ສະຖານະການ ການເມືອງ

ອະ​ດີດ​ການ​ນຳ​ພັກ - ລັດ​ຖະ​ບານ ແຫ່ງ ສ​ປ​ປ.ລາວ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການຖະ​ໜຸ​ຖະ​ໜອມ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ລາວ - ຫວຽດ​ນາມ

ອະ​ດີດ​ການ​ນຳ​ພັກ - ລັດ​ຖະ​ບານ ແຫ່ງ ສ​ປ​ປ.ລາວ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການຖະ​ໜຸ​ຖະ​ໜອມ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ລາວ - ຫວຽດ​ນາມ

(VOVWORLD) - ວັນທີ 22 ກໍລະກົດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການກ່ຽວກັບເລື່ອງຈັດຕັ້ງພິທີໄວ້ອາໄລລະດັບຊາດ ນັບແຕ່ວັນທີ 25 – 26 ກໍລະກົດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອນມິດຜູ້ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແມ່ນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ, ພິເສດແມ່ນສຳລັບການນຳພັກ, ລັດຖະບານລາວລຸ້ນຕ່າງໆທີ່ເຄີຍມີໂອກາດໄດ້ເຮັດວຽກ, ພົບປະກັບເພິ່ນມາເປັນຫຼາຍຄັ້ງ.

ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ຍ່າງກວດກອງກຽດຕິຍົດ ຢູ່ລາວ ໃນປີ 2019. 

ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແບ່ງປັນວ່າ: ຂ້າພະເຈົ້າໄດ້ມີໂອກາດໄດ້ເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຂ້າພະເຈົ້າມີຄວາມປະທັບໃຈ ແລະ ມີຄວາມຊົງຈຳອັນດີງາມຫຼາຍຢ່າງກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພິເສດແມ່ນໃນກອງປະຊຸມຮ່ວມຂອງ 2 ກົມການເມືອງ ລາວ - ຫວຽດນາມ, ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ລະຄັ້ງ. ສະຫາຍ ຫງວຽນຝູຈ້ອງ ແມ່ນການນຳຜູ້ມີຄວາມສຳຄັນພິເສດ, ມີຄວາມເອົາໃຈຢ່າງໃກ້ຊິດ, ເລິກເຊິ່ງ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ລາວ - ຫວຽດນາມ, ກໍຄື ມີຄວາມເອົາໃຈໃສ່ເປັນພິເສດເຖິງການຖະໜຸຖະໜອມ, ຮັກສາມໍລະດົກທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ເກີດດອກອກຜົນຍິ່ງໆຂຶ້ນ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. 

« ໃນການຢ້ຽມຢາມລາວ ຂອງສະຫາຍ ຫງວຽນ ຟູ ຈ້ອງ ໃນປີ 2019, ໃນຖະແຫລງການຮ່ວມ ກໍໄດ້ລະບຸ ສາຍພົວພັນສອງປະເທດ ເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຂ້າພະເຈົ້າເຫັນວ່າ ຄຳເວົ້າດັ່ງກ່າວ ມັນມີຄວາມໝາຍສຳຄັນ ແລະ ສ່ອດຄ່ອງກັບຕົວຈິງຂອງ ການພົວພັນຂອງສອງຝ່າຍ, ເພາະວ່າການພົວພັນ ລາວ - ຫວຽດນາມ ເປັນການພົວພັນທີ່ເປັນມູນເຊື້ອອັນດີງາມ, ມີຄວາມສາມັກຄີຜູກພັນທີ່ສະໜິດແໜ້ນ ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ຄຽງບ່າຄຽງໄຫຼ່ຮ່ວມສຸກຮ່ວມທຸກ, ຮ່ວມກັນສູ້ຮົບ, ພ້ອມກັນຕີເອົາຊະນະລັດທິລ່າເມືອງຂຶ້ນຂອງຝຣັ່ງ, ຈັກກະພັດອາເມລິກາ »

ທ່ານສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ລາວ 

ທ່ານສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ລາວ ໃຫ້ຮູ້ວ່າ, ໃນໄລຍະເວລາຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ, ຮອງນາຍົກລັດຖະມົນຕີ ລາວ,  ທ່ານໄດ້ມີໂອກາດພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນຫຼາຍຄັ້ງ. ທ່ານ ສົມສະຫວາດ ເລັ່ງສະຫວັດ ເວົ້າຄວາມໃນໃຈສູ່ຟັງວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳທີ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການສືບຕໍ່ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ - ຫວຽດນາມ. ທ່ານເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນລູກສິດດີເດັ່ນຂອງປະທານ ໂຮ່ຈີມິນ, ອຸທິດທັງຊີວິດຂອງຕົນໃຫ້ແກ່ພັກ ແລະ ປະເທດຊາດ ຫວຽດນາມ: 

“ເພິ່ນໄດ້ເຕືອນກັບບັນດາສະຫາຍ ຫວຽດນາມວ່າ ອັນໃດທີ່ໄດ້ຕົກລົງກັບຝ່າຍລາວ ແມ່ນຕ້ອງເຮັດແທ້ໆໄດ໊ ແລະ ເພີ່ນກໍໄດ້ບອກຝ່າຍລາວເຮົາຄືກັນ, ສະຫາຍລາວ ບໍ່ຕ້ອງຈົ່ງຈຽມກັນ ອັນໃດທີ່ການນຳທັງສອງຝ່າຍໄດ້ຕົກລົງກັນແລ້ວ ຕ້ອງພ້ອມກັນມາຊຸກຍູ້ໃຫ້ມັນເກີດໝາກເກີດຜົນ ບໍ່ແມ່ນມີແຕ່ເວົ້າ. ອັນນີ້, ຂ້າພະເຈົ້າເຫັນວ່າ ເພິ່ນເປັນການນຳຜູ້ໜຶ່ງທີ່ມີຄວາມເອົາໃຈໃສ່. ດັ່ງນັ້ນ, ໃນໄລຍະທີ່ຂ້າພະເຈົ້າດຳລົງຕຳແໜ່ງຢູ່ນັ້ນ, ດ້ວຍການຊີ້ນຳຢ່າງໃກ້ຊິດຂອງເພິ່ນ ໄດ້ເຮັດໃຫ້ການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ກໍຄືດ້ານອື່ນໆຂອງສອງພັກ, ສອງລັດ ພວກເຮົາໄດ້ຂະຫຍາຍຕົວ, ຢ່າງໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງເລື້ອຍໆ.”

        ບັນດາສະຫາຍອະດີດການນຳພັກ, ລັດຖະບານ ລ້ວນແຕ່ຢັ້ງຢືນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸດທິດທັງຊີວິດ, ກຳລັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນໃຫ້ແກ່ພາລະກິດປົດປ່ອຍຊາດ, ພາລະກິດສ້າງຄວາມສາມັກຄີທົ່ວປວງຊົນທັງຊາດ ແລະ ພາລະກິດປ່ຽນແປງໃໝ່ຂອງພັກຄອມມູນິດ ຫວຽດນາມ, ກໍຄືປະກອບສ່ວນສຳຄັນ, ຍິ່ງໃຫຍ່ ແລະ ມີຄຸນຄ່າເຂົ້າໃນການເພີ່ມທະວີການສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ. ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຖືວ່າ: 

"ເຖິງວ່າສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສະຫຼັບຊັບຊ້ອນ, ບວກໃສ່ຄວາມຫຍຸ້ງຍາກຂອງສະພາບການພາຍໃນຂອງແຕ່ລະປະເທດ ລາວ-ຫວຽດນາມ ທີ່ໄດ້ປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ແຕ່ຍ້ອນຄວາມເອົາໃຈໃສ່ໃນການຊິີ້ນຳນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ໄດ້ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຍິ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ທັງທາງກວ້າງ ແລະ ທາງເລິກ ຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ເຊັ່ນ: ການພົວພັນດ້ານເມືອງ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນສູງ; ສອງພັກມີກົນໄກພົບປະຂັ້ນສູງ ເຊິ່ງ ຂ້າພະເຈົ້າ ໄດ້ມີໂອກາດນໍາພາຄະນະ ໄປພົບປະ ສອງກົມການເມືອງ ຮ່ວມ ສະຫາຍ ຫງວຽນ ຟູ ຈ້ອງ ຈໍານວນ 05 ຄັ້ງ, ມີການແລກປ່ຽນໄປມາຫາສູ່ກັນຢ່າງເປັນປະຈຳ ລະຫວ່າງ ການນຳຂັ້ນສູງ ພັກ, ລັດ, ສະພາແຫ່ງຊາດ ແລະ ບັນດາທ້ອງຖິ່ນ, ຂະແໜງການຕ່າງໆຂອງສອງປະເທດ, ການນຳຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມທາງການ ແລະ ພາຍໃນເຊິ່ງກັນ ແລະ ກັນ ເປັນປະຈຳ »

ບັນດາອະດີດການນຳພັກ, ລັດຖະບານສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ນີ້ແມ່ນການສູນເສຍອັນໃຫຍ່ຫຼວງ ທີ່ບໍ່ສະເພາະແຕ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບພັກ, ລັດລາວ ນຳອີກ./.

This site is protected by reCAPTCHA and the Google Privacy Policy and Terms of Service apply.