ນະຄອນ ໂຮ່ຈີມິນ ໝູນໃຊ້ການຫັນເປັນດິຈີຕອນ ໃນວຽກງານກວດ ແລະ ປິ່ນປົວພະຍາດ
(VOVWORLD) - ໂດຍປະຕິບັດແຜນຮ່າງຫັນເປັນດີຈີຕອນຢ່າງແຮງຂອງລັດຖະບານ, ປີນີ້, ນະຄອນໂຮ່ຈີມິນ ວາງຄາດໝາຍເລີ່ມເຄື່ອນໄຫວ 2 ກິດຈະກຳຈຸດສຸມໃນການຫັນເປັນດິຈີຕອນຂອງຂະແໜງສາທາລະນະສຸກນະຄອນ ນັ້ນແມ່ນ: ສ້າງເອກະສານບັນທຶກສຸຂະພາບເອເລັກໂຕນິກ ໃຫ້ແກ່ປະຊາຊົນ ແລະ ສ້າງສາງຖານຂໍ້ມູນຮ່ວມໃຫ້ແກ່ຂະແໜງສາທາລະນະສຸກ. ມີຫຼາຍໆຮູບແບບ ແລະ ຈຸດເດັ່ນໃນການຫັນເປັນດິຈີຕອນໃນຂົງເຂດນີ້ ໄດ້ ແລະ ພວມນໍາເອົາຜົນປະໂຫຍດມາສູ່ປະຊາຊົນ.










