ສາລະຄະດີ

28/12/2024

ຊີ​ວິດ​ໃໝ່​ຂອງ​ປະ​ຊາ​ຊົນ​ຢູ່ໝູ່​ບ້ານ ໜູ

(VOVWORLD) - ປະຊາຊົນຢູ່ໝູ່ບ້ານໜູ, ຕາແສງຝຸກແຄງ, ເມືອງບາວອຽນ, ແຂວງລາວກາຍຫາກໍຍ້າຍມາຢູ່ເຮືອນຫຼັງໃໝ່ຢູ່ເຂດຕັ້ງຖິ່ນຖານຄົງທີ່ໃໝ່ພາຍຫຼັງເກີດໄພພິບັດນ້ຳແກ່ງ, ດິນເຊາະເຈື່ອນໂດຍພາຍຸ Yagi ກໍ່ຂຶ້ນໃນຍາມຕົ້ນເດືອນກັນຍາປີ 2024 ຜ່ານມາ. ສະຖານທີ່ແຫ່ງນີ້ຫ່າງຈາກໝູ່ບ້ານໜູເກົ່າປະມານ 2 ກີໂລແມັດ, ເຊິ່ງແມ່ນສະຖານທີ່ຕັ້ງຖິ່ນຖານໃໝ່, ປະຊາຊົນໃນໝູ່ບ້ານໜູເຊື່ອໝັ້ນວ່າການດຳລົງຊີວິດຢູ່ບ່ອນໃໝ່ຈະມີຄວາມປອດໄພກ່ວາ.

ຊີ​ວິດ​ໃໝ່​ຂອງ​ປະ​ຊາ​ຊົນ​ຢູ່ໝູ່​ບ້ານ ໜູ
21/12/2024

ຄຳປະຕິຍານຕົວ ຫງວຽນບິ່ງ

(VOVWORLD) - ວັນທີ 22 ທັນວາ ປີ 1944, ຢູ່ຕີນພູ ສລາມກາວ, ໃນເຂດປ່າເຈິ່ນຮຶງດ້າວ, ຢູ່ຕາແສງ ຕາມກິມ, ເມືອງຫງວຽນບິ່ງ, ແຂວງ ກາວບັ່ງ, ມີນັກຮົບ 34 ຄົນໄດ້ຮ້ອງໂຮກ່າວ 10 ຄຳປະຕິຍານຕົວແຫ່ງກຽດສັກສີ, ເປັນຂີດໝາຍສ້າງຕັ້ງ ກອງໂຄສະນາທະຫານປົດປ່ອຍ ຫວຽດນາມເຊິ່ງແມ່ນຕົ້ນກຳເນີດຂອງກອງທັບປະຊາຊົນຫວຽດນາມ ໃນປັດຈຸບັນ. ຄຳປະຕິຍານຕົວ ຫງວຽນບິ່ງໃນປີນັ້ນ ຍາມໃດພະນັກງານ, ນັກຮົບລຸ້ນຕ່າງໆກໍ່ໄດ້ຮັກສາ, ຈົດຈຳຍ້ອນວ່ານັ້ນແມ່ນກຳລັງ, ແມ່ນພື້ນຖານເພື່ອໃຫ້ກອງທັບເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຄຳປະຕິຍານຕົວ ຫງວຽນບິ່ງ
18/12/2024

ບ່າ​ເ​ຣ້ຍ - ຫວູງ​ເຕົາ​ ປ່ຽນ​ແປງ​ໃໝ່, ຫັນ​ບັນ​ດາ​ຮູບ​ແບບ​ໂຄສະ​ນາ​ການ​ທ່ອງ​ທ່ຽວ​ເປັນຫຼາຍ​ຮູບ​ແບບ

(VOVWORLD) - ແຂວງບ່າເຣ້ຍ - ຫວູງເຕົາ ແມ່ນເຂດດິນແດນທີ່ມີດິນຟ້າອາກາດເອື້ອອຳນວຍ, ມີພູຜາປ່າໄມ້, ມີທະເລໝູ່ເກາະ, ມີເຂດປ່າສະຫງວນທຳມະຊາດ… ດັ່ງນັ້ນ, ແຕ່ດົນນານມາແລ້ວ ແຂວງບ່າເຣ້ຍ - ຫວູງເຕົາ ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກເມົາມົວຫຼົງໄຫຼ. ໃນຊຸມປີຜ່ານມາ, ທາງແຂວງໄດ້ໜໜູນໃຊ້ທ່າແຮງໂດຍທຳມະຊາດດົນບັນດານໃຫ້ໄດ້ເປັນຢ່າງດີ, ເປັນຕົ້ນແມ່ນພັດທະນາຂະແໜງການທ່ອງທ່ຽວ. ການພັດທະນາການທ່ອງທ່ຽວຂອງ ແຂວງບ່າເຣ້ຍ - ຫວູງເຕົາ ໃນໄລຍະປັດຈຸບັນໄດ້ມີບາດກ້າວບຸກທະລຸດ້ວຍບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ, ຫັນບັນດາຜະລິດຕະພັນທ່ອງທ່ຽວໃໝ່ເປັນຫຼາຍຮູບແບບເພື່ອຮັບໃຊ້ຄວາມຕ້ອງການທີ່ຫຼາກຫຼາຍຂອງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.

ບ່າ​ເ​ຣ້ຍ - ຫວູງ​ເຕົາ​ ປ່ຽນ​ແປງ​ໃໝ່, ຫັນ​ບັນ​ດາ​ຮູບ​ແບບ​ໂຄສະ​ນາ​ການ​ທ່ອງ​ທ່ຽວ​ເປັນຫຼາຍ​ຮູບ​ແບບ
14/12/2024

Happy Vietnam ເລົ່າ​ເລື່ອງ​ກ່ຽວ​ກັບ​ປະ​ເທດ ຫວຽດ​ນາມ ແຫ່ງຄວາມຜາສຸກດ້ວຍ​ຮູບ​ພາບ

(VOVWORLD) - “ຫວຽດນາມ ຜາສຸກ - Happy Vietnam”, ແມ່ນການປະກວດພາບຖ່າຍ ແລະ ຄຼິບວິດີໂອກ່ຽວກັບຫົວຂໍ້ ສິດທິມະນຸດຢູ່ ຫວຽດນາມ ໃນແຟຼດຟອມດີຈີຕອນ. ເຫດການໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ສົມທົບກັບ ສະມາຄົມນັກສິລະປິນ, ນັກຖ່າຍຮູບ ຫວຽດນາມ ຈັດຂຶ້ນເປັນເທື່ອທີ 2. ການປະກວດໄດ້ຮັບຄວາມສົນໃຈຈາກມະຫາຊົນ ແລະ ດຶງດູດຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ກໍຄືຊາວຕ່າງປະເທດ ເຂົ້າຮ່ວມເປັນຈຳນວນຫຼາຍ. ຜ່ານແຕ່ລະຜົນງານ, ຜູ້ຊົມສາມາດຮູ້ສຶກໄດ້ເຖິງປະເທດ ຫວຽດນາມ ທີ່ສະຫງົບງຽບ, ສວຍງາມ, ປະຊາຊົນ ຫວຽດນາມ ທີ່ເປັນມິດສະໜິດສະໜົມ, ໃຈດີ ແລະ ເຂົາເຈົ້າພວມມີຊີວິດທີ່ຜາສຸກ.

Happy Vietnam ເລົ່າ​ເລື່ອງ​ກ່ຽວ​ກັບ​ປະ​ເທດ ຫວຽດ​ນາມ ແຫ່ງຄວາມຜາສຸກດ້ວຍ​ຮູບ​ພາບ
07/12/2024

“ຊາວໜຸ່ມ ເກີນເທີ - Youthfest” - ວັນບຸນໜູນຊ່ວຍຊາວໜຸ່ມ startup

(VOVWORLD) - ວັນບຸນແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມ ເພື່ອຊຸກຍູ້ຈິດໃຈນະວັດຕະກຳ, ພັດທະນາວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະ ພັດທະນາລະບົບ startup ໃນບໍລິເວນ.

“ຊາວໜຸ່ມ ເກີນເທີ - Youthfest” - ວັນບຸນໜູນຊ່ວຍຊາວໜຸ່ມ startup
30/11/2024

ເຄື່ອງປັ້ນດິນເຜົາ ມິງລອງ ຢືນຢັນເຄື່ອງໝາຍການຄ້າດ້ວຍຜະລິດຕະພັນທີ່ມີຄຸນນະພາບສູງ

(VOVWORLD) - ເຄື່ອງປັ້ນດິນເຜົາ ມິງລອງ I ໄດ້ມານະພະຍາຍາມ ແລະ ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ, ຢັ້ງຢືນທີ່ຕັ້ງບົນເວທີສາກົນເທື່ອລະກ້າວ

ເຄື່ອງປັ້ນດິນເຜົາ ມິງລອງ ຢືນຢັນເຄື່ອງໝາຍການຄ້າດ້ວຍຜະລິດຕະພັນທີ່ມີຄຸນນະພາບສູງ
30/11/2024

ຮ້ານຂາຍ​ເຄື່ອງ Aidan-ada - ສະ​ຖານ​ທີ່​ຊ່ວຍ​ເຫຼືອ​ບັນ​ດາເພື່ອນ​ໜຸ່ມ​ທີ່ຕິດເຊື້ອ HIV

(VOVWORLD) - ວັນທີ 1 ທັນວາຂອງທຸກປີ ແມ່ນວັນໂລກປ້ອງກັນຕ້ານເຊື້ອ HIV/AIDS. ມີຫຼາຍການເຄື່ອນໄຫວໜູນຊ່ວຍຜູ້ຕິດເຊື້ອ HIV/AIDS ໄດ້ດຳເນີນຢູ່ຫຼາຍທ້ອງຖິ່ນໃນໄລຍະຜ່ານມາ. ຮ້ານຂາຍເຄື່ອງ Aidan-ada ຂອງອ້າຍ ເລຮຽວບິ່ງ ຢູ່ນະຄອນເກິ່ນເທີກໍ່ແມ່ນຕົວຢ່າງໜຶ່ງ.

ຮ້ານຂາຍ​ເຄື່ອງ Aidan-ada - ສະ​ຖານ​ທີ່​ຊ່ວຍ​ເຫຼືອ​ບັນ​ດາເພື່ອນ​ໜຸ່ມ​ທີ່ຕິດເຊື້ອ HIV