ສາລະຄະດີ

23/11/2024

ຊາ​ວ​ໜຸ່ມ​ປະ​ດິດ​ຄິດ​ສ້າງ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ

(VOVWORLD) - ວັນທີ 23 ພະຈິກແມ່ນວັນມໍລະດົກວັດທະນະທຳຫວຽດນາມ. ຫວຽດນາມມີສາງມໍລະດົກວັດທະນະທຳທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບດ້ວຍມໍລະດົກວັດທະນະທຳຫຼາຍກ່ວາ 40.000 ຢ່າງໄດ້ຮັບການສຳຫຼວດກວດກາຂຶ້ນບັນຊີ. UNESCO ໄດ້ຮັບຮູ້ 8 ມໍລະດົກວັດທະນະທຳແລະທຳມະຊາດ, 15 ມໍລະດົກວັດທະນະທຳບໍ່ເປັນວັດຖຸແລະ 9 ມໍລະດົກວັດທະນະທຳເອກະສານ, ໄປຄຽງຄູ່ກັນນັ້ນມີຫໍພິພິທະພັນເກືອບ 200 ແຫ່ງໄດ້ເກັບຮັກສາວັດຖຸພັນເກືອບ 4 ລ້ານຢ່າງ, ໃນນັ້ນມີວັດຖຸພັນແລະກຸ່ມວັດຖຸພັນເກືອບ 200 ຢ່າງໄດ້ຮັບການຢັ້ງຢືນແມ່ນວັດຖຸປະເສີດຂອງຊາດ. ໃນຊຸມປີມໍ່ໆມານີ້, ນັບມື້ນັບມີຊາວໜຸ່ມຫຼາຍຄົນເຂົ້າຮ່ວມການຟື້ນຟູ, ຫັນມໍລະດົກ, ຮ່ອງຮອຍສະຖານກາຍເປັນດີຈີຕອນ, ຈາກນັ້ນກໍ່ປະກອບສ່ວນເຂົ້າໃນການອະນຸລັກຮັກສາມໍລະດົກວັດທະນະທຳຫວຽດນາມ.

ຊາ​ວ​ໜຸ່ມ​ປະ​ດິດ​ຄິດ​ສ້າງ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ
16/11/2024

ບົດ​ບາດຂອງ​ນັກ​ຂ່າວ​ໜຸ່ມ​ໃນ​ທ່າ​ອ່ຽ​ງ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ສື່ມວນ​ຊົນ​ທັນ​ສະໄໝ

(VOVWORLD) - ໃນຍຸກສະໄໝເຕັກໂນໂລຢີດີຈີຕອນ, ສື່ມວນຊົນພວມຜ່ານຜ່າການປະຕິວັດຢ່າງບໍ່ຢຸດຢັ້ງ. ດ້ວຍຄວາມຂະຫຍັນຂັດເຄື່ອນ, ມີໄຫວພິບແລະປະດິດຄິດສ້າງຂອງຕົນບັນດານັກຂ່າວໜຸ່ມພວມສວມບົດບາດສຳຄັນໃນການກຳນົດທິດເດີນໃໝ່ຂອງຂະແໜງສື່ມວນຊົນເພື່ອແນໃສ່ປັບຕົວໃຫ້ແທດເໝາະກັບທ່າອ່ຽງປັດຈຸບັນ, ຊ່ວຍໃຫ້ສື່ມວນຊົນເຂົ້າໃກ້ກັບຜູ້ອ່ານກວ່າ. ຕໍ່ໄປ, ພວກເຮົາຈົ່ງພ້ອມກັບນັກຂ່າວແທັງນາມໄປຊອກຮູ້ກກ່ຽວກັບບົດບາດຂອງນັກຂ່າວໜຸ່ມໃນຍຸກສະໄໝນີ້.

ບົດ​ບາດຂອງ​ນັກ​ຂ່າວ​ໜຸ່ມ​ໃນ​ທ່າ​ອ່ຽ​ງ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ສື່ມວນ​ຊົນ​ທັນ​ສະໄໝ
10/11/2024

ແບບຢ່າງຊາວໜຸ່ມ startup ຈາກການພັດທະນາ Digital content ຢູ່ ເຊີນລາ

(VOVWORLD) - ມາຮອດປະຈຸບັນ, ຍອດລາຍຮັບຈາກຮູບແບບສວນ, ໜອງ, ຄອກ, ຕິດພັນກັບການພັດທະນາດີຈີຕອນຄອນເທນຂອງຄອບຄົວມີລາຍຮັບເປັນປົກກະຕິ ແຕ່ 80 – 100 ລ້ານດົ່ງ/ເດືອນ

ແບບຢ່າງຊາວໜຸ່ມ startup ຈາກການພັດທະນາ Digital content ຢູ່ ເຊີນລາ
09/11/2024

ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດການ​ທະ​ຫານ ຫວຽດ​ນາມ: ຄວາມເອກ​ອ້າງ​ທະ​ນົງໃຈຕໍ່​ກັບ​ມູນ​ເຊື້ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ນັບ​ພັນ​ປີ

(VOVWORLD) - ນັບແຕ່ວັນທີ 1 ພະຈິກ 2024, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມທີ່ໄດ້ຮັບການກໍ່ສ້າງໃໝ່ຢູ່ເສັ້ນທາງຫຼວງທັງລອງ, ເມືອງນາມຕື່ລຽມ, ນະຄອນຮ່າໂນ້ຍໄດ້ເປີດປະຕູຕ້ອນຮັບແຂກຢ່າງເປັນທາງການ. ນີ້ແມ່ນກິດຈະກຳວັດທະນະທຳພິເສດດີເດັ່ນ, ບັນດາເນື້ອໃນວາງສະແດງຊ່ວຍໃຫ້ແຂກທ່ອງທ່ຽວສາມາດສຳຜັດ ແລະ ມີຄວາມເຂົ້າໃຈແຈ້ງກ່ຽວກັບການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງປະຊາຊົນຫວຽດນາມ, ເຮັດໃຫ້ມໍລະດົກວັດທະນະທຳການທະຫານຂອງຊາດກະຈ່າງແຈ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄົ້ນຄ້ວາ, ຮ່ຳຮຽນ, ຢ້ຽມຊົມຂອງປະຊາຊົນໃນທົ່ວປະເທດ ແລະ ແຂກທ່ອງທ່ຽວສາກົນ.

ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດການ​ທະ​ຫານ ຫວຽດ​ນາມ: ຄວາມເອກ​ອ້າງ​ທະ​ນົງໃຈຕໍ່​ກັບ​ມູນ​ເຊື້ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ນັບ​ພັນ​ປີ
06/11/2024

Livestream ຂາຍ​ສິນ​ຄ້າ ຫວຽດ​ ໃນແອັບ​ສື່​ສັງ​ຄົມ​ອອນ​ໄລ: ນຳ​ສິນ​ຄ້າ ຫວຽດ​ນາມ ຫຍັບ​ເຂົ້າ​ໃກ້​ກັບ​ຜູ້​ບໍ​ລິ​ໂພກ

(VOVWORLD) - ການ Livestream ຂາຍສິນຄ້າ ໃນແອັບສື່ສັງຄົມອອນໄລ ຫຼື ການຂາຍສິນຄ້າຜ່ານຫຼາຍຊ່ອງທາງ ພວມແມ່ນທ່າອ່ຽງໂດຍບັນດາຜູ້ສະໜອງຍູ້ແຮງ ແລະ ລູກຄ້າຫຼາຍຄົນເຊື່ອໝັ້ນ ແລະ ເລືອກນຳໃຊ້. ບໍ່ພຽງແຕ່ເຊື່ອມຕໍ່ລະຫວ່າງຜູ້ຊື້ກັບຜູ້ຂາຍເທົ່ານັ້ນ, ວິທີການ Livestream ຂາຍສິນຄ້າ ຫວຽດນາມ ພວມມຸ່ງໄປເຖິງການເຊື່ອມຕໍ່ລັກສະນະຄວາມຮັບຜິດຊອບ, ຮັບປະກັນອິດທິພົນຊື່ສຽງຂອງຜະລິດຕະພັນ, ສ້າງລະບົບສະໜອງທີ່ປອດໄພ ແລະ ຍືນຍົງ.

Livestream ຂາຍ​ສິນ​ຄ້າ ຫວຽດ​ ໃນແອັບ​ສື່​ສັງ​ຄົມ​ອອນ​ໄລ: ນຳ​ສິນ​ຄ້າ ຫວຽດ​ນາມ ຫຍັບ​ເຂົ້າ​ໃກ້​ກັບ​ຜູ້​ບໍ​ລິ​ໂພກ
27/10/2024

ວິ​ສາ​ຫະ​ກິດ startup ຢູ່ ດັກ​ລັກ ເປັນ​ເຈົ້າ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ການຫັນເປັນດີຈີຕອນພວມກາຍເປັນທ່າອ່ຽງລວມຂອງຫຼາຍວິສາຫະກິດໃນທົ່ວປະເທດ. ບໍ່ຢູ່ນອກເໜືອທ່າອ່ຽງນັ້ນ, ໃນໄລຍະຜ່ານມາ, ບັນດາວິສາຫະກິດ startup ຢູ່ແຂວງ ດັກລັກ ໄດ້ເປັນເຈົ້າການສຳຜັດ, ຍົກສູງກຳລັງຄວາມສາມາດໃນການໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີທີ່ທັນສະໄໝໃນວິວັດທະນາການຜະລິດ, ດຳເນີນທຸລະກິດ, ການຄຸ້ມຄອງ, ຕິດຕາມກວດກາທີ່ມາຂອງລະບົບສະໜອງຜະລິດຕະພັນ, ເຊື່ອມຕໍ່ການຄ້າເອເລັກໂຕນິກ, ໂຄສະນາຈຳໜ່າຍຜະລິດຕະພັນກະເສດໃນບັນດາພື້ນຖານດີຈີຕອນ. ດັ່ງນັ້ນ, ຫຼາຍວິສາຫະກິດໄດ້ຄ່ອຍໆມີແຫຼ່ງລູກຄ້າເປັນປົກກະຕິ ແລະ ກວ້າງຂວາງ.

ວິ​ສາ​ຫະ​ກິດ startup ຢູ່ ດັກ​ລັກ ເປັນ​ເຈົ້າ​ການ​ຫັນ​ເປັນ​ດີ​ຈີ​ຕອນ
26/10/2024

ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ກ້າວອອກສູ່ໂລກ

(VOVWORLD) - ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມມີການພັດທະນາຢ່າງວ່ອງໄວ ນັບທັງຈຳນວນ ແລະ ຄວາມສາມາດໃນການແກ້ງແຍ້ງ. ປະຊາຄົມບັນດາວິສາຫະກິດເຕັກໂນໂລຢີ ຫວຽດນາມ ໄດ້ ແລະ ພວມສະໜອງບັນດາຜະລິດຕະພັນ, ການບໍລິການ, ວິທີການແກ້ໄຂທາງດ້ານດີຈີຕອນໃຫ້ແກ່ພາລະກິດແຫ່ງການເພີ່ມທະວີຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ຂອງປະເທດຊາດ, ປະກອບສ່ວນຮັດແຄບໄລຍະຫ່າງທາງດ້ານດີຈີຕອນໃນທົ່ວໂລກ, ພ້ອມກັບປະຊາຄົມວິສາຫະກິດສາກົນ ຮ່ວມແຮງຮ່ວມໃຈສ້າງໂລກດີຈີຕອນ. ໃນນັ້ນ, ມີຫຼາຍວິສາຫະກິດໄດ້ນຳໜ້າກ້າວອອກສູ່ຕະຫຼາດໂລກ ແລະ ບັນລຸໄດ້ຜົນສຳເລັດໃດໜຶ່ງ.

ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ກ້າວອອກສູ່ໂລກ
18/10/2024

ນຳ​ເຄື່ອງ​ໝາຍ ຮັງ​ນົກ​ແອ່ນ​ແຄ້ງ​ຮ່​ວາ ບືນ​ຕົວ​ຂຶ້ນ​ອອກ​ສູ່​ໂລກ

(VOVWORLD) - ຂະແໜງຮັງນົກແອ່ນ ຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາຂະແໜງອາຊີບທີ່ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງທີ່ສຸດ. ປັດຈຸບັນໃນທົ່ວປະເທດ ມີ 42/63 ແຂວງນະຄອນລ້ຽງນົກແອ່ນ. ແຕ່ລະປີ ບັນດາບໍລິສັດລ້ຽງນົກແອ່ນ ໄດ້ຜະລິດອອກ ຜະລິດຕະພັນນັບຮ້ອຍໂຕນ ດ້ວຍມູນຄ່າເກືອບ 500 ລ້ານ USD. ນອກຈາກການຮັບໃຊ້ຕະຫຼາດພາຍໃນປະເທດ, ຜະລິດຕະພັນຮັງນົກແອ່ນ ຫວຽດນາມ ກໍ່ໄດ້ສົ່ງອອກໄປຍັງບາງປະເທດ ແລະ ຄ່ອຍໆພິຊິດບັນດາຕະຫຼາດມາດຕະຖານສູງ” ໃນທົ່ວໂລກ.

ນຳ​ເຄື່ອງ​ໝາຍ ຮັງ​ນົກ​ແອ່ນ​ແຄ້ງ​ຮ່​ວາ ບືນ​ຕົວ​ຂຶ້ນ​ອອກ​ສູ່​ໂລກ