(VOVWORLD) - ເວລາ 7 ໂມງເຊົ້າຂອງວັນທີ 26 ກັນຍາ, ພິທີໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຖືກຈັດຂຶ້ນຢ່າງສົມກຽດຢູ່ ຫໍງານສົບແຫ່ງຊາດ ເຮືອນເລກທີ 5 ຖະຫນົນເຈີນແທງຕົງ ຮ່າໂນ້ຍ; ຫໍປະຊຸມທົງເຍີດ ນະຄອນ ໂຮ່ຈິມີນ ແລະ ຫໍປະຊຸມ ຄະນະກຳມະການປະຊາຊົນ ເມືອງ ກີມເຊີນ ແຂວງ ນີງບີງ (ບ້ານເກີດຂອງທ່ານປະທານປະເທດ). ຕອນເຊົ້າວັນທີ 26 ກັນຍາ, ຢູ່ ຮ່າໂນ້ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງ ຕາມພິທີງານສົບລະດັບຊາດ. ຄະນະຮັບຜິດຊອບງານສົບລວມມີ ສະມາຊິກ 37 ຄົນ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງເປັນຫົວຫນ້າຄະນະ.