ສະຖານະການ ການເມືອງ

20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

(VOVWORLD) - ວັນທີ 23 ສິງຫາ, ຢູ່ນະຄອນ ມອງກາຍ, ຫວຽດນາມ ແລະ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍເຂດຊາຍແດນ ແລະ 10 ປີແຫ່ງວັນຜັນຂະຫຍາຍເອກະສານນິຕິກຳ ກ່ຽວກັບເຂດຊາຍແດນທາງບົກ ຫວຽດນາມ-ຈີນ. ນີ້ແມ່ນເຫດການສຳຄັນເພື່ອສອງປະເທດສະຫລຸບ, ຕີລາຄາບັນດາຜົນງານ, ບົດຮຽນໃນວຽກງານປະສານສົມທົບກັນ ພາຍຫຼັງ10 ປີທີ່ໄດ້ຜັນຂະຫຍາຍເອກະສານນິຕິກຳ 3 ສະບັບກ່ຽວກັບເຂດຊາຍແດນທາງບົກ ແລະ 20 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍເຂດຊາຍແດນ ຫວຽດນາມ-ຈີນ ກໍ່ຄືການຮ່ວມມື, ພັດທະນາທີ່ເຂດຊາຍແດນ.

ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ-ຈີນ ເປັນປະທານຮ່ວມພິທີສະເຫຼີມສະຫຼອງ (ພາບ: baoquocte.vn)

    ຫວນຄືນປະຫວັດສາດ, ວິວັດທະນາການເຈລະຈາການກຳນົດເຂດຊາຍແດນ ແລະ ແບ່ງເຂດປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ ໄດ້ຜ່ານບັນດາຂີດໝາຍທີ່ສຳຄັນ.

  ເດືອນພະຈິກປີ 1957, ຄະນະເລຂາສູນກາງພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມ ປະຈຸບັນ) ໄດ້ສົ່ງຈົດໝາຍໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະເໜີໃຫ້ສອງຝ່າຍ ຈົ່ງເຄົາລົບເສັ້ນຊາຍແດນປະຫວັດສາດ.  ເດືອນເມສາປີ 1958, ສູນກາງພັກກອມມູນີດຈີນ ໄດ້ຕອບເຫັນດີກັບຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການເຄົາລົບເສັ້ນຊາຍແດນປະຫວັດສາດ ໂດຍສົນທິສັນຍາ 2 ສະບັບກ່ຽວກັບການກຳນົດເສັ້ນຊາຍແດນ ເຊິ່ງໄດ້ລົງນາມໃນປີ 1887 ແລະ 1895 ລະຫວ່າງອຳນາດການປົກຄອງຝະລັ່ງ ຢູ່ອິນດູຈີນ ແລະ ລາຊະວົງ ຊິງ ຢູ່ຈີນ ກ່ຽວກັບການແກ້ໄຂທຸກການຍາດຊິງກັນດ້ວຍການເຈລະຈາ. ຈົນຮອດຫຼັງສັນຍາ ປາຣີ ເມື່ອເດືອນມັງກອນປີ 1973, ບັນດາການເຈລະຈາກ່ຽວກັບເຂດຊາຍແດນ ຫວຽດນາມ-ຈີນ ຈຶ່ງໄດ້ຮັບການເລີ່ມປະຕິບັດ. ການເຈລະຈາຄັ້ງທີ 1 ໄດ້ດຳເນີນເມື່ອເດືອນສິງຫາປີ 1974 ແຕ່ຍ້ອນຫຼາຍສາຍເຫດ, ການເຈລະຈາຄັ້ງຕ່າງໆບໍ່ບັນລຸໝາກຜົນໄດ້.

ວິວັດທະນາການແຫ່ງການກຳນົດເຂດຊາຍແດນທາງບົກ

  ພາຍຫຼັງການພົວພັນລະຫວ່າງສອງປະເທດ ຫວຽດນາມ-ຈີນ ໄດ້ຮັບການສ້າງເປັນປົກກະຕິຄືນໃໝ່, ວັນທີ 30 ທັນວາປີ 1999, ຢູ່ຮ່າໂນ້ຍ, ລັດຖະບານສອງປະເທດ ໄດ້ເຊັນ “ສົນທິສັນຍາວ່າດ້ວຍການກຳນົດເຂດຊາຍແດນທາງບົກລະຫວ່າງ ສສ ຫວຽດນາມ ແລະ ສປ ຈີນ.”

  ບົນພື້ນຖານສົນທິສັນຍາປີ 1999, ສອງຝ່າຍໄດ້ສົມທົບກັນດຳເນີນການສຳຫຼວດພື້ນທີ່ຕົວຈິງ ເພື່ອແບ່ງເຂດຳນົດ ການປັກຫຼັກໝາຍຊາຍແດນໃນຕະຫຼອດເຂດຊາຍແດນທີ່ມີຄວາມຍາວເກືອບ 1450 ກມ ດ້ວຍຫຼັກໝາຍ 1970 ຫຼັກ. ວັນທີ 31 ທັນວາ ປີ 2008, ວຽກງານແບ່ງເຂດປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ ໄດ້ປະຕິບັດສຳເລັດໂດຍພື້ນຖານ. ຕໍ່ຈາກນັ້ນແມ່ນການເຈລະຈາ ແລະ ເຊັນບັນດາອະນຸສັນຍາກ່ຽວກັບ ວຽກງານແບ່ງເຂດປັກຫຼັກໝາຍຊາຍແດນ, ກ່ຽວກັບຂໍ້ກຳນົດການຄຸ້ມຄອງຊາຍແດນ, ກ່ຽວກັບດ່ານ ແລະ ການຄຸ້ມຄອງດ່ານ. ວັນທີ 14 ກໍລະກົດ ປີ 2010, ສອງຝ່າຍໄດ້ປະກາດບັນດາເອກະສານກ່ຽວຂ້ອງເຖິງການແບ່ງເຂດປັກຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງຊາຍແດນຕາມເສັ້ນຊາຍແດນໃໝ່ ຢ່າງເປັນທາງການ.

ກຳນົດເສັ້ນຊາຍແດນທາງບົກຢ່າງຈະແຈ້ງ

   ສົນທິສັນຍາວ່າດ້ວຍເຂດຊາຍແດນທາງບົກ ໄດ້ເປັນຂີດໝາຍແຫ່ງບາດກ້າວເດີນທີ່ສຳຄັນ ໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບລະຫວ່າງສອງປະເທດ ແລະ ໃນພາກພື້ນ. ເປັນຄັ້ງທຳອິດໃນປະຫວັດສາດ, ສອງປະເທດ ທີ່ໄດ້ກຳນົດເສັ້ນຊາຍແດນທາງບົກຢ່າງຈະແຈ້ງ ດ້ວຍລະບົບຫຼັກໝາຍແຫ່ງຊາດທີ່ທັນສະໄໝ, ສ້າງພື້ນຖານໜັກແໜ້ນໃຫ້ແກ່ການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບອັນຍາວນານ, ການຮ່ວມມື ແລະ ພັດທະນາລະຫວ່າງສອງປະເທດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນຫວຽດນາມ-ຈີນ.

   ສົນທິສັນຍາວ່າດ້ວຍເຂດຊາຍແດນທາງບົກ ຫວຽດນາມ-ຈີນ ແລະ ການປະຕິບັດສຳເລັດວຽກງານແບ່ງເຂດປັກຫຼັກໝາຍຊາຍແດນ, ກຳນົດເສັ້ນຊາຍແດນທາງບົກທີ່ຈະແຈ້ງ ແມ່ນປະຖົມປັດໃຈ, ແມ່ນພື້ນຖານດ້ານກົດໝາຍທີ່ສຳຄັນ ເພື່ອສອງຝ່າຍດຳເນີນການຄຸ້ມຄອງເຂດຊາຍແດນທາງບົກ ຫວຽດນາມ-ຈີນ, ເປີດກາລະໂອກາດໃໝ່ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ພິເສດແມ່ນໄດ້ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນເຂດຊາຍແດນສອງຝ່າຍ ປັບປຸງຄວາມສະຫງົບປອດໄພ, ເປີດກ້ວາງການຮ່ວມມື ແລະ ພັດທະນາເສດຖະກິດ.

  ສົນທິສັນຍາດັ່ງກ່າວ ກໍ່ສະແດງໃຫ້ເຫັນເຈດຕະນາດີ ແລະ ຄວາມຕັດສິນໃຈຂອງຫວຽດນາມ ທີ່ພ້ອມແລ້ວທີ່ຈະແກ້ໄຂທຸກການຍາດຊິງກັນ ກ່ຽວກັບເຂດຊາຍແດນ ຜືນແຜ່ນດິນ, ບັນດາເຂດນ່ານທະເລ ແລະ ໄຫຼ່ທະວີບ, ສອດຄ່ອງກັບກົດໝາຍ ແລະ ພຶດຕິກຳຕົວຈິງສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.