ຜູ້​ຟັງ​ກັບ​ພາກ​ພາ​ສາ​ລາວ

ປຸກລະດົມການເສັງ “ຊອກຮູ້ກ່ຽວກັບຫ້ອງ ອາຊຽນ - ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ”

ປຸກລະດົມການເສັງ “ຊອກຮູ້ກ່ຽວກັບຫ້ອງ ອາຊຽນ - ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ”

(VOVWORLD) - ວັນທີ 1 ກໍລະກົດ, ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV). ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າປຸກລະດົມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫ້ອງ ອາຊຽນ - VOV5” ທີ່ສະຫງວນໃຫ້ທ່ານຜູ້ຟັງ, ຜູ້ອ່ານຂອງຫ້ອງ ອາຊຽນ.

ລາງວັນເຊິ່ງລວມມີ:

-      ລາງວັນທີ 1: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 1 + ວິທະຍຸໜ່ວຍໜຶ່ງ

-      ລາງວັນທີ 2: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 2 + ວິທະຍຸໜ່ວຍໜຶ່ງ

-      ລາງວັນທີ 3: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 3 + ວິທະຍຸໜ່ວຍໜຶ່ງ

-      ນອກຈາກນັ້ນແລ້ວ, ຜູ້ເຂົ້າຮ່ວມການເສັງທຸກຄົນກໍ່ໄດ້ຮັບຂອງຂວັນຈາກ VOV5.

ບັນດາຄຳຖາມມີຢູ່ດັ່ງນີ້:

1 - ຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ລວມມີບັນດາລາຍການກະຈາຍສຽງໃດແດ່? ຄໍລຳພິເສດຂອງຫ້ອງ ອາຊຽນ ແມ່ນລາຍການໃດ?

2 - ເພື່ອນຕີລາຄາຄືແນວໃດກ່ຽວກັບຄໍລຳພິເສດຂອງຫ້ອງ ອາຊຽນ?

3 - ມີເທົ່າໃດຄົນເຂົ້າຮ່ວມການເສັງນີ້?

ເວລາຮັບບົດເສັງນັບແຕ່ວັນທີ 21 ພຶດສະພາ 2018 ແລະ ສິ້ນສຸດລົງໃນວັນທີ 20 ມິຖຸນາ 2018. ບົດເສັງສົ່ງເຖິງ ອີແມວ: [email protected]. ໝາກຜົນຂອງການເສັງຈະໄດ້ປະກາດໃນລາຍການກະຈາຍສຽງພິເສດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຫ້ອງ ອາຊຽນ (1 ກໍລະກົດ 2018). ທ່ານຜູ້ຟັງ, ຜູ້ອ່ານສາມາດຊອກຫາຄຳຖາມໃນລາຍການກະຈາຍສຽງ ແລະ ໃນແວບໄຊ vovworld.vn ຂອງພວກເຮົາ. ຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຂໍອວຍພອນໃຫ້ທຸກໆທ່ານປະສົບຜົນສຳເລັດ.

                                                                                                  ຂໍຂອບໃຈ

This site is protected by reCAPTCHA and the Google Privacy Policy and Terms of Service apply.