ເສດຖະກິດ

16/07/2019

EVFTA - ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ແລະ ປັບປຸງການບໍລິຫານໃຫ້ສົມບູນແບບ ແລະ ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ

(VOVWORLD) - ວັນທີ 30 ມິຖຸນາ ຜ່ານມາ, ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ລົງນາມໃນສັນຍາທີ່ສຳຄັນສອງສະບັບຄື ສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EVFTA ແລະ EVIPA). ນີ້ໄດ້ຮັບຖືວ່າແມ່ນບັນດາສັນຍາທີ່ຮອບດ້ານ, ມີຄຸນນະພາບສູງ ແລະ ເພື່ອແນໃສ່ຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດສອງຝ່າຍດ້ວຍບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດຢ່າງແຮງ. ນີ້ກໍແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍົກສູງຄວາມອາດສາມາດເຊື່ອມໂຍງ ແລະ ເປີດກວ້າງຕະຫຼາດສົ່ງອອກສຳລັບຜະລິດຕະພັນກະເສດ.

EVFTA - ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ແລະ ປັບປຸງການບໍລິຫານໃຫ້ສົມບູນແບບ ແລະ ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ
09/07/2019

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມວາງແຜນຜັງຄືນໃໝ່ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ພາຍຫຼັງປະຕິບັດມະຕິເລກທີ 120 ຂອງລັດຖະບານກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດມາເປັນເວລາ 2 ປີ, ມີບາງກົນໄກນະໂຍບາຍໄດ້ຮັບການກວດກາຄືນ, ເພີ່ມເຕີ່ມ, ວາງແຜນສັງລວມ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພວມຮີບເຮັ່ງກໍ່ສ້າງ.

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມວາງແຜນຜັງຄືນໃໝ່ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
02/07/2019

ແກ້ໄຂ “ຂໍ້ຄົງຄ້າງ” ໃນການຫັນລັດວິສາຫະກິດເປັນຫຸ້ນສ່ວນ

(VOVWORLD) -ຕາມແຜນການໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ອະນຸມັດຜ່ານ, ໃນໄລຍະ 2017 – 2020 ແລ້ວ, ທົ່ວປະເທດຕ້ອງປະຕິບັດສຳເລັດການຫັນລັດວິສາຫະກິດ 127 ແຫ່ງເປັນຫຸ້ນສ່ວນ.

ແກ້ໄຂ “ຂໍ້ຄົງຄ້າງ” ໃນການຫັນລັດວິສາຫະກິດເປັນຫຸ້ນສ່ວນ
25/06/2019

Vinamilk ບົນເສັ້ນທາງສ້າງຂະແໜງອຸດສາຫະກຳນ້ຳນົມຫວຽດນາມ

(VOVWORLD) -ປະຈຸບັນ, Vinamilk ແມ່ນໜຶ່ງໃນບັນດາບໍລິສັດນ້ຳນົມກວມເອົາຕະຫຼາດຫຼາຍທີ່ສຸດຢູ່ຫວຽດນາມ ແລະ ກໍ່ແມ່ນບໍລິສັດນຳໜ້າບົນເສັ້ນທາງສ້າງຂະແໜງນ້ຳນົມຫວຽດນາມ.

Vinamilk ບົນເສັ້ນທາງສ້າງຂະແໜງອຸດສາຫະກຳນ້ຳນົມຫວຽດນາມ
11/06/2019

ການພັດທະນາເສດຖະກິດດີຈີຕອນເປີດກາລະໂອກາດເຕີບໂຕໄວໃຫ້ແກ່ ຫວຽດນາມ

(VOVWORLD) -ຕາມການຄົ້ນຄວ້າຫວ່າງມໍ່ໆມານີ້ຂອງ Google ແລະ Temasek (ສິງກະໂປ), ເສດຖະກິດດີຈີຕອນຂອງຫວຽດນາມ ບັນລຸໄດ້ປະມານ 3 ຕື້ USD ໃນປີ 2015, ເພີ່ມຂຶ້ນ 9 ຕື້ USD ໃນປີ 2018 ແລະ ຄາດຄະເນວ່າຈະບັນລຸ 30 ຕື້ USD ໃນປີ 2025.

ການພັດທະນາເສດຖະກິດດີຈີຕອນເປີດກາລະໂອກາດເຕີບໂຕໄວໃຫ້ແກ່ ຫວຽດນາມ
28/05/2019

ການ​ສົ່ງ​ອອກ​ຕາມ​ໂຄ​ຕາ-ທິດ​ເດີນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​​ຢູ່ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດ​ນາມ​ໄປ​ຍັງຕະຫຼາດ​ຈີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ໃນຈຳນວນບັນດາຄູ່ຮ່ວມມືເສດຖະກິດຂອງຫວຽດນາມ, ຈີນ ໄດ້ຮັບຖືວ່າແມ່ນຕະຫຼາດຈຳໜ່າຍທີ່ມີຂອບຂະໜາດ ແລະ ກຳລັງຊື້ຫຼາຍ. ນີ້ກໍ່ແມ່ນຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ, ສິນໃນນ້ຳຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ.

ການ​ສົ່ງ​ອອກ​ຕາມ​ໂຄ​ຕາ-ທິດ​ເດີນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​​ຢູ່ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດ​ນາມ​ໄປ​ຍັງຕະຫຼາດ​ຈີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ
21/05/2019

ຂະແໜງພາສີແຂວງກວາງນິງສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າສົ່ງອອກ

(VOVWORLD) - ປີ 2018 ແມ່ນປີທີ 2 ຢ່າງຕໍ່ເນື່ອງທີ່ກົມພາສີແຂວງກວາງນິງ ໄດ້ນຳໜ້າໃນຕາຕະລາງຈັດອັນດັບກ່ຽວກັບດັດຊະນີຈັດອັນດັບຄວາມສາມາດແກ່ງແຍ້ງຂັ້ນພະແນກ, ຂະແໜງ, ທ້ອງຖິ່ນ (DDCI) ແລະ ຢືນອັນດັບທີ 2 ດັດຊະນີການປະຕິຮູບດ້ານບໍລິຫານສຳລັບບັນດາອົງການສູນກາງໃນບໍລິເວນແຂວງກວາງນິງ. ໝາກຜົນນີ້, ສ້າງທ່ວງທ່າໃຫ້ແກ່ຂະແໜງພາສີແຂວງກວາງນິງ ສືບຕໍ່ຍູ້ແຮງການປະຕິຮູບບັນດາລະບຽບການບໍລິຫານນັບແຕ່ຕົ້ນປີ 2019, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດນຳເຂົ້າສົ່ງອອກ.

ຂະແໜງພາສີແຂວງກວາງນິງສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າສົ່ງອອກ
14/05/2019

ບັນດາມາດຕະການພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້

(VOVWORLD) -ເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ ລວມມີ 8 ແຂວງນະຄອນຄື: ນະຄອນໂຮ່ຈິມິນ, ບິນເຢືອງ, ດົ່ງນາຍ, ບ່າເຣັ້ຍວຸ້ງເຕົາ, ບິນເຟືອກ, ໄຕນິງ, ລອງອານ ແລະ ຕຽນຢາງ. ໃນໄລຍະທີ່ຜ່ານມາ, ຍາມໃດ ເຂດເສດຖະກິດຈຸດສຸມທາງພາກໃຕ້ ກໍ່ໄດ້ຢັ້ງຢືນບົດບາດນຳໜ້າດ້ານເສດຖະກິດຂອງທົ່ວປະເທດ. ສຸມທຸກແຫຼ່ງກຳລັງເພື່ອພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ ຈະສ້າງທ່ວງທ່າໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ນີ້ກໍ່ແມ່ນເນື້ອໃນສຳຄັນທີ່ກອງປະຊຸມພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ ທີ່ຫາກໍ່ຈັດຂຶ້ນຢູ່ແຂວງດົ່ງນາຍ.

ບັນດາມາດຕະການພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້