LUVIT - ຜະລິດຕະພັນລອກປະຕູ ດີຈີຕອນ “Make in Vietnam”
(VOVWORLD) -ໃນສະພາບການປະຕິວັດອຸດສາຫະກຳ 4.0, ເຕັກໂນໂລຊີອິນເຕີເນັດສັບພະສິ່ງ (IoT) ໄດ້ ແລະ ພວມຖືກນຳໃຊ້ຢ່າງກວ້າງຂວາງໃນຊີວິດປະຈຳວັນ, ໃນນັ້ນມີບັນດາຜະລິດຕະພັນເຮືອນອັດສະລິຍະ ຫຼື smarthome, ພິເສດແມ່ນລອກປະຕູອັດສະລິຍະ ໝາຍເຖິງລອກປະຕູດີຈີຕອນ. ບັນດາລອກປະຕູດີຈີຕອນ ທັງໜັກແໜ້ນທັງຮັກສາຄວາມປອດໄພ ແລະ ມີຄວາມປານີດ ໄດ້ກາຍເປັນທ່າອ່ຽງໃນໄລຍະມໍ່ໆມານີ້ຂອງຜູ້ຊົມໃຊ້. ຕະຫຼາດລອກດີຈີຕອນ ໄດ້ຖືກຄາດຄະເນວ່າ ຈະສືບຕໍ່ພັດທະນາດີໃນໄລຍະທີ່ຈະມາເຖິງ. ໃນສະພາບການນີ້ ມີບາງບໍລິສັດຢູ່ ຫວຽດນາມ ໄດ້ເລີ່ມຫັນທິດໄປສູ່ຕະຫຼາດ ທີ່ມີຄວາມສາມາດບົ່ມຊ້ອນນີ້ ແລະ ໄດ້ໃຫ້ກຳເນີດບັນດາຜະລິດຕະພັນ Make in Vietnam ໃນນັ້ນມີລອກດີຈີຕອນ LUVIT










