ສະຖານະການ ການເມືອງ

5 ປີ EVFTA: ກຳ​ລັງ​ໜູນ​ໃຫ້​ແກ່​ການເຕີບ​ໂຕ​ສີ​ຂຽວ ແລະ ຍືນ​ຍົງ

5 ປີ EVFTA: ກຳ​ລັງ​ໜູນ​ໃຫ້​ແກ່​ການເຕີບ​ໂຕ​ສີ​ຂຽວ ແລະ ຍືນ​ຍົງ

(VOVWORLD) - ພາຍຫຼັງ 5 ປີແຫ່ງການປະຕິບັດສັນຍາການຄ້າເສລີ ສະຫະພາບ ເອີລົບ - ຫວຽດນາມ (EVFTA), ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EU) ມີການເຕີບໂຕຢ່າງກະໂດດຂັ້ນ. ບໍ່ພຽງແຕ່ສວມບົດບາດເປັນເສົາຄ້ຳໃນການພົວພັນທາງການຄ້າເທົ່ານັ້ນ, EVFTA ຍັງແມ່ນພື້ນຖານຊຸກຍູ້ການປະຕິຮູບລະບອບລະບຽບການ, ຮັບປະກັນການເຕີບໂຕສີຂຽວ ແລະ ຍືນຍົງຂອງແຕ່ລະຝ່າຍ.

ພາບປະກອບ: VGP

ສັນຍາການຄ້າເສລີ ສະຫະພາບ ເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດ ນັບແຕ່ວັນທີ 1 ສິງຫາ 2020 ຢ່າງເປັນທາງການ. ສັນຍາໄດ້ລົບລ້າງພາສີກ່ວາ 70% ສຳລັບສິນຄ້າຫຼາຍປະເທດທີ່ນຳເຂົ້າສົ່ງອອກລະຫວ່າງສອງຝ່າຍ, ສ່ວນພາສີຍັງເຫຼືອຂຶ້ນເຖິງ 99% ຈະໄດ້ຮັບການລົບລ້າງຕາມວິວັດການ. ພ້ອມກັນນັ້ນ, EVFTA ກໍ່ຍົກສູງຫຼາຍພໍສົມຄວນບັນດາມາດຖານກ່ຽວກັບສິ່ງແວດລ້ອມ ແລະ ຕະຫຼາດແຮງງານ.

ການເຕີບໂຕຢ່າງກະໂດດຂັ້ນ

ຕາມຂໍ້ມູນຂອງ ກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ພາຍຫຼັງ 5 ປີປະຕິບັດສັນຍາ EVFTA, ວົງເງິນການຄ້າສອງສົ້ນ ຫວຽດນາມ - EU ເພີ່ມຂຶ້ນແຕ່ 55,4 ຕື້ USD ໃນປີ 2020 ຂຶ້ນເກືອບ 70 ຕື້ USD ໃນທ້າຍປີ 2024. ຕາມການສະຖິຕິບໍ່ຄົບຖ້ວນ, ວົງເງິນການສົ່ງອອກສິນຄ້າຂອງ ຫວຽດນາມ ເຂົ້າ EU ພາຍຫຼັງ 5 ປີປະຕິບັດ ສັນຍາ EVFTA ຄາດວ່າຂຶ້ນເຖິງ 270 ຕື້ USD. ຕົວເລກນີ້ ກວມເອົາເກືອບ 40% ຍອດວົງເງິນການຄ້າສະສົມລະຫວ່າງສອງຝ່າຍນັບແຕ່ປີ 1995, ນຳຫວຽດນາມ ກາຍເປັນຄູ່ຮ່ວມມືທາງການຄ້າແຖວໜ້າຂອງ EU ໃນອາຊຽນ, ແລະ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 16 ຂອງກຸ່ມນີ້ໃນທົ່ວໂລກ. ໃນຂະນະນັ້ນ, EU ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ແລະ ແມ່ນແຫຼ່ງສົ່ງອອກໃຫຍ່ອັນດັບທີ 4 ຂອງ ຫວຽດນາມ.

ສຳລັບບັນດາວິສາຫະກິດ ຫວຽດນາມ, ຜົນປະໂຫຍດເຊິ່ງ EVFTA ນຳມາໃຫ້ນັ້ນແມ່ນຈະແຈ້ງທີ່ສຸດ. ບົດລາຍງານຂອງ ສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ປະກາດເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນ EVFTA ມີຜົນສັກສິດສະແດງໃຫ້ເຫັນວ່າ EVFTA ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຄ້າສອງຝ່າຍ, ສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິຮູບລະບອບລະບຽບການ, ຍົກສູງມາດຖານ ແລະ ກຳລັງຄວາມສາມາດໃນການແກ້ງແຍ້ງຂອງວິສາຫະກິດ ຫວຽດນາມ. ທ່ານ ຫງວຽນຫາຍມິງ, ຮອງປະທານ EuroCham ໃຫ້ຮູ້ວ່າ

ມີຈຸດພົ້ນເດັ່ນໃນສາຍຕາຂອງວິສາຫະກິດເອີລົບ ເນັ້ນແມ່ນການຜັນຂະຫຍາຍ ແລະ ປະຕິບັດສັນຍາການຄ້າເສີລີ ຫວຽດນາມ ແລະ EU ຢ່າງມີປະສິດທິຜົນໃນ 5 ປີຜ່ານມາ, ແລະ ບົດບາດຂອງກະຊວງອຸດສາຫະກຳ ແລະ ການຄ້າແມ່ນຫຼັກແຫຼ່ງທີ່ສຸດ, ສະແດງອອກ ຜ່ານການຮ່ວມແຮງຮ່ວມໃຈພ້ອມກັບຝ່າຍ EU, ກັບປະຊາຄົມວິສາຫະກິດເພື່ອແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ, ແກ້ໄຂບັນດາຮົ້ວກີດຂວາງໃນການສົ່ງອອກນຳເຂົ້າ.

ທ່ານ ຫງວຽນຫາຍມິງ, ຮອງປະທານ EuroCham (ພາບ: EuroCham)

ບໍ່ພຽງແຕ່ຊຸກຍູ້ການສົ່ງອອກສິນຄ້າເທົ່ານັ້ນ, EVFTA ຍັງສ້າງກຳລັງດຶງດູດຢ່າງແຮງຕໍ່ກະແສເງິນລົງທຶນຈາກເອີລົບ, ພ້ອມທັງຍົກສູງຖານະບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ. ດ້ວຍເງິນກ່ວາ 35 ຕື້ USD ທຶນ FDI ຈົດທະບຽນຈົນຮອດກາງປີ 2025, EVFTA ກາຍເປັນຈຸດພົ້ນເດັ່ນໃນການດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຂອງ ຫວຽດນາມ ຈາກ EU ມີຫຼາຍໂຄງການໃຫຍ່ໃນຂົງເຂດເຕັກໂນໂລຢີສູງ, ພະລັງງານທົດແທນ, ຜະລິດຜະລິດຕະພັນການຢາ, logistics … ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ. ນີ້ແມ່ນແຫຼ່ງເງິນລົງທຶນລຸ້ນໃໝ່, ມີຄຸນນະພາບສູງ, ສ້າງພື້ນຖານເພື່ອໃຫ້ ຫວຽດນາມ ສ້າງລະບົບສະໜອງໃໝ່, ເຂົ້າຮ່ວມເລິກໃນເຄືອຂ່າຍສະໜອງທົ່ວໂລກດ້ວຍມາດຖານສູງ.

ກຳລັງໜູນຊຸກຍູ້ການປະຕິຮູບ

ບໍ່ພຽງແຕ່ເພີ່ມການແລກປ່ຽນການຄ້າສອງຝ່າຍເທົ່ານັ້ນ, EVFTA ຍັງແມ່ນກຳລັງໜູນສຳຄັນຊຸກຍູ້ການປະຕິຮູບຂອງແຕ່ລະຝ່າຍ. ຕາມທ່ານນາງ Lin Goethals ຜູ້ອຳນວຍການສະຖາບັນຄົ້ນຄ້ວາເອີລົບ ກ່ຽວກັບ ອາຊີ(EIAS)  ມີສຳນັກງານຕັ້ງຢູ່ ບຣຸກແຊມ, ປະເທດ ແບນຊິກ ແລ້ວ, ໃນສະພາບການເສດຖະກິດທົ່ວໂລກມີການຜັນປ່ຽນຫຼາຍຢ່າງ, ຫວຽດນາມ ແລະ EU ຍັງແບ່ງປັນຫຼາຍເປົ້າໝາຍຍຸດທະສາດລວມກ່ຽວກັບການພັດທະນາແບບຍືນຍົງ, ຫັນພື້ນຖານເສດຖະກິດເປັນສີຂຽວ, ດັ່ງນັ້ນ ໄປຄຽງຄູ່ກັບຜົນປະໂຫຍດຈາກການຫຼຸດຜ່ອນພາສີຕາມຂັ້ນຕອນ, EVFTA ຍັງຊຸກຍູ້ບັນດາຄູ່ຮ່ວມມືຍຸດທະສາດລະຫວ່າງ EU ແລະ ຫວຽດນາມ ອີກດ້ວຍ.

ນອກຈາກການຫຼຸດຜ່ອນອັດຕາພາສີ, ໜຶ່ງໃນບັນດາຂໍ້ສະດວກໃຫຍ່ທີ່ສຸດເຊິ່ງ EVFTA ນຳມາໃຫ້ນັ້ນເຊິ່ງແມ່ນການໂອ້ລົມສົນທະນາກ່ຽວກັບບັນດາບັນຫາອື່ນຂອງການຄ້າຄື: ຮົ້ວກີດຂວາງປອດພາສີ. ບັນດາການໂອ້ລົມສົນທະນາໄດ້ຍູ້ແຮງກ່ວາເກົ່າຫຼາຍ. ນອກຈາກນັ້ນ, ການຮັບປະກັນການພັດທະນາແບບຍືນຍົງກໍ່ນອນໃນໂຄງການດຳເນີນງານເຊິ່ງ ທັງຫວຽດນາມ ແລະ EU ລ້ວນແຕ່ເອົາໃຈໃສ່.

ແບ່ງປັນກ່ຽວກັບການຕີລາຄານີ້, ທ່ານ Luliu Winkler ຮອງປະທານຄະນະກຳມະການການຄ້າສາກົນ ຂອງລັດຖະສະພາ ເອີລົບຖືວ່າ EVFTA ໄດ້ວາງເສັ້ນທາງຫຼຸດຜ່ອນອັດຕາພາສີໃຫ້ແກ່ບັນດາຂົງເຂດ ເທື່ອລະກ້າວ, ໃນນັ້ນມີບັນດາຂົງເຂດຍຸດທະສາດສຳລັບ ຫວຽດນາມ ແລະ EU (ພະລັງງານສີຂຽວ, ເຕັກໂນໂລຢີໃໝ່…) ເພາະສະນັ້ນ, ເພື່ອຊົມໃຊ້ບັນດາຜົນປະໂຫຍດ ເຊິ່ງ EVFTA ນຳມາໃຫ້ເປັນຢ່າງດີທີ່ສຸດ, ທັງ EU ແລະ ຫວຽດນາມລ້ວນແຕ່ຈຳເປັນຕ້ອງຍູ້ແຮງການປະຕິຮູບລະບອບລະບຽບການ, ຫຼຸດຜ່ອນຫຼາຍຂໍ້ກຳນົດ, ຜ່ານນັ້ນ ຊ່ວຍບັນດາວິສາຫະກິດສອງຝ່າຍ ມີສະຖານທີ່ຮ່ວມມືຢ່າງມີໄຫວພິບກ່ວາ, ຍາດແຍ່ງຄວາມສາມາດບົ່ມຊ້ອນຈາກບັນດາຂົງເຂດເຊິ່ງສອງຝ່າຍຍັງມີທ່າແຮງ ບົ່ມຊ້ອນເພື່ອຮ່ວມມື.

ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ. ປັດຈຸບັນ EU ພວມໃນວິວັດການຫຼຸດຜ່ອນຫຼາຍຂໍ້ກຳນົດຕາມທິດນີ້ ແລະ ຂ້າພະເຈົ້າກໍ່ຮູ້ສຶກດີໃຈເມື່ອໄດ້ຮູ້ວ່າ ຫວຽດນາມ ກໍ່ພວມຫຼຸດຜ່ອນຫຼາຍຂໍ້ກຳນົດ, ປັບປຸງຫຼາຍມາດຕາຂອງກົດໝາຍເພື່ອຮັບໃຊ້ວິສາຫະກິດໃຫ້ດີກ່ວາອີກ.     

ສຳລັບບັນດາວິສາຫະກິດ ຫວຽດນາມ, EVFTA ກໍ່ພວມຊຸກຍູ້ການປະຕິຮູບຕາມທິດສີຂຽວ ແລະ ຍືນຍົງກ່ວາອີກ. ເມື່ອເຂົ້າຮ່ວມ EVFTA, ບັນດາວິສາຫະກິດ ຫວຽດນາມ ຕ້ອງຕອບສະໜອງຫຼາຍຂໍ້ກຳນົດໃໝ່ກ່ຽວຂ້ອງເຖິງການຫັນການຜະລິດເປັນສີຂຽວ, ຄວາມຮັບຜິດຊອບສັງຄົມ, ມີລະບອບສະໜອງທີ່ປອດໄສ… ພິເສດໃນຂົງເຂດສົ່ງອອກທີ່ມີແຕ່ດົນນານຂອງ ຫວຽດນາມຄື: ເກີບໜັງ, ຜະລິດຕະພັນຈາກໄມ້. ນີ້ແມ່ນສິ່ງທ້າທາຍແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດຍົກສູງມາດຖານສິນຄ້າ ແລະ ກຳລັງຄວາມສາມາດພາຍໃນ, ຈາກນັ້ນເພີ່ມທະວີຄວາມສາມາດໃນການແກ້ງແຍ້ງຢູ່ຫຼາຍຕະຫຼາດທີ່ມີມາດຖານສູງ.

ເພື່ອຮ່ວມເດີນທາງກັບບັນດາວິສາຫະກິດ ຫວຽດນາມ ໃນການປະຕິບັດບັນດາຂໍ້ກຳນົດຂຽວຈາກ EU ຄື: ກົນໄກປັບປຸງຂີດຊາຍແດນ ກາກບອນ (CBAM) (ນັບແຕ່ຕົ້ນປີ 2026), ກົດໝາຍວ່າດ້ວຍການຫ້າມນຳເຂົ້າຜະລິດຕະພັນກະເສດທີ່ກ່ຽວຂ້ອງເຖິງການທຳລາຍປ່າ (EUDR)ທ້າຍປີ ນີ້… ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສ້າງປະຕູ CBAM, ແປ່ບັນດາຂໍ້ກຳນົດຂອງ EU ມາເປັນພາສາຫວຽດ, ຊ່ວຍໃຫ້ບັນດາວິສາຫະກິດເຂົ້າເຖິງບັນດາຂໍ້ກຳນົດຂອງ EU ຢ່າງງ່າຍດາຍ ແລະ ປອດໄສທີ່ສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.