ສາລະຄະດີ

03/01/2026

ການ​ທ່ອງ​ທ່ຽວ​ໝູ່​ບ້ານ ເອ​ເດ ບົນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

(VOVWORLD) - ການທ່ອງທ່ຽວຊຸມຊົນພວມກາຍເປັນທິດກ້າວເດີນແບບຍືນຍົງຂອງແຂວງ ດັກລັກ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ຢູ່ບັນດາໝູ່ບ້ານຊາວເຜົ່າ ເອເດ, ການທ່ອງທ່ຽວ ບໍ່ພຽງແຕ່ເປັນການຢ້ຽມຊົມເທົ່ານັ້ນ ຫາກຍັງໄດ້ດຳລົງຊີວິດຮ່ວມ, ເຮັດວຽກຮ່ວມກັບປະຊາຊົນ ແລະ ສຳຜັດກັບຈັງຫວະຊີວິດຂອງປະຊາຊົນ. ເຮືອນຮ້ານ, ສຽງຄ້ອງ, ຊີວິດເຮັດໄຮ່ເຮັດສວນ, ບົດບາດຂອງຄອບຄົວ ແລະ ຊຸມຊົນ… ໄດ້ຮັບການອະນຸລັກຮັກສາ ແລະ ຫັນເປັນການລົງຕົວຈິງຢ່າງໃກ້ຊິດ, ແທ້ຈິງ. ຜ່ານການລົງຕົວຈິງຢູ່ໝູ່ບ້ານ, ແຂກທ່ອງທ່ຽວສາກົນມີຄວາມເຂົ້າໃຈແຈ້ງກວ່າ ແລະ ເຄົາລົບສີສັນວັດທະນະທຳເຜົ່າ ເອເດ, ປະກອບສ່ວນເຊື່ອມຕໍ່ໝູ່ບ້ານ ດັກລັກ ກັບໂລກ ດ້ວຍບັນດາຄຸນຄ່າທີ່ງົດງາມຂອງຕົນ.

ການ​ທ່ອງ​ທ່ຽວ​ໝູ່​ບ້ານ ເອ​ເດ ບົນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
28/12/2025

ດຶງ​ເຊືອກ: ພະລັງແຫ່ງຄວາມສັກສິດ​ຂອງ​ສາຍ​ເຊືອກ​ມໍ​ລະ​ດົກ

(VOVWORLD) - ຮຸ່ງເຊົ້າວັນທີ 16 ພະຈິກ, ຢູ່ວັດ ເຈິ່ນຫວູ (ເທດສະບານ ລອງບຽນ, ນະຄອນ ຮ່າໂນ້ຍ) ໄດ້ປຸກລຸກດ້ວຍສຽງກອງຂອງບຸນບ້ານທີ່ດັງກ້ອງກັງວານ. ຈາກປະຕູໂຂງເຂົ້າບ້ານ, ຜູ້ຄົນພາກັນຫຼັ່ງໄຫຼກັນມາ, ຜູ້ຈັບກ້ອງຖ່າຍຮູບ, ຜູ້ພາລູກພາຫຼານເຂົ້າຮ່ວມພິທີ ແລະ ຮັບຊົມການແຂ່ງຂັນດຶງເຊືອກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 10 ປີ ອົງການ UNESCO ຮັບຮອງເອົາພິທີ ແລະ ການແຂ່ງດຶງເຊືອກ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.

ດຶງ​ເຊືອກ: ພະລັງແຫ່ງຄວາມສັກສິດ​ຂອງ​ສາຍ​ເຊືອກ​ມໍ​ລະ​ດົກ
27/12/2025

ຕາ​ແສງ ດົງ​ມາຍ (ແຂວງ ກວາງ​ນິງ): ເມື່ອ​ປະ​ຊາ​ຊົນ​ເປີດ​ໃຈ, ຖະ​ໜົນ​ຫົນ​ທາງ​ສວຍ​ງາມກວ້າງ​ຂວາງ

(VOVWORLD) - ໂດຍປະຕິບັດແຜນນະໂຍບາຍກ່ຽວກັບເລື່ອງສືບຕໍ່ຍົກລະດັບຕົວເມືອງ, ເຂດຊຸມຊົນຂອງແຂວງ ກວາງນິງ, ຢູ່ຕາແສງ ດົງມາຍ, ບັນຍາກາດດຳເນີນກໍ່ສ້າງກິດຈະກຳສ້ອມແປງຕົວເມືອງໄດ້ຮັບການປະຕິບັດຢ່າງຂ້ຽວຂາດ ແລະ ຄຶກຄື້ນ. ເສັ້ນທາງສາຍຕ່າງໆໄດ້ຮັບການເປີດກວ້າງ, ບັນດາກິດຈະກຳໄດ້ຮັບການຍົກລະດັບ, ປະຊາຊົນຢູ່ທີ່ນີ້ໄດ້ເປັນເຈົ້າການບໍລິຈາກເນື້ອທີ່ດິນ, ຍົກຍ້າຍກິດຈະກຳ, ຮ່ວມໄມ້ຮ່ວມມືກັບອຳນາດການປົກຄອງສ້າງເຂດດຳລົງຊີວິດໃຫ້ດີກວ່າເກົ່າ.

ຕາ​ແສງ ດົງ​ມາຍ (ແຂວງ ກວາງ​ນິງ): ເມື່ອ​ປະ​ຊາ​ຊົນ​ເປີດ​ໃຈ, ຖະ​ໜົນ​ຫົນ​ທາງ​ສວຍ​ງາມກວ້າງ​ຂວາງ
20/12/2025

ຕະຫຼາດຄຼິດສະມາດ ຢູ່ບັນດາເຂດຕົວເມືອງໃຫຍ່ດຳເນີນໄປຢ່າງຟົດຟື້ນ

(VOVWORLD) - ວັນບຸນຄຼິດສະມາດປີນີ້, ຢູ່ ຮ່າໂນ້ຍ, ຜູ້ບໍລິໂພກໄດ້ມຸ່ງໄປເຖິງບັນດາຂອງຂວັນທີ່ມີລັກສະນະເປັນການລົງຕົວຈິງທີ່ໃໝ່ອ່ຽມ.

ຕະຫຼາດຄຼິດສະມາດ ຢູ່ບັນດາເຂດຕົວເມືອງໃຫຍ່ດຳເນີນໄປຢ່າງຟົດຟື້ນ
13/12/2025

ກວາງ​ນິງ ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ

(VOVWORLD) - ພາຍຫຼັງ 1 ປີທີ່ແກ້ໄຂຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi, ຢູ່ເຂດເສດຖະກິດພິເສດ ເວິນໂດນ, ແຂວງ ກວາງນິງ, ການເຄື່ອນໄຫວລ້ຽງປູກສິນໃນນ້ຳ, ສິນທະເລໄດ້ກັບຄືນສູ່ເປັນປົກກະຕິ. ຍາກທີ່ຈະມີໃຜຄິດວ່າ ນີ້ແມ່ນເຂດທີ່ກ່ອນໜ້ານັ້ນ 1 ປີ ເຄີຍຖືກສະຫຼັກຫັກພັງຢ່າງໜັກໜ່ວງ. ໃນຄືນດຽວ, ຄວາມແຮງຂອງລົມພາຍຸໄດ້ພັດຖະຫຼົ່ມຊັບສິນຂອງຊາວປະມົງລ້ຽງປູກສິນທະເລນັບຮ້ອຍຄົນ.

ກວາງ​ນິງ ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ
06/12/2025

115 ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ: ເລົ່າ​ເລື່ອງ​ດ້ວຍ​ແສງ​ສີສຽງ ແລະ ເຕັກ​ໂນ​ໂລ​ຢີ

(VOVWORLD) - ເປັນຄັ້ງທຳອິດໃນປະຫວັດສາດ, ໂຮງລະຄອນໃຫຍ່ ຮ່າໂນ້ຍ ໄດ້ປິດເວທີສະແດງປະຈຳວັນໄວ້ ເພື່ອກາຍເປັນເວທີຂອງຕົວເອງ. ພື້ນທີ່ທັງໝົດນັບແຕ່ຫ້ອງໂຖງຕ້ອນຮັບແຂກ, ຂັ້ນໄດ, ຫ້ອງຜູ້ຊົມ ຕະຫຼອດຮອດ ເພດານ ລ້ວນແຕ່ໄດ້ “ຈັດແຈງເອຢ້ອງ - ປຸກລຸກ” ດ້ວຍລະບົບແສງສີສຽງແລະ ຮູບພາບ , ຫວນຄືນຄວາມຊົງຈຳຂອງກວ່າ 1 ສະຕະວັດແຫ່ງມໍລະດົກສະຖາປັດຕະຍາກຳທີ່ເປັນເອກະລັກນີ້. ໃນແຕ່ລະຂອບພາບແສງສີ, ແຕ່ລະຈັງຫວະທຳນອງ ໄດ້ເຮັດໃຫ້ຜູ້ຊົມສາມາດຄຳນຶງເຖິງຄວາມຊົງຈຳກ່ຽວກັບນະຄອນຫຼວງ ຮ່າໂນ້ຍ. ໂຄງການ “115 ປີ ໂຮງລະຄອນ ເລົ່າເລື່ອງ - ມໍລະດົກທີ່ເວົ້າອອກດ້ວຍແສງສີສຽງ ແລະ ເຕັກໂນໂລຢີ” ແມ່ນຮູບແບບນຳໜ້າໃນການເລົ່າເລື່ອງມໍລະດົກດ້ວຍເຕັກໂນໂລຢີ, ໂດຍພິສູດໃຫ້ເຫັນວ່າ ການອະນຸລັກບໍ່ພຽງແຕ່ແມ່ນການຮັກສາເທົ່ານັ້ນ, ຫາກຍັງເຮັດໃຫ້ຄຸນຄ່ານັ້ນໄດ້ມີຊີວິດຂຶ້ນມາຄືນໃໝ່ ແລະ ແຜ່ກະຈາຍດ້ວຍນະວັດຕະກຳດີຈີຕອນອີກດ້ວຍ.

115 ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ: ເລົ່າ​ເລື່ອງ​ດ້ວຍ​ແສງ​ສີສຽງ ແລະ ເຕັກ​ໂນ​ໂລ​ຢີ
24/11/2025

ກອງທັບຮ່ວມແຮງຮ່ວມໃຈຕ້ານ IUU - ຮັກສາອະທິປະໄຕ, ພັດທະນາອາຊີບຫາປາ ຫວຽດນາມ ແບບຍືນຍົງ

(VOVWORLD) - ທຸກຢ່າງພວມສ້າງເປັນຄວາມຕັດສິນໃຈລວມ, ມຸ່ງໄປເຖິງເປົ້າໝາຍແກ້ບັດເຫຼືອງຂອງ EC ໂດຍໄວ ແລະ ນຳຂະແໜງສິນໃນນ້ຳ ຫວຽດນາມ ພັດທະນາແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນ.

ກອງທັບຮ່ວມແຮງຮ່ວມໃຈຕ້ານ IUU - ຮັກສາອະທິປະໄຕ, ພັດທະນາອາຊີບຫາປາ ຫວຽດນາມ ແບບຍືນຍົງ
22/11/2025

ປະ​ສິດ​ທິ​ຜົນ​ຂອ​ງ​ຮູບ​ແບບ “ຂໍ້​ມູນຂ່າວສານ​ຊາຍ​ແດນ​​ດີ​ຈີ​ຕອນ” ຢູ່​ ລ້າງ​ເຊີນ

(VOVWORLD) - ໂດຍປະຕິບັດມະຕິສະບັບເລກທີ 57 ຂອງກົມການເມືອງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດຢ່າງບຸກທະລຸ ແຕ່ເດືອນ ເມສາ 2025, ປ້ອມປ້ອງກັນຊາຍແດນ ບັກຊາ, ແຂວງ ລ້າງເຊີນ ໄດ້ປະດິດຄິດສ້າງຜັນຂະຫຍາຍຮູບແບບ “ຂໍ້ມູນຂ່າວສານຊາຍແດນດີຈີຕອນ”. ຜ່ານການຜັນຂະຫຍາຍມາເຄິ່ງປີ, ຮູບແບບນີ້ໄດ້ພິສູດໃຫ້ເຫັນວ່າ ນີ້ບໍ່ພຽງແຕ່ແມ່ນມາດຕະການເຕັກໂນໂລຢີເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເປັນເຈົ້າການຂອງກຳລັງປ້ອງກັນຊາຍແດນໃນວຽກງານໂຄສະນາເຜີຍແຜ່ສຶກສາອົບຮົມກ່ຽວກັບກົດໝາຍໃຫ້ແກ່ປະຊາຊົນ, ສ້າງເຂດຊາຍແດນສະຫງົບປອດໄພ.

ປະ​ສິດ​ທິ​ຜົນ​ຂອ​ງ​ຮູບ​ແບບ “ຂໍ້​ມູນຂ່າວສານ​ຊາຍ​ແດນ​​ດີ​ຈີ​ຕອນ” ຢູ່​ ລ້າງ​ເຊີນ
16/11/2025

ທະ​ຫາ​ນ​ປ້ອງ​ກັນ​ຊາຍ​ແດນ ນຳ​ເຕັກ​ໂນ​ໂລ​ຢີ​ກັບ​ເມືອ​ບ້ານ

(VOVWORLD) - ຢູ່ເຂດຊາຍແດນຂອງແຂວງລາຍເຈົາ, ນັກຮົບທະຫານບໍ່ພຽງແຕ່ປົກປັກຮັກສາຜືນແຜ່ນດິນອັນສັກກະລະບູຊາຂອງປະເທດຊາດທັງເວັນ ແລະ ຄືນເທົ່ານັ້ນ, ເຂົາເຈົ້າຍັງພວມມານະພະຍາຍາມໄປຫາເຮືອນແຕ່ລະຫຼັງ, ນຳພູມປັນຍາເຕັກໂນໂລຢີກັບເມືອບ້ານ. ຍ້ອນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປະຊາຊົນໄດ້ຮ່ວມເດີນທາງພ້ອມກັບທະຫານປ້ອງກັນຊາຍແດນໃນວຽກງານສະກັດກັ້ນ, , ເຜີຍແບ, ຕໍ່ສູ້ກັບພວກອາດຊະຍາກອນ.

ທະ​ຫາ​ນ​ປ້ອງ​ກັນ​ຊາຍ​ແດນ ນຳ​ເຕັກ​ໂນ​ໂລ​ຢີ​ກັບ​ເມືອ​ບ້ານ
09/11/2025

ຖາຍງວຽນ ນຳ​ໜ້າການ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ

(VOVWORLD) -ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ວິວັດການຫັນເປັນດີຈີຕອນພວມດຳເນີນໄປຢ່າງແຮງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດດີຈີຕອນທີ່ມີຄຸນນະພາບສູງກາຍເປັນຄຳຮຽກຮ້ອງຕ້ອງການທີ່ຈຳເປັນຂອງບັນດາທ້ອງຖິ່ນ. ດ້ວຍກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບອຸດສາຫະກຳເຕັກໂນໂລຢີສູງ ແລະ ທີ່ຕັ້ງບົດບາດແມ່ນໜຶ່ງໃນບັນດາສູນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫຍ່ທີ່ສຸດໃນທົ່ວປະເທດ, ຖາຍງວຽນ ພວມນຳໜ້າໃນການສ້າງແຫຼ່ງຊັບພະຍາກອນມະນຸດດີຈີຕອນຮັບໃຊ້ໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI), ຜ່ານນັ້ນ, ກໍປະກອບສ່ວນນຳ ຫວຽດນາມ ຫຍັບເຂົ້າລະບົບມູນຄ່າທົ່ວໂລກຂອງຂະແໜງເຕັກໂນໂລຢີສູງຢ່າງເລິກເຊິ່ງກວ່າ.

ຖາຍງວຽນ ນຳ​ໜ້າການ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດີ​ຈີ​ຕອນ