ຂັບສອງກໍ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາວເຜົ່າສານຈີ
(VOVWORLD) -ທ້າຍລະດູບານໃໝ່ ຂະນະທີ່ພໍ່ແມ່ພີ່ນ້ອງຊາວເຜົ່າສານຈີ ຢູ່ເມືອງ ບິ່ງລຽວ ແຂວງກວ໋າງນິງ ມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ ແລະ ພ້ອມກັນມ່ວນຊື່ນເຂົ້າຮ່ວມບຸນ ສະລາມ ຍາມເດືອນ 3 ຫຼື ເອີ້ນວ່າງານບຸນ ສອງກໍ. ວັນບຸນນີ້ໄດ້ມີມານັບ 100 ປີ ແລະ ປັດຈຸບັນພວມໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍເພື່ອໃຫ້ສິລະປະຂັບສອງກໍ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ສືບຕໍ່ແຜ່ກະຈາຍບັນດາຄຸນຄ່າທາງດ້ານຈິດໃຈທີ່ເປັນເອກະລັກຢູ່ເຂດຊາຍແດນທາງທິດຕາເວັນອອກພາກເໜືອ.










