ຄະນະສິລະປະກອນວິທະຍຸກະຈາຍສຽງຫວຽດນາມ: 70 ປີແຫ່ງວັນສ້າງຕັ້ງ
(VOVWORLD) -70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຄະນະສິລະປະກອນຂອງວິທະຍຸກະຈາຍສຽງຫວຽດນາມ (VOV), ປະຈຸບັນແມ່ນໂຮງລະຄອນຂອງ VOV, ໄດ້ປະຕິບັດສຳເລັດໜ້າທີ່ດ້ານການເມືອງຂອງຕົນ.
(VOVWORLD) -70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຄະນະສິລະປະກອນຂອງວິທະຍຸກະຈາຍສຽງຫວຽດນາມ (VOV), ປະຈຸບັນແມ່ນໂຮງລະຄອນຂອງ VOV, ໄດ້ປະຕິບັດສຳເລັດໜ້າທີ່ດ້ານການເມືອງຂອງຕົນ.
(VOVWORLD) -ຕາມມະຕິເລກທີ 43 ຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມວ່າດ້ວຍການກໍ່ສ້າງ ແລະ ພັດທະນານະຄອນດ່າໜັງ ຮອດປີ 2030, ວິໄສທັດຮອດປີ 2045, ຮອດປີ 2030 ດ່າໜັງ ຈະສໍາເລັດການກໍ່ສ້າງຕົວເມືອງອັດສະລິຍະ ເຊື່ອມຕໍ່ກັບບັນດາຕາໜ່າງຕົວເມືອງອັດສະລິຍະໃນທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຢ່າງຄົບຊຸດ. ດ່າໜັງ ຢືນຢູ່ຕໍ່ໜ້າກາລະໂອກາດພັດທະນາໃໝ່່ດ້ວຍເປົ້າໝາຍກາຍເປັນສູນເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່, ປະດິດຄິດສ້າງ ຂອງຫວຽດນາມ ແລະ ເປັນນະຄອນທະເລທີ່ເປັນໜ້າດຳລົງຊີວິດຂອງ ອາຊີ.

(VOVWORLD) - ພາຍຫລັງປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບສະຫະປະຊາຊາດຢູ່ Bentil, ຊູດັງໃຕ້ ເປັນເວລາ 1 ປີ, ພະນັກງານ, ນັກຮົບໂຮງໝໍກາງສະໜາມລະດັບ 2 ເລກທີ 1 ຂອງ ຫວຽດນາມ ຫາກໍ່ສຳເລັດໜ້າທີ່ເບິ່ງແຍງດູແລສຸຂະພາບໃຫ້ແກ່ກຳລັງຮັກສາສັນຕິພາບຢູ່ຄະນະປະຕິບັດງານສະຫະປະຊາຊາດ ແລະ ປະຊາຊົນທ້ອງຖິ່ນໄດ້ເປັນຢ່າງດີ.

(VOVWORLD) - ຫວ່າງແລ້ວນີ້, ທິມບານເຕະຍິງ ຫວຽດນາມ ໄດ້ສ້າງຜົນງານຢ່າງມະຫັດສະຈັນ ກາຍເປັນທິມບານເຕະທຳອິດທີ່ຄວ້າໄດ້ຫຼຽນຄຳປະເພດບານເຕະຍິງ 6 ຫຼຽນຢູ່ SEA Games ຄັ້ງຕ່າງໆ. ເພື່ອບັນລຸໄດ້ຜົນງານຢ່າງມະຫັດສະຈັນນັ້ນ ແມ່ນການແຂ່ງຂັນດ້ວຍຄວາມພະຍາຍາມຢ່າງສຸດຂີດໃນນັດການແຂ່ງຂັນຊີງຊະນະເລີດ 120 ນາທີ ກັບທິມບານເຕະຍິງຂອງ ໄທ ດ້ວຍການຍາດຊີງບານ ແລະ ໄດ້ຮັບບາດເຈັບ.

(VOVWORLD) - ປັດຈຸບັນ, ບັນດາຜະລິດຕະພັນຖົງຢາງນີລົງ ແລະ ຜະລິດຕະພັນຫຸ້ມຫໍ່ດ້ວຍຢາງປຼາດສະຕິກແມ່ນບັນດາເຄື່ອງໃຊ້ທົ່ວໄປໃນຊີວິດປະຈຳວັນຂອງປະຊາຊົນ, ອັນໄດ້ກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ. ຫວ່າງແລ້ວນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສົມທົບກັບຄະນະຊາວໜຸ່ມແຂວງ ບັກນິງ ຈັດຕັ້ງການສະເໜີຕົວຮູບແບບ “ອາພັດເມັນຈຳກັດຂີ້ເຫຍື້ອຢາງປຼາດສະຕິກ”.

(VOVWORLD) - ພາຍຫລັງພະຍາຍາມເຈລະຈາຫລາຍຄັ້ງນັ້ນ, ສະຫະພັນບານເຕະ ຫວຽດນາມ ແລະ ຄູຝຶກຊາວ ສ.ເກົາຫຼີ Park Hang Seo ກໍ່ບັນລຸໄດ້ຂໍ້ຕົກລົງຕໍ່ສັນຍາ. ນີ້ແມ່ນຂ່າວດີສຳລັບແຟນບານ ຫວຽດນາມ, ຍ້ອນວ່າທ່ານ Park ແມ່ນຄູຝຶກທີ່ມີຄວາມເກັ່ງກ້າສາມາດ, ສາມາດນຳບານເຕະ ຫວຽດນາມ ພິຊິດບັນດາເປົ້າໝາຍສູງກ່ວາ ໃນການແຂ່ງຂັນບານເຕະຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ສາກົນ.

(VOVWORLD) - ຢູ່ນະຄອນຫລວງ ຮ່າໂນ້ຍ, ມີເຂດຊຸມຊົນແຫ່ງໜຶ່ງ ເຊິ່ງປະຊາຊົນລາວແຕ່ລະຄົນເມື່ອມາ ຫວຽດນາມ ລ້ວນແຕ່ຖືເຂດຊຸມຊົນນີ້ແມ່ນເຮືອນຂອງຕົນ, ເພື່ອພົບກັບຍາດຕິພີ່ນ້ອງຂອງຕົນ. ນັ້ນແມ່ນເຂດຊຸມຊົນຂອງຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຖະໜົນ ຫຼີນາມເດ໊, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ.
(VOVWORLD) -ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມ ອິນໂດເນເຊຍ ແລະ ປະທານາທິບໍດີ Sukarno ມາຢ້ຽມຢາມ ຫວຽດນາມ, ຫວ່າງແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ນ້ຳໃຈແຫ່ງຄວາມເປັນມິດທີ່ສະໜິດສະໜົມລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ”.

(VOVWORLD) - ທຸກໆປີ, ແຂວງ ກ໋ວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມພັກອາໄສກ່ວາ 10 ລ້ານເທື່ອຄົນ. ນີ້ແມ່ນໜຶ່ງໃນບັນດາສາເຫດທີ່ເຮັດໃຫ້ປະລິມານຂີ້ເຫຍື້ອໃນການດຳເນີນຊີວິດ ໃນນັ້ນແມ່ນຂີ້ເຫຍື້ອຢາງປຼາດສະຕິກເພີ່ມຂຶ້ນສູງ.

(VOVWORLD) -ດ້ວຍຈິດໃຈບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກ, ຊອກຮູ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ອ້າຍ ຫງວຽນເຕິ໊ນເວືອງ ຢູ່ຕາແສງ ເລິມເຊີນ, ເມືອງ ນິງເຊີນ, ແຂວງ ນິງທ້ວນ ໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ ຈາກການປູກດອກກ້ວຍໄມ້. ອ້າຍເປັນໜຶ່ງໃນຖັນແຖວຊາວໜຸ່ມດີເດັ່ນ ຂອງແຂວງນິງທ້ວນ ມີຄວາມຕັດສິນໃຈເລີ່ມຕົ້ນທຸລະກິດ ຢູ່ໃນເກນອາຍຸ 30 ກວ່າປີ ຍ້ອນມີຄວາມເມົາມົວຫຼົງໄຫຼ, ກ້າຄິດ, ກ້າທຳ. ບົດຂຽນຂອງ VOV.
