້ຽນບຽນຝູແມ່ນໜຶ່ງໃນບັ້ນບຸກໂຈມຕີຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20. ມາຮອດປະຈຸບັນ, ເຫດການດັ່ງກ່າວຍັງໄດ້ເຕື້ອງເຖິງໃນເອກະສານປະຫວັດສາດຫຼາຍສະບັບ.

(VOVWORLD) -ດ້ຽນບຽນຝູແມ່ນໜຶ່ງໃນບັ້ນບຸກໂຈມຕີຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20. ມາຮອດປະຈຸບັນ, ເຫດການດັ່ງກ່າວຍັງໄດ້ເຕື້ອງເຖິງໃນເອກະສານປະຫວັດສາດຫຼາຍສະບັບ.

(VOVWORLD) - ວັນທີ 4 ພຶດສະພາ, ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ປະກາດຂໍ້ສະເໜີບ້ວງລົງໂທດໃໝ່ ແນໃສ່ລັດເຊຍ, ໃນນັ້ນ, ໜ້າເອົາໃຈໃສ່ແມ່ນບັນດາມາດຕະການລົງໂທດ ໃນຂົງເຂດນ້ຳມັນບໍ່ຂອງລັດເຊຍ. ນີ້ແມ່ນບ້ວງລົງໂທດທີ 6 ຊື່ງ ອີຢູ ໄດ້ຈັດວາງໃສ່ລັດເຊຍ ນັບແຕ່ປະເທດນີ້ ໄດ້ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ. ກ່ອນໜ້ານັ້ນ, ບັນດາປະເທດອີຢູ ໄດ້ຈັດການປະຊຸມ ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກຂອງກຸ່ມ ກ່ຽວກັບດ້ານພະລັງງານ. ແຕ່ເຖິງແນວນັ້ນກໍ່ຕາມ, ອີຢູ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກໃນສະເພາະໜ້າ ກໍ່ຄືໃນໄລຍະຍາວ.

(VOVWORLD) -ສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນຊື່ງໄດ້ນຳມາປຶກສາຫາລື ຢູ່ ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ XIII ພວມດຳເນີນໄປຢູ່ ຮ່າໂນ້ຍ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ຍົກໃຫ້ເຫັນຫລາຍບັນຫາສຳຄັນກ່ຽວກັບວຽກງານກໍ່ສ້າງພັກ ແລະ ລະບົບອຳນາດການປົກຄອງ ເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງໃນແຜນຮ່າງກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ; ແຜນຮ່າງສ້າງຕັ້ງ ຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້; ບົດລາຍງານສຳຫລວດກວດຄືນການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາ ປີ 2021.

(VOVWORLD) -ພັດທະນາເສດຖະກິດດີຈີຕອນແມ່ນໜຶ່ງໃນບັນດາການກຳນົດທິດ, ພ້ອມກັນນັ້ນກໍ່ແມ່ນເປົ້າໝາຍສຳຄັນກ່ຽວກັບການພັດທະນາຂອງ ຫວຽດນາມ. ຕາມນັ້ນແລ້ວ, ເສດຖະກິດດີຈີຕອນພ້ອມກັບລັດຖະບານ ດີຈີຕອນ ແລະ ສັງຄົມດີຈີຕອນແມ່ນ ໜຶ່ງ ໃນ 3 ເສົາຄ້ຳຂອງການຫັນເປັນດີຈີຕອນ - ທ່າອ່ຽງຈຳເປັນຂອງທົ່ວໂລກ ເຊິ່ງລັດຖະບານທີ່ກຳນົດຢ່າງຈະແຈ້ງ. ຊຸມປີຜ່ານມາ, ລັດຖະບານ, ປະຊາຄົມວິສາຫະກິດ ແລະ ທັງໝົດພາກສ່ວນເສດຖະກິດ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອຫັນເປົ້າໝາຍພັດທະນາເສດຖະກິດດີຈີຕອນໃຫ້ປະກົດຜົນເປັນຈິງ.

(VOVWORLD) -ວັນທີ 27 ເມສາ, ເປັນຄັ້ງທຳອິດທີ່ ຫວຽດນາມ ແຕ່ງຕັ້ງກອງທະຫານຊ່າງແສງໄປປະຕິບັດໜ້າທີ່ຢູ່ ຄະນະປ້ອງກັນຄວາມສະຫງົບຊົ່ວຄາວ ຂອງ ສປຊ ປະຈຳ Abyei - ເຂດເກີດການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ (ເຊິ່ງເອີ້ນຫຍໍ້ວ່າ ຄະນະ UNISFA). ເຫດການດັ່ງກ່າວໄດ້ສ້າງຂີດໝາຍແກ່ບາດກ້າວພັດທະນາໃໝ່ ແລະ ສຳຄັນຂອງ ຫວຽດນາມ ໃນຂົງເຂດເຂົ້າຮ່ວມຮັກສາສັນຕິພາບ ສປຊ.

(VOVWORLD) -ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ, ມີການພັດທະນາຢ່າງແຮງ, ຮອບດ້ານເມື່ອທຽບໃສ່ຊຸມປີກ່ອນດຳເນີນການປ່ຽນແປງໃໝ່.

(VOVWORLD) -ຫວຽດນາມ ພວມກໍ່ສ້າງ ແລະ ພັດທະນາຊົນຊັ້ນກຳມະກອນຢ່າງແທດຈິງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດ ສາກົນ. ຕາມນັ້ນແລ້ວ, ເລື່ອງໂຄສະນາ ແລະ ສຶກສາກ່ຽວກັບພາລະກຳ, ບົດບາດຂອງຊົນຊັ້ນກຳມະກອນ; ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນ; ປ່ຽນໃຫມ່ວິທີຊີ້ນຳຂອງພັກຕໍ່ບັນດາອົງການການເມືອງ ສັງຄົມໃນວິສາຫະກິດ ພ້ອມທັງປ່ຽນໃຫມ່ວິທີການເຄື່ອນໄຫວຂອງອົງການນີ້ໃຫ້ເໝາະສົມກັບສະພາບການໃຫມ່ ນັ້ນແມ່ນບັນດາມາດຕະການພື້ນຖານ.

(VOVWORLD) -ໄຊຊະນະວັນທີ 30 ເມສາ 1975 ໄດ້ປະກອບສ່ວນຊຸກຍູ້ການຕໍ່ສູ້ຂອງມວນມະນຸດກ້າວໜ້າ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 30 ເມສາຫາວັນທີ 1 ພຶດສະພາປີ 2022. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ Kishida Fumio ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ (ເມື່ອເດືອນຕຸລາປີ 2021). ຊື່ງເປັນຂີດໝາຍສຳຄັນໃໝ່ ໃນວິວັດການປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ-ຍີ່ປຸ່ນ

(VOVWORLD) -ຕອນເຊົ້າວັນທີ 27 ເມສາ ປີ 2022 ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີສົ່ງກອງທະຫານຊ່າງແສງເລກ 1 ແລະ ໂຮງໝໍກາງສະຫນາມ ຂັ້ນ 2 ເລກ 4 ອອກເດີນທາງໄປປະຕິບັດຫນ້າທີ່ຮັກສາສັນຕິພາບຂອງ ສະຫະປະຊາຊາດ ຢູ່ Abyei ແລະ ຊູດັງໃຕ້. ການເຄື່ອນໄຫວຮັກສາສັນຕິພາບພ້ອມກັບສະຫະປະຊາຊາດຂອງ ຫວຽດນາມ ໃນໄລຍະ 8 ປີຜ່ານມາ ນັບມື້ນັບແຜ່ຂະຫຍາຍພາບພົດປະເທດຊາດ ແລະ ຊາວຫວຽດນາມ ຮັກຫອມສັນຕິພາບ ເພື່ອປະຊາຄົມມວນມະນຸດທີ່ວັດທະນາຖາວອນ ແລະ ພັດທະນາ.
