(VOVWORLD) -ດ້ວຍຄວາມອົດທົນ, ມານະພະຍາຍາມ ແລະ ກຳລັງແຮງຂອງໄວໜຸ່ມ, ພາຍຫຼັງເຄື່ອນໄຫວມາເປັນເວລາເກືອບ 2 ປີ, Greenlife - ສະໂມສອນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ຮ່າໂນ້ຍ ບັນລຸໄດ້ຜົນງານຫຼາຍຢ່າງ. ພະຍານຫຼັກຖານຈະແຈ້ງທີ່ສຸດ ນັ້ນແມ່ນ ຫວ່າງມໍ່ໆມານີ້, Greenlife ຍາດໄດ້ລາງວັນທີໜຶ່ງໃນການສອບເສັງ ຊາວໜຸ່ມປະດິດຄິດສ້າງ ແລະ ຍຸກສະເໝີພາບລະຫວ່າງ ຍິງ - ຊາຍ ປີ 2020 ໂດຍສູນຄົ້ນຄວ້າ, ພັດທະນາແບບຍືນຍົງ, ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແມ່ຍິງ ແລະ ສະຖານທູດ ອຽກລັງ ປະຈຳ ຫວຽດນາມ ຈັດຂຶ້ນ. ປະສິດທິຜົນຂອງການເຄື່ອນໄຫວຂອງສະໂມສອນນີ້ ຈະສ້າງທ່າອ່ຽງການໃຊ້ສອຍ ແລະ ພື້ນຖານເສດຖະກິດໝູນວຽນ, ປະກອບສ່ວນເຂົ້າໃນການສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ຂຽວສົດງົດງາມ ແລະ ພັດທະນາແບບຍືນຍົງ.