ສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ໄປຍັງຕະຫຼາດທີ່ທີ່ຕ້ອງການສິນຄ້າມີຄຸນນະພາບສູງ
(VOVWORLD) - ປັດຈຸບັນ, ຫວຽດນາມ ຢືນອັນດັບທີ 15 ໃນໂລກ ກ່ຽວກັບມູນຄ່າສົ່ງອອກຜະລິດຕະພັນກະເສດ. ເຖິງຢ່າງໃດກໍຕາມ, ເບິ່ງລວມແລ້ວ ຄວາມແກ້ງແຍ້ງຂອງຜະລິດຕະພັນກະເສດຂອງ ຫວຽດນາມ ຍັງບໍ່ສູງເທື່ອ. ເພື່ອສົ່ງອອກຜະລິດຕະພັນກະເສດໄດ້ຢ່າງໝັ້ນຄົງນັ້ນ, ໃນຊຸມປີມໍ່ໆມານີ້ ຜະລິດຕະພັນກະເສດ ແລະ ໝາກໄມ້ຜັກພືດຂອງຫວຽດນາມ ໄດ້ຜ່ານຜ່າບັນດາຮົ້ວກີດຂວາງກ່ຽວກັບມາດຕະຖານທາງດ້ານຄຸນນະພາບ ເພື່ອມີໜ້າຢູ່ບັນດາຕະຫຼາດທີ່ຕ້ອງການ ສິນຄ້າມີຄຸນນະພາບສູງ ໂດຍສະເພາະແມ່ນຕະຫຼາດ ເອີຣົບ ຫຼື ຍີ່ປຸ່ນ.










