ພາບສາລະຄະດີ

ເຂດປູຊະນີຍະຖານປະຫວັດສາປັກປໍ໋

ເຂດປູຊະນີຍະຖານປະຫວັດສາປັກປໍ໋
         ເຂດ​ປູຊະນີຍະ​ຖານ​ປະຫວັດ​ສາດ ປັກປໍ໋ ຂຶ້ນ​ກັບ​ຕາ​ແສງ ​ເຈື່ອງ​ຮ່າ ​ເມືອງ ຮ່າ​ກວາງ ​ແຂວງ ກາວ​ບັງ, ຕິດ​​ໃກ້​ກັບ​ຊາຍ​ແດນ ຫວຽດນາມ - ຈີນ, ຫ່າງຈາກ​ນະຄອນ ກາວ​ບັງ ກ່ວາ 40 ກມ. ນີ້​ແມ່ນ​ສະຖານ​ທີ່ ​ເຊິ່ງກ່ອນ​ນີ້ 71 ປີ (28/01/1941) ​ເປັນ​ກຽດ​ໄດ້​ຮັບ​ລຸງ​ໂຮ່ກັບ​ເມື່ອ​ປະ​ເທດ ​ຊີ້​ນຳ​ນຳພາ​ການປະຕິວັດ​ ຫວຽດນາມ ພາຍ​ຫລັງ 30 ປີ​ໄປຊອກ​ຫາ​ເສັ້ນທາງ​ກູ້​ຊາ​ດ.ສະຖານ​ທີ່ ​ປັກປໍ໋ ຕິດ​ພັນ​ກັບ​ຊີວິດ​ການ​​ເຄື່ອນ​ໄຫວ​ຂອງ​ລຸງ​ໂຮ່, ຂອງ​ປະຫວັດສາດ​ການປະຕິວັດ ​ແລະ ປະ​ເທດ ຫວຽດນາມ. ພູ​ ກາກມາກ, ຫ້ວຍ ​ເລ​ນິນ ກາຍ​ເປັນ​ສັນຍາ​ລັກ​ຂອງ​ປະຕິວັດ ຫວຽດນາມ.
          ດ້ວຍ​ຄວາມ​ໝາ​ຍ ​ແລະ ຄວາມ​ສຳຄັນ​ອັນ​ໃຫຍ່ຫລວງ, ​ເຂດ​ປູຊະນີຍະ​ຖານ​ປະຫວັດ​ສາດ ປ໋າກບ໋ ​ໄດ້ນາຍົກ
ລັດຖະມົນຕີ ຫວຽດນາມ ຈັດ​ອັນ​ດັບ​ເຂດ​ປູຊະນີຍະ​ຖານ​ແຫ່ງ​ຊາດ​ພິ​ເສດ.

 ທາງເຂົ້າເຂດປູຊະນີຍະຖານປະຫວັດສາປັກປໍ໋

ຫ້ວຍ ເລນິນ

ຝັງຫ້ວຍ ເລນິນ, ແຫ່ງທີ່ລຸງໂຮ່ເຄີຍຕຶກປາ

ໂຕະຫີນລຸງໂຮ່ເຮັດວຽກ
(ພາບອິນເຕີນແນັດ)

ຮູບກາກມາກ
(ພາບອິນເຕີນແນັດ)

ຖ້ຳກົກບໍ໋ ແຫ່ງທີ່ລຸງໂຮ່ເຮັດວຽກ ແລະ ດຳລົງຊີວິດ

ທັດສະນີຍະພາບປັກປໍ໋


This site is protected by reCAPTCHA and the Google Privacy Policy and Terms of Service apply.