ສິ່ງທີ່ຈັບອົກຈັບໃຈໃນຊຸດສະສົມໜັງສືພິມຂອງນັກສະສົມ ຮວິ່ງມິງຮຽບ
(VOVWORLD) - ນັກສະສົມ ຮວິ່ງມິງຮຽບ ຢູ່ນະຄອນ ໂຮ່ຈີມິນ ໄດ້ເກັບຮັກສາໜັງສືພິມເກົ່າ 1.000 ສະບັບ ຈາກຫຼາຍໄລຍະປະຫວັດສາດຂອງປະເທດຊາດ; ໃນນັ້ນ, ມີໜັງສືພິມ ຢາດິ້ງ ໄດ້ຂຽນດ້ວຍຕົວໜັງສືລາຕິງສະບັບທຳອິດຢູ່ ຫວຽດນາມ. ຜ່ານຊຸດສະສົມໜັງສືພິມຂອງຕົນ, ອ້າຍ ຮວິ່ງມິງຮຽບ ມີຄວາມປາດຖະໜາວ່າ ບັນດາເພື່ອນໜຸ່ມຈະມີຄວາມເຂົ້າໃຈກ່ຽວກັບສື່ມວນຊົນປະຕິວັດ ຫວຽດນາມ ຫຼາຍກວ່າອີກ.










