Media

ພັນລະຍາປະທານາທິບໍດີ ອິນໂດເນເຊຍ: ຫໍພິພິທະພັນແມ່ຍິງຫວຽດນາມ ວາດພາບຊີວິດຂອງແມ່ຍິງຫວຽດນາມ ຢ່າງມີຊີວິດຊີວາ

ພັນລະຍາປະທານາທິບໍດີ ອິນໂດເນເຊຍ: ຫໍພິພິທະພັນແມ່ຍິງຫວຽດນາມ ວາດພາບຊີວິດຂອງແມ່ຍິງຫວຽດນາມ ຢ່າງມີຊີວິດຊີວາ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານ ເຈີນດ້າຍກວາງ ປະທານປະເທດຫວຽດນາມ ແລະພັນລະຍາ, ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 11-12 ກັນຍາ. ເນື່ອງໃນໂອກາດນີ້ ພັນລະຍາປະທານາທິບໍດີ ອິນໂດເນເຊຍ ທ່ານນາງ Iriana Joko Widodo ໄດ້ໄປຢ້ຽມຢາມຫໍພິພິທະພັນແມ່ຍິງຫວຽດນາມ

ທ່ານນາງ ຫງວຽນທິຮ່ຽນ, ພັນລະຍາປະທານປະເທດຫວຽດນາມ ຕ້ອນຮັບພັນລະຍາປະທານາທິບໍດີ ອິນໂດເນເຊຍ ທ່ານນາງ Iriana Joko Widodo ຢູ່ຫໍພິພິທະພັນແມ່ຍິງຫວຽດນາມ.
ພັນລະຍາປະທານາທິບໍດີ ອິນໂດເນເຊຍ ໄປຢ້ຽມຢາມ 4 ຊັ້ນໃນ ຫໍພິພິທະພັນແມ່ຍິງຫວຽດນາມ ໂດຍວາງສະແດງບັນດາເອກະສານ ແລະ ວັດຖຸພັນ ຊື່ງເກັບມາໄດ້ໃນທົ່ວປະເທດ. ຮູບແມ່ຫວຽດນາມ ນັກອອກແບບ ຫງວຽນຟູເກື່ອງ
ວັດຖຸພັນເຫລົ່ານີ້ແມ່ນຕິດພັນກັບຊີວິດຂອງແມ່ຍິງຫວຽດນາມ
ທ່ານນາງ Iriana Joko Widodo ເວົ້າວ່າ: ຊຸດອາພອນຂອງແມ່ຍິງຫວຽດນາມ ແລະ ແມ່ຍິງອິນໂດເນເຊຍ ມີຫລາຍຈຸດຄ້າຍຄືກັນ.
ພັນລະຍາທັງສອງທ່ານນາງ ພ້ອມດ້ວຍຄະນະ ຮັບຟັງການແນະນຳຂອງພະນັກງານຫໍພິພິທະພັນກ່ຽວກັບງານດອງຂອງຊາວເຜົ່າຢ້າວ
ທ່ານນາງ Iriana Joko Widodo ມີຄວາມປະທັບໃຈຕໍ່ຮູບພາບ ແລະ ວັດຖຸພັນຂອງບັນດາແມ່ຍິງ, ນັກຮົບປະຕິວັດຫວຽດນາມຄື: ທ່ານນາງ ຫງວຽນທິມີນຄາຍ, ຮ່າທິເກວ..
ທ່ານນາງ Iriana Joko Widodo ຢ້ຽມຢາມເຂດວາງສະແດງບັນດາຜະລິດຕະພັນຫັດຖະກຳຂອງຫວຽດນາມ
ໃນປື້ມບັນທຶກຄວາມຮູ້ສຶກ , ທ່ານນາງ Iriana Joko Widodo ໄດ້ຂຽນວ່າ: ຫໍພິພິທະພັນແມ່ຍິງໄດ້ສ້າງຄວາມປະທັບໃຈທີ່ສຸດ. ຫໍພິພິທະພັນ ໄດ້ວາດພາບ ແລະ ສ່ອງແສງເຖິງຊີວິດຂອງແມ່ຍິງຫວຽດນາມ ຢ່າງມີຊີວິດຊີວາ ແລະ ອຸດົມສົມບູນ.
ສິ້ນສຸດການຢ້ຽມຢາມ, ພັນລະຍາປະທານາທິບໍດີ ອິນໂດເນເຊຍ ທ່ານນາງ Iriana Joko ຂອບອົກຂອບໃຈການຕ້ອນຮັບຢ່າງອົບອຸ່ນ ສະຫນິດສະຫນົມ ຂອງທ່ານນາງ ຫງວຽນທິຮ່ຽນ, ພັນລະຍາປະທານປະເທດຫວຽດນາມ ເຈີນດ້າຍກວາງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.