ເກັບຮັກສາສິລະປະແຕ້ມດ້ວຍຂີ້ເຜິ້ງຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ
(VOVWORLD) -ສິລະປະແຕ້ມດ້ວຍຂີ້ເຜິ້ງໃສ່ແພແມ່ນຄວາມງາມອັນເປັນປະເພນີເຊິ່ງໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນຂອງຊາວເຜົ່າມົ້ງແລະເຜົ່າຢ້າວຕ່ຽນ. ດ້ວຍສີມືອັນຄ່ອງແຄ້ວແລະຄວາມສາມາດວາດນຶກທີ່ອຸດົມສົມບູນ, ພວກແມ່ຍິງຢູ່ແຫ່ງນີ້ໄດ້ໃຊ້ຂີ້ເຜິ້ງເພື່ອປະດິດຄິດສ້າງບັນດາແຜ່ນແພ, ຊຸດອາພອນດ້ວຍລວດລາຍລະອຽດອ່ອນ ມີຫຼາກຫຼາຍສີສັນແລະງາມຕາ. ເພື່ອຮັກສາແລະແຜ່ກະຈາຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະ, ບັນດານັກສິລະປະການຊາວເຜົ່າມົ້ງ ແລະ ເຜົ່າຢ້າວ ມີຄວາມຫວັງຢາກຊອກຫາທິດກ້າວເດີນອັນໝັ້ນຄົງໃຫ້ແກ່ອາຊີບຫັດຖະກຳພື້ນເມືອງນີ້










