ສາລະຄະດີ

01/02/2025

ການ​ຂໍຕົວ​ໜັງ​ສື​ຂໍ​ພອນຍາມ​ຕົ້ນ​ປີ​ໃໝ່, ຄວາມ​ຄາດ​ຫວັງ​ສະ​ແດງອອກ​ຜ່ານ​ແຕ່​ລະ​ຕົວ​ໜັງ​ສື

(VOVWORLD) - ການຂໍຕົວໜັງສືຂໍພອນຍາມຕົ້ນປີໄດ້ກາຍເປັນຄວາມຊິນເຄີຍຂອງຊາວ ຫວຽດນາມ ໃນໂອກາດບຸນປີໃໝ່, ລະດູບານໃໝ່ວຽນມາ ພ້ອມກັບຄວາມປາດຖະໜາຢາກໃຫ້ປີໃໝ່ມີແຕ່ຄວາມໂຊກດີ, ຄວາມສະຫງົບສຸກ, ປາດຖະໜາສິ່ງໃດໄດ້ສິ່ງນັ້ນ. ນີ້ກໍແມ່ນຈຸດຄວາມງາມທາງດ້ານວັດທະນະທຳ, ສະແດງໃຫ້ເຫັນມູນເຊື້ອດຸໝັ່ນມັກການຮ່ຳຮຽນຂອງຊາດ ຫວຽດນາມ.

ການ​ຂໍຕົວ​ໜັງ​ສື​ຂໍ​ພອນຍາມ​ຕົ້ນ​ປີ​ໃໝ່, ຄວາມ​ຄາດ​ຫວັງ​ສະ​ແດງອອກ​ຜ່ານ​ແຕ່​ລະ​ຕົວ​ໜັງ​ສື
30/01/2025

ລະ​ດູ​ບານ​ໃໝ່​ຢູ່​ບັນ​ດາ​ກິດ​ຈະ​ກຳກໍ່ສ້າງ

(VOVWORLD) - ບັນຍາກາດຕ້ອນຮັບລະດູບານໃໝ່ພວມແຜ່ກະຈາຍໃນທົ່ວປະເທດ ຫວຽດນາມ. ໃນກິດຈະກຳກໍ່ສ້າງໃຫຍ່ແຫ່ງຕ່າງໆ, ກິດຈະກຳຈຸດສຸມແຫ່ງຊາດ, ບັນດານາຍຊ່າງຍັງຄົງເມົາມົວເຮັດວຽກເພື່ອໃຫ້ກິດຈະກຳໄດ້ຮັບການກໍ່ສ້າງຖືກຕາມຄວາມຄືບໜ້າ... ເຖິງວ່າບໍ່ໄດ້ຕ້ອນຮັບບຸນເຕັດພ້ອມກັບຄອບຄົວ, ຍາດພີ່ນ້ອງ ແຕ່ກຳມະກອນທຸກຄົນຍັງສຸດຈິດສຸດໃຈອອກແຮງງານ, ມີຄວາມເອກອ້າງທະນົງໃຈເມື່ອໄດ້ປະກອບສ່ວນເຫື່ອແຮງເຂົ້າໃນການສ້າງສາປະເທດຊາດ.

ລະ​ດູ​ບານ​ໃໝ່​ຢູ່​ບັນ​ດາ​ກິດ​ຈະ​ກຳກໍ່ສ້າງ
26/01/2025

EaTu ກາ​ເຟ: ສະ​ຫະ​ກອນ ກາ​ເຟ ທີ່​ມີ​ຊື່​ສຽງ​ຢູ່ ໄຕ​ງວຽນ

(VOVWORLD) - ຫວ່າງແລ້ວນີ້, EaTu ກາເຟ ເຄື່ອງໝາຍຜະລິດຕະພັນກາເຟ ຂອງ ສະຫະກອນ ກະສິກຳການບໍລິການທີ່ມີຄວາມຍຸຕິທຳ EaTu ຢູ່ຕາແສງ ແອອາຕູ, ນະຄອນ ບວນມາທວດ, ແຂວງ ດັກລັກ ມີຄວາມເປັນກຽດໄດ້ຈັດເຂົ້າໃນ Top 100 ຜະລິດຕະພັນດີເດັ່ນຂອງບັນດາສະຫະກອນໃນທົ່ວປະເທດ, ໂດຍສະມາຄົມສະຫະກອນ ຫວຽດນາມ ມອບລາງວັນ ມາຍອານຕຽມ. ລາງວັນນີ້ຍິ່ງມີຄວາມໝາຍ ເມື່ອສະຫະກອນດັ່ງກ່າວ ມີສະມາຊິກສ່ວນຫຼາຍແມ່ນຊາວຊົນເຜົ່າສ່ວນໜ້ອຍ ເອເດ.

EaTu ກາ​ເຟ: ສະ​ຫະ​ກອນ ກາ​ເຟ ທີ່​ມີ​ຊື່​ສຽງ​ຢູ່ ໄຕ​ງວຽນ
25/01/2025

ຍ້າຍ​ມາຢູ່​ເຮືອນຫລັງ​ໃໝ່, ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່

(VOVWORLD) - ລະດູບານໃໝ່ປີມະເສັງ 2025 ຈະແມ່ນບຸນເຕັດທີ່ມ່ວນທີ່ສຸດ, ໜ້າຈົດຈຳທີ່ສຸດສຳລັບຫຼາຍຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ. ປີນີ້, ພໍ່ແມ່ປະຊາຊົນໄດ້ຕ້ອນຮັບລະດູບານໃໝ່ດ້ວຍຄວາມເບີກບານມ່ວນຊື່ນໃນເຮືອນຫຼັງໃໝ່ທີ່ຍັງຫອມກິ່ນນ້ຳສີໃໝ່. ນີ້ແມ່ນຂອງຂວັນລະດູບານໃໝ່ທີ່ແທດຈິງ, ມີຄວາມໝາຍ ເຊິ່ງຂະບວນການແຂ່ງຂັນ “ຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດໃນປີ 2025” ນຳມາໃຫ້ທຸກໆຄົນ.

ຍ້າຍ​ມາຢູ່​ເຮືອນຫລັງ​ໃໝ່, ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່
19/01/2025

ຫຼາຍ​ທ້ອງ​ຖິ່ນ​ເອົາໃຈໃສ່​ເຖິງ​ການ​ Startup ຢ່າງປະ​ດິດ​ຄິດ​ສ້າງ

(VOVWORLD) - ການ Startup ນະວັດຕະກຳ ແມ່ນກຳລັງໜູນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ. ໃນໄລຍະຜ່ານມາ, ຢູ່ຫຼາຍທ້ອງຖິ່ນ, ຈິດໃຈນີ້ໄດ້ແຜ່ກະຈາຍຢ່າງແຮງ, ຈາກນັ້ນ ກໍ່ໄດ້ສ້າງຜູ້ດີເດັ່ນຫຼາຍຄົນ ທີ່ມີການປະກອບສ່ວນເຂົ້າໃນການກໍ່ສ້າງລະບົບນິເວດ, ຊຸກຍູ້ຈິດໃຈ Startup ນະວັດຕະກຳແຫ່ງຊາດ.

ຫຼາຍ​ທ້ອງ​ຖິ່ນ​ເອົາໃຈໃສ່​ເຖິງ​ການ​ Startup ຢ່າງປະ​ດິດ​ຄິດ​ສ້າງ
18/01/2025

ບັກນິງ ​ຮັກ​ສາ​ສີ​ສັນ​ພາບ​ພື້ນ​ເມືອງ ດົງ​ໂຮ່

(VOVWORLD) - ໝູ່ບ້ານດົງໂຮ່ (ເມືອງ ທ້ວນແທັ່ງ, ແຂວງ ບັກນິງ) ແຕ່ດົນນານມາແລ້ວ ໄດ້ເປັນທີ່ຮູ້ຈັກກັນດີດ້ວຍອາຊີບເຮັດພາບພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ. ໃນຊີວິດຍຸກທັນສະໄໝຄືໃນປັດຈຸບັນ, ພາບພື້ນເມືອງ ດົງໂຮ່ ເຄີຍຢືນຢູ່ຕໍ່ໜ້າຄວາມສ່ຽງທີ່ຈະຖືກສູນຫາຍໄປ. ແຕ່ດ້ວຍຄວາມເອົາໃຈໃສ່ຂອງອຳນາດການປົກຄອງທ້ອງຖິ່ນ, ບັນດານັກສິລະປະການ ໄດ້ ແລະ ພວມມານະພະຍາຍາມອະນຸລັກຮັກສາ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອນີ້ໄວ້ຢ່າງບໍ່ຢຸດຢັ້ງ .

ບັກນິງ ​ຮັກ​ສາ​ສີ​ສັນ​ພາບ​ພື້ນ​ເມືອງ ດົງ​ໂຮ່
12/01/2025

ກາ​ເຟ More ຮ່າ​ໂນ້ຍ: ຮູບ​ແບບ Startup ໃຫ້​ແກ່​ຄົ​ນ​ພິ​ການ​ຕາ

(VOVWORLD) - ຮ້ານ ກາເຟ More ຮ່າໂນ້ຍ ແມ່ນຮ້ານ ກາເຟ ແຫ່ງທຳອິດຢູ່ ຫວຽດນາມ ໂດຍຄົນພິການຕາ ປຸງແຕ່ງເຄື່ອງດື່ມ ຢູ່ສູນບຳລຸງສ້າງພະນັກງານຟື້ນຟູອະໄວຍະວະໃຫ້ແກ່ຄົນຕາບອດ (ສະມາຄົມຄົນຕາບອດຫວຽດນາມ) ເປີດໃນເດືອນພະຈິກ 2024. ຮ້ານກາເຟນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອຮັບປະທານເຄື່ອງດື່ມທີ່ຫອມແຊບເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກຂອງຄົນພິການຕາ, ພ້ອມທັງແມ່ນສະຖານທີ່ຕິດພັນຄົນພິການຕາກັບວົງຄະນະຍາດອີກດ້ວຍ.

ກາ​ເຟ  More ຮ່າ​ໂນ້ຍ: ຮູບ​ແບບ Startup ໃຫ້​ແກ່​ຄົ​ນ​ພິ​ການ​ຕາ
11/01/2025

ໄຊ​ງ່ອນ​ແຊັງ - ຄວາມ​ຝັນ​ຫັນ​ບັນ​ດາ​​ລໍ​າ​ຄອງ​​ເປັນ​ສີ​ຂຽວ

(VOVWORLD) - ມີກຸ່ມເພື່ອນໜຸ່ມກຸ່ມໜຶ່ງ ພວມເມົາມົວກັບການເຮັດອະນາໄມທຳຄວາມສະອາດຢູ່ຕາມລຳຄອງ, ແມ່ນ້ຳທີຸ່ ນະຄອນ ໂຮ່ຈີມິນ. ເຂົ້າເຈົ້າຕັ້ງຊື່ເອງວ່າ “ໄຊງ່ອນແຊັງ” ແປວ່າ “ໄຊງ່ອນສີຂຽວ”, ເຊິ່ງເປັນບຸກຄົນທີ່ເຕັມໄປດ້ວຍຄວາມສຸດຈິດສຸດໃຈ ດ້ວຍຈຸດປະສົງອັນລຽບງ່າຍ: “ສ້າງລຳແມ່ນ້ຳໃຫ້ສະອາດ, ນະຄອນສີຂຽວ”.

ໄຊ​ງ່ອນ​ແຊັງ - ຄວາມ​ຝັນ​ຫັນ​ບັນ​ດາ​​ລໍ​າ​ຄອງ​​ເປັນ​ສີ​ຂຽວ
04/01/2025

ສ້າງ​ຄວາມໄຝ່​ຝັນ​ຈາກ​ຫ້ອງ​ຮຽນ​ລົບ​ລ້າງ​ໄພ​ກຶກ​ໜັງ​ສື​ຢູ່​ເຂດ​ຊາຍ​ແດນ ດຶກ​ເກີ

(VOVWORLD) - ຢູ່ເຂດຊາຍແດນ ດຶກເກີ, ແຂວງຢາລາຍ, ບັນດາຫ້ອງຮຽນລົບລ້າງໄພກຶກໜັງສືພວມສ້າງຄວາມຫວັງໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍ. ເຂົາເຈົ້າແມ່ນຜູ້ເປັນແມ່, ຜູ້ເປັນພໍ່, ຍິ່ງໄປກ່ວານັ້ນບາງຄົນເປັນພໍ່ເຖົ້າ, ແມ່ເຖົ້າແລ້ວ, ພາຍຫຼັງແຕ່ລະວັນທີ່ເຮັດວຽກຢ່າງລຳບາກ ແຕ່ຍາມຕອນຄ່ຳເຂົາເຈົ້າພັດຍັງດຸໝັ່ນມາຫ້ອງຮຽນເພື່ອປາດຖະໜາຢາກຮຽນໄດ້ຕົວໜັງສື ເພື່ອຊອກຫາທິດທາງຫຼຸດພົ້ນອອກຈາກຄວາມທຸກຍາກ.

ສ້າງ​ຄວາມໄຝ່​ຝັນ​ຈາກ​ຫ້ອງ​ຮຽນ​ລົບ​ລ້າງ​ໄພ​ກຶກ​ໜັງ​ສື​ຢູ່​ເຂດ​ຊາຍ​ແດນ ດຶກ​ເກີ