ຜູ້ຟັງກັບພາກພາສາລາວ ທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານໃນຈຳນວນ 473 ຄົນ ມາຈາກ 45 ປະເທດ ແລະ ເຂດແຄວ້ນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍມີຄວາມສົນໃຈ ແລະ ຕິດຕາມຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຂອງສອງພັກ. ທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານໃນຈຳນວນ 473 ຄົນ ມາຈາກ 45 ປະເທດ ແລະ ເຂດແຄວ້ນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍມີຄວາມສົນໃຈ ແລະ ຕິດຕາມຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຂອງສອງພັກ.
Facebook
ວັນພະຫັດ, 14:59, 21/01/2021
Nguyen Xuyen
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ “ໂອ້ລົມກັບເພື່ອນລາວ” ໃນອາທິດນີ້ທ່າມກາງບັນຍາກາດທີ່ພິເສດ. ປະຊາຊົນ ລາວ ມີຄວາມເບີກບານມ່ວນຊື່ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນ ຫວຽດນາມ ພວມກະຕື້ລືລົ້ນຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ. ສຳລັບພວກຂ້າພະເຈົ້າແລ້ວ, ຄວາມມ່ວນຊື່ນນັ້ນຍິ່ງທະວີຄູນຂຶ້ນ ເມື່ອມີທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານໃນຈຳນວນ 473 ຄົນ ມາຈາກ 45 ປະເທດ ແລະ ເຂດແຄວ້ນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍມີຄວາມສົນໃຈ ແລະ ຕິດຕາມຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຂອງສອງພັກ.
ຈົດໝາຍສະບັບທຳອິດແມ່ນຂອງເພື່ອນ Simon Heinrich ມາຈາກ ເຢຍລະມັນ, ເພື່ອນໄດ້ຂຽນວ່າ “ຂ້າພະເຈົ້າເລີ່ມຟັງລາຍການກະຈາຍສຽງຂອງ VOV ຫາກໍ່ໄດ້ 2 – 3 ເດືອນ. ຂ້າພະເຈົ້າມີຄວາມຈັບອົກຈັບໃຈຕໍ່ເພງ ຫວຽດນາມ ກໍຄື ປະເທດ ຫວຽດນາມ. ຂ້າພະເຈົ້າ ຈະສືບຕໍ່ຕິດຕາມລາຍການຂອງ VOV, ພິເສດແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ”.
ຈົດໝາຍສະບັບຕໍ່ໄປແມ່ນຄຳອວຍພອນຂອງທ່ານຜູ້ຟັງ Shivendu Paul ຢູ່ປະເທດ ອິນເດຍ - ເຊິ່ງເປັນຜູ້ຟັງປະຈຳຂອງ VOV5, ເພື່ອນຂຽນວ່າ “ດີໃຈນຳເດີ ທີ່ທິມບານເຕະຍິງ ຫວຽດນາມ ຖືກຈັດເຂົ້າໃນ Top 5 FIFA ອາຊີ. ຂໍອວຍພອນໃຫ້ ຫວຽດນາມ ຈັດຕັ້ງງານມະຫາກຳກິລາ Sea Games 31 ແລະ ASEAN Para Games ໃນເດືອນ ທັນວານີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ”.
ໃນອາທິດຜ່ານມາ, ທ່ານຜູ້ຟັງມີຊື່ວ່າ ບຸນຄຳ, ຢູ່ແຂວງ ຄຳມ່ວນ ຂອງລາວ ໄດ້ສົ່ງຈົດໝາຍມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: “ໂດຍແມ່ນລູກຫຼານຂອງປະເທດ ລ້ານຊ້າງ ແລະ ເຄີຍດຳລົງຊີວິດ, ຮ່ຳຮຽນຢູ່ ຫວຽດນາມ, ຂ້າພະເຈົ້າ ມັກຕິດຕາມ ແລະ ມີຄວາມສົນໃຈຕໍ່ການເຄື່ອນໄຫວລະຫວ່າງ ຫວຽດນາມ - ລາວ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກ ປະຊາຊົນປະຕິວັດ ລາວ ໄດ້ສິ້ນສຸດດ້ວຍຜົນສຳເລັດຢ່າງຈົບງາມ ແລະ ວາງອອກຫຼາຍໜ້າທີ່ສຳຄັນ. ສ່ວນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ ກໍໃກ້ຈະດຳເນີນ.”
ກ່ອນອື່ນໝົດ, ພວກຂ້າພະເຂົ້າກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດ ລາວ. ກ່ອນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ນັກຂ່າວ VOV ໄດ້ມີໂອກາດພົບປະກັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແລະ ແລກປ່ຽນກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມໃຫຍ່ຂອງສອງພັກ.
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ
ເມື່ອເວົ້າເຖິງວຽກງານກະກຽມບຸກຄະລາກອນໃຫ້ແກ່ເຫດການສຳຄັນນີ້, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕີລາຄາວ່າ:
ທ່ານຜູ້ຟັງ ຢ໊າງຈີ໊ຊູ໊ງ (ຈີນ) ໄດ້ສົ່ງຈົດໝາຍມາຫາ VOV5 ດ້ວຍເນື້ອໃນດັ່ງນີ້: “ດັ່ງທີ່ຂ້າພະເຈົ້າໄດ້ຮູ້ມານັ້ນ, ໃນໄລຍະປົກຄອງ ຫວຽດນາມ, ພວກລ່າເມືອງຂຶ້ນ ຝລັ່ງ ໄດ້ສ້າງສຳນັກງານອຳນາດການປົກຄອງ ອິນດູຈີນ, ປັດຈຸບັນ ເອີ້ນວ່າ ທຳນຽບປະທານປະເທດ ເຊິ່ງເປັນບ່ອນເຮັດວຽກຂອງການນຳ ຫວຽດນາມ ຫຼາຍລຸ້ນຄົນ ແລະ ປະທານໂຮ່ຈີມິນ ກໍ່ໄດ້ເຮັດວຽກຢູ່ທີ່ນີ້ເປັນເວລາຍາວນານພໍສົມຄວນ ແມ່ນບໍ? ຂ້າພະເຈົ້າຢາກໃຫ້ທາງລາຍການ ແນະນຳກ່ຽວກັບສະຖານທີ່ແຫ່ງນີ້ຕື່ມອີກແດ່?” ທ່ານຜູ້ຟັງທີ່ຮັກແພງ! ເມື່ອຖືກຖາມກ່ຽວກັບ ທັດສະນີຍະພາບ ແລະ ສະຖານທີ່ທ່ອງທ່ຽວ ຢູ່ຮ່າໂນ້ຍ, ມີຄົນລາວ ຫຼາຍຄົນ ໄດ້ຕອບກັບພວກຂ້າພະເຈົ້າວ່າ: “ເມື່ອມາຮ່າໂນ້ຍ, ຕ້ອງໄປຢ້ຽມຊົມເຂດປູຊະນີຍະສະຖານ ໂຮ່ຈີມິນ, ເພາະວ່າ ຢູ່ທີ່ນີ້ ມີສຸສານປະທານໂຮ່ຈີມິນ, ມີຫໍພິພິທະພັນ ໂຮ່ຈີມິນ, ມີວັດເສົາດຽວ” ເຊິ່ງອັນນີ້ ໄດ້ສະແດງໃຫ້ເຫັນຄວາມຮັກແພງ ເຊິ່ງປະຊາຊົນ ລາວ ມີຕໍ່ປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ. ຍ້ອນທ່ານຜູ້ຟັງ ຈີນ ຖາມມາ, ສະນັ້ນ, ພວກຂ້າພະເຈົ້າ ຂໍແນະນຳບາງຈຸດພົ້ນເດັ່ນກ່ຽວກັບ ທຳນຽບປະທານປະເທດ - ສະຖານທີ່ເຊິ່ງປະທານໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກ ເພື່ອໃຫ້ຜູ້ຟັງທ່ານໃດ ຍັງບໍ່ທັນມີໂອກາດມາ ຮ່າໂນ້ຍ ກໍໄດ້ຮູ້ຈັກສະຖານທີ່ແຫ່ງນີ້.
ປີ 2017, ທຳນຽບປະທານປະເທດ ຖືກຈັດອັນດັບທີ 2 ໃນບັນຊີລາຍຊື່ທຳນຽບປະທານາທິບໍດີ 13 ແຫ່ງ ງາມທີ່ສຸດໃນໂລກ ໂດຍ ໜັງສືພິມ Architerctural Digest ຄັດເລືອກ
ປີ 2017, ທຳນຽບປະທານປະເທດ ຖືກຈັດອັນດັບທີ 2 ໃນບັນຊີລາຍຊື່ທຳນຽບປະທານາທິບໍດີ 13 ແຫ່ງ ງາມທີ່ສຸດໃນໂລກ ໂດຍ ໜັງສືພິມ Architerctural Digest ຄັດເລືອກ. ທຳນຽບປະທານປະເທດ ຫວຽດນາມ ໂດຍນັກສະຖາປະນິກ ຊາວ ຝລັ່ງ, ທ່ານ Charles Lichtenfelder ເປັນຜູ້ອອກແບບ, ສະນັ້ນ, ອາຄານຫຼັງນີ້ ຈຶ່ງເຂັ້ມຂຸ້ນໄປດ້ວຍລັກສະນະຂອງສະຖາປັດຕະຍາກຳແບບເກົ່າແກ່ຂອງ ຝລັ່ງ ແລະ ໄດ້ຮັບການກໍ່ສ້າງແຕ່ປີ 1901 ຮອດປີ 1906 ຈິ່ງສຳເລັດ. ໃນສະໄໝ ພວກລ່າເມືອງຂຶ້ນຝລັ່ງ ປົກຄອງ ຫວຽດນາມ, ອາຄານດັ່ງກ່າວ ແມ່ນສຳນັກງານອຳນາດການປົກຄອງ ອິນດູຈີນ - ເຊິ່ງເປັນສະຖານທີ່ ມີການນຳຜູ້ມີອຳນາດເຕັມ ແລະ ຮັກສາການຜູ້ມີອຳນາດເຕັມ ທັງໝົດ 29 ເຊັ່ນຄົນ ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ທີ່ນີ້. ນັບແຕ່ປີ 1954 ເປັນຕົ້ນມາ, ສະຖານທີ່ແຫ່ງນີ້ ໄດ້ເປັນບ່ອນເຮັດວຽກຂອງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ການນຳຂັ້ນສູງຂອງ ຫວຽດນາມ, ເປັນບ່ອນຈັດພິທີຕ້ອນຮັບປະມຸກລັດຂອງບັນດາປະເທດທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ [email protected] . ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.