ກາເຟຕອນເຊົ້າ ຮຽນເປັນພົນລະເມືອງດີຈີຕອນ
(VOVWORLD) - ໃນໂອກາດທ້າຍອາທິດ, ຮ້ານກາເຟຢູ່ຖະໜົນ ຫງວຽນຊີ, ເມືອງ ບິ່ງແທັກ, ນະຄອນ ໂຮ່ຈິມິນ ພັດມີຄວາມຄຶກຄື້ນມ່ວນຊື່ນ. ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນພັກຜ່ອນຢ່ອນອາລົມເທົ່ານັ້ນ ຫາກຍັງກາຍເປັນ ຫ້ອງຮຽນກ່ຽວກັບພົນລະເມືອງດີຈີຕອນ ຊ່ວຍປະຊາຊົນເຂົ້າເຖິງການຫັນເປັນດີຈີຕອນໂດຍໄວ, ສະດວກຈາກ ສມາດໂຟນ, ແອັບ ບັດປະຈຳຕົວດີຈີຕອນ (VneID), ຕະຫຼອດຮອດການບໍລິການສາທາລະນະແບບທາງໄກອີກດ້ວຍ.










