ການສົ່ງອອກທາງໄກ: ກາລະໂອກາດດີທີ່ສຸດເພື່ອພັດທະນາຂອບຂະຫນາດວິສາຫະກິດ
(VOVWORLD) -ຊຸມປີມໍ່ໆມານີ້ ການຄ້າເອເລັກໂຕນິກ ໄດ້ພັດທະນາຢ່າງແຮງ ດ້ວຍລະດັບເຕີບໂຕສະເລ່ຍ ແມ່ນ 30%/ປີ, ໄດ້ປະກອບສ່ວນຫລາຍຢ່າງໃຫ້ແກ່ເສດຖະກິດຂອງປະເທດຊາດ. ໃນສະພາບການໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນໃນທົ່ວໂລກນັ້ນ, ບັນດາວິສາຫະກິດ ຫວຽດນາມ ພວມໄດ້ນຳໃຊ້ການຄ້າເອເລັກໂຕນິກເຂົ້າໃນການສົ່ງເສີມ, ໂຄສະນາການຄ້າ ແລະ ຊອກຫາຄູ່ຄ້າ, ປະຕິບັດການພົວພັນທຸລະກິດຢ່າງມີປະສິດທິຜົນ.









