EVFTA - ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ແລະ ປັບປຸງການບໍລິຫານໃຫ້ສົມບູນແບບ ແລະ ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ
(VOVWORLD) - ວັນທີ 30 ມິຖຸນາ ຜ່ານມາ, ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ລົງນາມໃນສັນຍາທີ່ສຳຄັນສອງສະບັບຄື ສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EVFTA ແລະ EVIPA). ນີ້ໄດ້ຮັບຖືວ່າແມ່ນບັນດາສັນຍາທີ່ຮອບດ້ານ, ມີຄຸນນະພາບສູງ ແລະ ເພື່ອແນໃສ່ຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດສອງຝ່າຍດ້ວຍບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດຢ່າງແຮງ. ນີ້ກໍແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍົກສູງຄວາມອາດສາມາດເຊື່ອມໂຍງ ແລະ ເປີດກວ້າງຕະຫຼາດສົ່ງອອກສຳລັບຜະລິດຕະພັນກະເສດ.









