ສະຖານະການ ການເມືອງ

27/04/2022

ຫວຽດ​ນາມ - ຈີນ ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ

(VOVWORLD) -ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 ຫາກໍ່ດຳເນີນຢູ່ເມືອງ ກ໋ວາງຮວາ, ແຂວງກາວບັ່ງ (ຫວຽດນາມ) ແລະ ເມືອງ ລອງເຊົາ, ແຂວງ ກ໋ວາງຊີ (ຈີນ). ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມຮັບຮູ້ລວມທີ່ສຳຄັນ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຕັດສິນໃຈປັບປຸງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຈີນ - ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີສະຖຽນລະພາບ.

ຫວຽດ​ນາມ - ຈີນ ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ
26/04/2022

ອາ​ຍຸ​ການ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ

(VOVWORLD) - ໂດຍຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນທີ 24 ເມສາ, ທ່ານ Emmanuel Macron ຈະສືບຕໍ່ນຳພາປະເທດ ຝລັ່ງ ຕື່ມອີກ 5 ປີ. ເຖິງຢ່າງໃດກໍຕາມ, ຕາມວົງການນັກໄຈ້ແຍກແລ້ວ, ໃນສະເພາະໜ້າ, ທ່ານປະທານາທິບໍດີທີ່ມີອາຍຸ 44 ປີນີ້ ຈະປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ພິເສດແມ່ນການຮຳບາດແຜຂອງປະເທດທີ່ພວມຖືກແບ່ງແຍກຢ່າງເລິກເຊິ່ງນີ້.

ອາ​ຍຸ​ການ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ
26/04/2022

ເສດຖະກິດ ດີຈີຕອນ - ກຳລັງຫນູນເຕີບໂຕຂອງເສດຖະກິດນະຄອນໂຮ່ຈີມິນ

(VOVWORLD) -ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນນຳຫນ້າໃນທົ່ວປະເທດປະຕິບັດການພັດທະນາເສດຖະກິດ ດິຈິຕອນ. ນະຄອນ ວາງຄາດໝາຍຮອດປີ 2025, ເສດຖະກິດ ດິຈິຕອນ ຈະກວມເອົາອັດຕາ 25% ໃນ GRDP ແລະ ຮອດປີ 2030 ແມ່ນ 40%. ເພື່ອບັນລຸຄາດໝາຍນັ້ນໃຫ້ໄດ້, ນະຄອນ ໄດ້ ແລະ ພວມສ້າງຫລາຍນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ ດິຈິຕອນ.

ເສດຖະກິດ ດີຈີຕອນ - ກຳລັງຫນູນເຕີບໂຕຂອງເສດຖະກິດນະຄອນໂຮ່ຈີມິນ
25/04/2022

ການເຄື່ອນໄຫວມິດຕະພາບ 2022: ຊ່ວຍເພື່ອນມິດສາກົນຫຍັບເຂົ້າມາໃກ້ກັບ ຫວຽດນາມ ກວ່າເກົ່າ

(VOVWORLD) -ເຫດການແມ່ນເພື່ອໂຄສະນາພາບພົດ ຮ່າໂນ້ຍ, ຫວຽດນາມ, ຊ່ວຍເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ.

ການເຄື່ອນໄຫວມິດຕະພາບ 2022: ຊ່ວຍເພື່ອນມິດສາກົນຫຍັບເຂົ້າມາໃກ້ກັບ ຫວຽດນາມ ກວ່າເກົ່າ
22/04/2022

ສ້າງທ່ວງທ່າ ແລະ ກຳລັງໜູນໃໝ່ໃນການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) -ນີ້ແມ່ນກອງປະຊຸມຄັ້ງທີ 2 ກ່ຽວກັບການພັດທະນາເຂດ ເຊິ່ງກົມການເມືອງ, ຄະນະເລຂາຈັດຂຶ້ນໃນເດືອນ ເມສາ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງການພັດທະນາທ່າແຮງຂອງເຂດໃຫ້ເປັນຢ່າງດີທີ່ສຸດ ເພື່ອສ້າງເຂດພັດທະນາໃໝ່

ສ້າງທ່ວງທ່າ ແລະ ກຳລັງໜູນໃໝ່ໃນການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
21/04/2022

ບໍ່ອາດເສກສັນປັ້ນແຕ່ງຄວາມຈິງສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ຢູ່ ຫວຽດນາມ

(VOVWORLD) -ມີບາງອົງການຂາດເຈດຕະນາດີ, ພິເສດ ແມ່ນ “ຄະນະກຳມະການຂອງ ອາເມລິກາ ກ່ຽວກັບສິດເສລີພາບດ້ານສາສະຫນາສາກົນ” (USCIRF) ຫວ່າງແລ້ວນີ້ ໄດ້ມີການຕີລາຄາ ບິດເບືອນຄວາມຈິງກ່ຽວກັບສະພາບການສິດເສລີພາບດ້ານສາສະຫນາຢູ່ ຫວຽດນາມ, ໂດຍບໍ່ຫົວຊາຕໍ່ຄວາມຈິງທີ່ວ່າ ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍຮັບປະກັນສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ໃຫ້ພົນລະເມືອງທຸກຄົນຢ່າງສະເຫມີຕົ້ນສະເຫມີປາຍ.

ບໍ່ອາດເສກສັນປັ້ນແຕ່ງຄວາມຈິງສິດເສລີໃນການເຊື່ອຖື, ການເຄື່ອນໄຫວດ້ານສາສະຫນາ ຢູ່ ຫວຽດນາມ
20/04/2022

ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ຄວາ​ມ​ຫຍຸ້ງ​ຍາກຫຼາຍ​ຢ່າງ

(VOVWORLD) -ໂດຍໄດ້ຮັບຜົນກະທົບຈາກປັດໄຈທີ່ບໍດີຫຼາຍຢ່າງ, ພື້ນຖານເສດຖະກິດໂລກສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ຄວາມສ່ຽງຂອງພື້ນຖານເສດຖະກິດໂລກ ພວມໄດ້ຮັບການຕີລາຄາຢູ່ໃນລະດັບສູງ, ໃນສະພາບການຂາດສະຖຽນລະພາບເປັນພິເສດ. ຄວາມຈິງນີ້ຮຽກຮ້ອງໃຫ້ພື້ນຖານເສດຖະກິດຕ້ອງດຳເນີນ ມາດຕະການຢ່າງແຮງ ຕື່ມອີກເພື່ອສະກັດກັ້ນທ່າຖົດຖອຍ ແລະ ຟື້ນຟູການເຕີບໂຕ.

ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ຄວາ​ມ​ຫຍຸ້ງ​ຍາກຫຼາຍ​ຢ່າງ
19/04/2022

ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຜູກ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ວັນທີ 19 ເມສາ, ທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໂດຍຖືກດຳເນີນພາຍຫຼັງການຢ້ຽມຢາມ ອິນເດຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃນເດືອນ ທັນວາ 2021 ແລະ ການໂອ້ລົມທາງໂທລະສັບລະຫວ່າງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ຫວ່າງມໍ່ໆມານີ້, ການຢ້ຽມຢາມຂອງທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ເປັນການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຜູກ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ
18/04/2022

ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ ເພື່ອພັດທະນາແບບຍືນຍົງ

(VOVWORLD) -ກົມການເມືອງໄດ້ຕົກລົງສ້າງຕັ້ງຄະນະຊີ້ນຳການສ້າງ “ແຜນຮ່າງຍຸດທະສາດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ”

ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ ເພື່ອພັດທະນາແບບຍືນຍົງ
15/04/2022

ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ-ຢູ​ແກຼນ: ຍັງ​ບໍ່​ທັນ​ຊອກ​ຫາ​ສຽງ​ເວົ້າ​ລວມ​ໄດ້ເທື່ອ

(VOVWORLD) - ໂດຍບໍ່ຫົວຊາຕໍ່ການຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດສາກົນນັ້ນ, ລັດເຊຍ ແລະ ຢູແກຼນ ຍັງບໍ່ທັນຊອກຫາສຽງເວົ້າລວມໄດ້ເທື່ອ ເພື່ອປະຕິບັດການຢຸດຍິງ. ບາງຄຳເຫັນມີຄວາມວິຕົກກັງວົນວ່າ ວິກິດການໃນປະຈຸບັນ ອາດຈະປີ້ນຂັ້ນໄດຢ່າງສັບສົນກ່ວາ ຍ້ອນການເຈລະຈາຖືກຫຼົ້ມເຫຼວ ພ້ອມດ້ວຍການກະທຳແຊກແຊງທີ່ຂາດເຈດຕະນາດີຈາກພາຍນອກ.

ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ-ຢູ​ແກຼນ: ຍັງ​ບໍ່​ທັນ​ຊອກ​ຫາ​ສຽງ​ເວົ້າ​ລວມ​ໄດ້ເທື່ອ