ອາຊີບທີ່ເປັນມູນເຊື້ອຂອງຊາວເຜົ່າຮ່າຍີ່
ໂດຍແມ່ນຊົນເຜົ່າທີ່ອາໄສຢູ່ເຂດພູສູງ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ມາເປັນເວລານັບຮ້ອຍປີ, ແລະດຳລົງຊີວິດດ້ວຍການຜະລິດກະສິກຳເປັນຕົ້ນຕໍ. ຍ້ອນເຫດນັ້ນ, ຊາວເຜົ່າ ຮ່າຍີ່ຈຶ່ງຮູ້ກໍ່ສ້າງກິດຈະກຳຊົນລະປະທານມາແຕ່ດົນແລ້ວ ແລະ ມີຄວາມຊຳນານໃນການປູກເຂົ້ານາຂັ້ນໄດ. ພ້ອມກັບການຜະລິດກະສິກຳ, ບັນດາຂະແໜງອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າ ຮ່າຍີ່ຍັງຄົງໄດ້ຮັບການອະນຸລັກຮັກສາ, ແລະ ເສີມຂະຫຍາຍຢູ່.










