ເສດຖະກິດຫວຽດນາມ ໃນໄຕມາດ 1 ຍັງຄົງສືບຕໍ່ມີສັນຍານດີ
(VOVWORLD) -ຍ້ອນຖືກຜົນສະທ້ອນຢ່າງແຮງຈາກໂລກລະບາດ ໂຄວິດ 19, ການເຕີບໂຕ GDP ໄຕມາດ 1 ປີ 2020 ຂອງຫວຽດນາມ ຄາດວ່າ ບັນລຸພຽງໃນລະດັບ 3,82% ເຊິ່ງແມ່ນລະດັບຕ່ຳສຸດນັບແຕ່ປີ 2011. ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ສະພາບການລວມຂອງພາກພື້ນ ແລະ ໂລກແລ້ວ, ບັນດາຜູ້ຊ່ຽວຊານຢືນຢັນວ່າ ລະດັບການເຕີບໂຕດັ່ງກ່າວຍັງຄົງແມ່ນຕົວເລກສູງພໍສົມຄວນ. ພິເສດ ພື້ນຖານເສດຖະກິດ ຫວຽດນາມ ຍັງຄົງມີບັນດາຈຸດເດັ່ນທີ່ສາມາດສຸມໃສ່ຂຸດຄົ້ນ ແລະ ຊຸກຍູ້.










