ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງທ່ານ ຄຳສີ, ເພັດສະຫວັນ, ທອງຄຳ, ອຳພາວັນ. ເຊີນທ່ານຕິດຕາມຮັບຟັງ.
ທ່ານ ຄຳສີ, ແຂວງ ຊຽງຂວາງ ໄດ້ໂທລະສັບຫາລາຍການໂດຍແບ່ງປັນວ່າ: “ຂ້າພະເຈົ້າໄດ້ຮັບຊົມພາບສາລະຄະດີໃນແວບໄຊ vovworld.vn ກ່ຽວກັບ ການແຂ່ງຂັນກິລາຂອງນັກສຶກສາລາວທີ່ຮ່າໂນ້ຍ, ສສ ຫວຽດນາມ ປະຈຳປີ 2016. ຜ່ານພາບສາລະຄະດີດັ່ງກ່າວ, ຂ້າພະເຈົ້າມີຄວາມເຂົ້າໃຈເລິກເຊິ່ງກ່ວາກ່ຽວກັບບັນດາການເຄື່ອນໄຫວຂອງນັກສຶກສາ ລາວ ຢູ່ ຫວຽດນາມ. ຕາມຂ້າພະເຈົ້າແລ້ວ, ບັນດາການເຄື່ອນໄຫວຄືແນວນີ້ ຈະຊ່ວຍໃຫ້ນັກສຶກສາ ລາວມີຄວາມສາມັກຄີ ແລະ ເຂົ້າໃຈກັນກ່ວາ.”
+++
ໃນອາທິດ, ທ່ານ ເພັດສະຫວັນ, ແຂວງ ອັດຕະປື ໃຫ້ຮູ້ວ່າ: “ໃນຊຸມວັນນີ້, ອາກາດຢູ່ແຂວງ ອັດຕະປື ຮ້ອນເອົ້າທີ່ສຸດ. ຂ້າພະເຈົ້າຢາກຮູ້ອາກາດຢູ່ ຮ່າໂນ້ຍ ເປັນຄືແນວໃດ?”
ທ່ານ ເພັດສະຫວັນ ທີ່ເຄົາລົບ, ໃນຊຸມວັນນີ້ອາກາດຢູ່ ຮ່າໂນ້ຍ ມີການປ່ຽນແປງອຸນຫະພູມແມ່ນຢູ່ໃນລະດັບແຕ່ 23 – 30 ອົງສາ C, ຕອນເຊົ້າມີຝົນຕົກຢູ່ສະຖານທີ່ບາງແຫ່ງ ແລະ ມີນຳ້ໝອກ. ຕາມການຄາດຄະເນຂອງສູນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ ແລ້ວ, ໃນເວລາ 10 ວັນຈະມາເຖິງ, ອຸນຫະພູມຈະຢູ່ໃນລະດັບແຕ່ 24 – 30 ອົງສາ C, ນີ້ແມ່ນລະດັບອຸນຫະພຸມທີ່ສະດວກໃຫ້ແກ່ບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ ຂອງນັກຮຽນ, ນັກສຶກສາ ລາວ ທີ່ພວມຮຳ່ຮຽນຢູ່ ຮ່າໂນ້ຍ.
ພາບປະກອບ







