Media

ຫວຽດນາມ - 1 ໃນບັນດາສະຖານທີ່ປາຍທາງງາມທີ່ສຸດໃນໂລກ

ຫວຽດນາມ - 1 ໃນບັນດາສະຖານທີ່ປາຍທາງງາມທີ່ສຸດໃນໂລກ

(VOVWORLD) - ໃນບັນຊີລາຍຊື່ 28 ປະເທດງາມທີ່ສຸດໃນໂລກ ໂດຍວາລະສານທ່ອງທ່ຽວ ອາເມລິກາ Condé Nast Traveler ຄັດເລືອກ, ຫວຽດນາມ - ຢືນອັນດັບທີ 17 - ໄດ້ຮັບການຕີລາຄາວ່າເປັນດິນແດນທີ່ມີຫຼາກຫຼາຍສີສັນ ດ້ວຍການປະສົມປະສານລະຫວ່າງທຳມະຊາດ, ວັດທະນະທຳ ແລະ ມະນຸດໄດ້ຢ່າງກົມກຽວ. ວາລະສານ Condé Nast Traveler ຈຶ່ງໄດ້ເອີ້ນແຫ່ງນີ້ວ່າ “ແດນສະຫວັນສຳລັບຈິດໃຈມັກການຄົ້ນຫາລົງຕົວຈິງ”.

ໃນພາກແນະນຳກ່ຽວກັບ ຫວຽດນາມ, ວາລະສານ Condé Nast Traveler ໄດ້ເວົ້າເຖິງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຮຽງນາມຂອງ ຫວຽດນາມ ໃນແຜນທີ່ທ່ອງທ່ຽວໂລກ ເຊັ່ນ ອ່າວຮະລອງ (ແຂວງ ກວາງນິງ), ຕວຽນກວາງ, ອ່າວ ນິງເວິນ (ແຂວງ ແຄັງຮວ່າ), ເກາະ ຝູກວັກ ( ແຂວງ ອານຢາງ).

ອ່າວຮະລອງ (ແຂວງ ກວາງນິງ) ໄດ້ຮັບການພັນລະນາວ່າ ແມ່ນສັນຍາລັກຂອງຄວາມງາມແບບທຳມະຊາດຢູ່ ຫວຽດນາມ ດ້ວຍດອນເກາະຫີນປູນໃຫຍ່ນ້ອຍນັບພັນເກາະທີ່ພູພົ້ນເດັ່ນຂຶ້ນເທິງໜ້ານ້ຳທີ່ຂຽວໃສ, ສ້າງເປັນບັນດາສິ່ງມະຫັດສະຈັນທະເລທີ່ເປັນເອກະລັກທີ່ສຸດໃນໂລກ. ພາບ: ເຈື່ອງຢາງ - ນັກຂ່າວ VOV

ອ່າວຮະລອງ ພິເສດມີລະບົບນິເວດ ແລະ ຄຸນຄ່າທາງດ້ານທໍລະນີສາດ, ພູມສັນຖານ. ພາບ ເຈື່ອງຢາງ - ນັກຂ່າວ VOV

ແຂກທ່ອງທ່ຽວຕ່າງປະເທດລົງຕົວຈິງຂີ່ເຮືອຂອງຊາວທ້ອງຖິ່ນເພື່ອຊົມວິວທິວທັດທຳມະຊາດ, ຄົ້ນຫາຖ້ຳ ຢູ່ອ່າວ ຮະລອງ. ພາບ: ເຈື່ອງຢາງ - ນັກຂ່າວ VOV

ຮ່າຢາງ (ແຂວງ ຕວຽນກວາງ) - ມະຫາກາບເທິງພູພຽງຫີນ ດົ່ງວັນ. ນີ້ແມ່ນສະຖານທີ່ປາຍທາງທີ່ວາລະສານ Condé Nast Traveler ໄດ້ເນັ້ນໜັ້ກເຖິງ ເມື່ອເວົ້າກ່ຽວກັບຄວາມງາມແບບມະຫັດສະຈັນ ແລະ ບັນດາເສັ້ນທາງ trekking ທີ່ເຕັມໄປດ້ວຍສິ່ງທ້າທາຍຂອງເຂດຕາເວັນອອກສ່ຽງເໜືອ ຫວຽດນາມ. ພາບ: ຫວຽນ ຢູ - VOV

ບັນດາຕອນນາຂັ້ນໄດຢູ່ເຂດພູດອຍທາງທິດເໜືອ ຫວຽດນາມ ໄດ້ສ້າງເປັນພາບແຕ້ມທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ດຶງດູດແຂກທ່ອງທ່ຽວຜູ້ມັກຄົ້ນຫາ. ວາລະສານ Condé Nast Traveler  ໃຫ້ການຕີລາຄາວ່າ ບັນດາຕອນນາຂັ້ນໄດນີ້ໄດ້ສະແດງໃຫ້ເຫັນຫົວຄິດປະດິດສ້າງຂອງປະຊາຊົນ ຫວຽດນາມ ໃນການພິຊິດທຳມະຊາດ. ພາບ: ໂງຍຸງ - ນັກຂ່າວ VTC News

ທາງຊອຍເຂົ້າບ້ານທີ່ມີຮູບຊົງເປັນເອກະລັກ. ພາບ: ໂງຫາຍ - VOV

ຢູ່ພາກກາງ ຫວຽດນາມ, ບັນດາອ່າວ ແລະ ຫາດຊາຍທະເລທີ່ຮົກເຮື້ອປະຖົມປະຖານທີ່ໄດ້ເວົ້າເຖິງຄືດັ່ງເປັນເຂດຈັດກິດຈະກຳລະຫຼີ້ນບັນເທິງຢູ່ກາງແຈ້ງທີ່ສຸດຍອດທີ່ສຸດ, ໃນນັ້ນ ມີ ອ່າວ ນິງເວິນ (ແຂວງ ແຄັງຮວ່າ) ດຶງດູດແຂກທ່ອງທ່ຽວ ຍ້ອນນ້ຳທະເລຂຽວໃສ, ລະບົບນິເວດປະກາລັງທີ່ຫຼາຍຮູບຫຼາຍແບບ. ພາບ: VOV

ຍ້ອນປະຕິບັດວຽກງານອະນຸລັກຮັກສາໄດ້ເປັນຢ່າງດີ, ອ່າວນິງເວິນ ມີລະບົບນິເວດດ້ວຍຊີວະສັດທະເລທີ່ຫຼາກຫຼາຍປະເພດ. ພາບ: nguoihanoi.vn

ຄວາມໃສຂອງນ້ຳ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດຳນ້ຳທະເລພັດທະນາ. ພາບ:  nguoihanoi.vn

ເກາະ ຝູກວັກ (ແຂວງ ອານຢາງ) ໄດ້ຮັບການຕີລາຄາວ່າ ນຳມາເຊິ່ງໂລກເຂດຮ້ອນດ້ວຍປ່າດົງດິບ, ຫາດຊາຍທະເລຂາວ ແລະ ບັນດາເຂດພັກຜ່ອນຢ່ອນໃຈແຄມທະເລ ທີ່ດຶງດູດແຂກທ່ອງທ່ຽວສາກົນ. ພາບ: VOV

ຝູກວັກ ຍາມສາຍັນ. ພາບ: VOV

ຝູກວັກ ແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວທີ່ຂະຫຍັນຂັນເຄື່ອນທີ່ສຸດ ຢູ່ຫວຽດນາມ. ພາບ: VOV

 

ວາລະສານທ່ອງທ່ຽວຂອງ ອາເມລິກາ Condé Nast Traveler  ຫາກໍ່ປະກາດບັນຊີລາຍຊື່ 28 ປະເທດທີ່ງາມທີ່ສຸດໃນໂລກ, ຫວຽດນາມ ຢືນອັນດັບທີ 17. ປະເທດຢືນອັນດັບຕົ້ນ ແມ່ນ ຈີນ - ເຊິ່ງເປັນປະເທດທີ່ມີມໍລະດົກໂລກ 56 ແຫ່ງ ໂດຍອົງການ UNESCO  ຮັບຮອງເອົາ. ຖັດຈາກນັ້ນແມ່ນ ອົດສະຕາລີ, ບຣາຊີນ, ອິນເດຍ, ອາເມລິກາ, ການາດາ, ເມັກຊີໂກ, ໂກລົມເບຍ, ຝລັ່ງ ແລະ ອິນໂດເນເຊຍ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.