ສະຖານະການ ການເມືອງ

ອາເມລິກາ ຟື້ນຟູສ່ວນຫນຶ່ງລັດຖະດຳລັດຫ້າມຄົນເຂົ້າເມືອງ

ອາເມລິກາ ຟື້ນຟູສ່ວນຫນຶ່ງລັດຖະດຳລັດຫ້າມຄົນເຂົ້າເມືອງ

(VOVWORLD) -ວັນທີ 29 ມິຖຸນາ, ຄຳຕັດສິນຂອງສານສູງສຸດ ອາເມລິກາ ກ່ຽວກັບການຟື້ນຟູສ່ວນຫນຶ່ງລັດຖະດຳລັດຫ້າມຄົນເຂົ້າເມືອງສຳລັບພົນລະເມືອງ 6 ປະເທດອິດສະລາມ ຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ມີຜົນສັກສິດຢ່າງເປັນທາງການ.

 ຜູ້ແຫ່ຂະບວນປະທ້ວງຄັດຄ້ານລັດຖະດຳລັດຄົນເຂົ້າເມືອງ

ພາບ: Reuters

ນີ້ເປັນຄັ້ງທຳອິດ ສານສູງສຸດ ອາເມລິກາ ຊື່ງແມ່ນອົງການຕຸລາການສູງສຸດຂອງ ອາເມລິກາ ໄດ້ອອກຄຳຕັດສິນຢ່າງເປັນທາງການສຳລັບລັດຖະດຳລັດຫ້າມຄົນເຂົ້າເມືອງຂອງປະທານາທິບໍດີ Donald Trump  ຊື່ງແມ່ນລັດຖະດຳລັດທີ່ຖືກປິດລ້ອມຈາກບັນດາສານຂັ້ນລຸ່ມເຮັດໃຫ້ເອກະສານນີ້ບໍ່ສາມາດມີຜົນສັກສິດ. ຄຳຕັດສິນຂອງສານສູງສຸດ ອາເມລິກາ ໄດ້ຮັບຖືວ່າຄືດັ່ງໄຊຊະນະເບື້ອງຕົ້ນຂອງ ປະທານາທິບໍດີ Donald Trump ແຕ່ຄຳຕັດສິນນີ້ ອາດຈະຖືກປ່ຽນແປງ ເມື່ອສານສູງສຸດ ອາເມລິກາ ຈະພິຈາລະນາ ທັງໝົດລັດຖະດຳລັດດັ່ງກ່າວໃນເດືອນ ຕຸລາ ຈະມາເຖິງ.

ລັດຖະດຳລັດຈຳກັດພົນລະເມືອງຕ່າງປະເທດເຂົ້າເມືອງ ໂດຍປະທານາທິບໍດີ Donald Trump  ເຊັນ ເມື່ອ ວັນທີ 6 ມີນາປີ 2017 ຊື່ງຫ້າມພົນລະເມືອງ 6 ປະເທດ ມີຊາວມຸດສະລິມກວມສ່ວນຫລາຍ ລວມມີ: ອີຣານ, ລີບີ, ໂຊມາລີ, ຊີຣີ, ຊູດັງ ແລະ ເຢເມນ ເຂົ້າເມືອງ ອາເມລິກາ ໃນເວລາ 90 ວັນ ແລະ ຢຸດຕິເລື່ອງອະນຸຍາດໃຫ້ຊາວອົບພະຍົບເຂົ້າເມືອງ ອາເມລິກາ ໃນເວລາ 120 ວັນ. ລັດຖະດຳລັດນີ້ໄດ້ຮັບການຕີລາຄາວ່າ ແມ່ນມີການດັດປັບບາງຢ່າງເມື່ອທຽບໃສ່ລັດຖະດຳລັດສະບັບເກົ່າທີ່ໄດ້ປະກາດໃນທ້າຍເດືອນມັງກອນ. ເຖິງຢ່າງໃດກໍຕາມ, ວົງການເຈົ້າຫນ້າທີ່ຕຸລາການ ຢູ່ລັດຕ່າງໆຂອງ ອາເມລິກາ ໄດ້ຖືວ່າ ເຖິງວ່າ ຂອບເຂດດັດປັບຂອງລັດຖະດຳລັດສະບັບໃຫມ່ຖືກຮັດແຄບ ແຕ່ເອກະສານນີ້ ຍັງຄົງສືບຕໍ່ແມ່ນສິ່ງທ້າທາຍສຳລັບພື້ນຖານລັດຖະທຳມະນູນ ເມື່ອມີການຈຳແນກສຳລັບສາສະຫນາໃດຫນຶ່ງ.

        ຕາມຄຳຕັດສິນຂອງສານສູງສຸດ ອາເມລິກາ ທີ່ຫາກໍ່ປະກາດໃຊ້, ສານດັ່ງກ່າວ ບໍ່ຫ້າມພົນລະເມືອງທັງໝົດຂອງ 6 ປະເທດດັ່ງກ່າວ ເຂົ້າເມືອງ ອາເມລິກາ ຫາກຍັງຄົງອະນຸຍາດໃຫ້ຜູ້ທີ່ມີການພົວພັນຢ່າງເໝາະສົມກັບບັນດາບຸກຄົນ ແລະ ອົງການຈັດຕັ້ງ ອາເມລິກາ ໄດ້ເຂົ້າເມືອງ, ຕົວຢ່າງຄື: ນັກສຶກສາມີຫນັງສືເຂົ້າໂຮງຮຽນ, ຄົນງານມີສັນຍາ ຫລື ຍາດຕິພີ່ນ້ອງຂອງຜູ້ທີ່ດຳລົງຊີວິດຢູ່ອາເມລິກາຢ່າງຖືກຕ້ອງຕາມກົດໝາຍ.

   ປະຕິກິລາຍາຈາກຫາງສຽງ

ພາຍຫລັງ ສານສູງສູດ ອອກຄຳຕັດສິນ ຟື້ນຟູ ສ່ວນຫນຶ່ງຂອງລັດຖະດຳລັດຫ້າມຄົນເຂົ້າເມືອງ, ປະທານາທິບໍດີ Donald Trump ໄດ້ຊົມເຊີຍຂໍ້ຕົກລົງນີ້. ທ່ານ ປະທານາທິບໍດີ Donald Trump  ເນັ້ນຫນັກວ່າ ຄຳຕັດສິນດັ່ງກ່າວຂອງສານ ແມ່ນໄຊຊະນະຢ່າງຈະແຈ້ງສຳລັບຄວາມສະຫງົບປອດໄພແຫ່ງຊາດ. ທ່ານປະທານາທິບໍດີ Donald Trump ເອີ້ນຄຳຕັດສິນນີ້ຄືດັ່ງເຄື່ອງມືຊ່ວຍໃຫ້ທ່ານສາມາດປົກປັກຮັກສາປະເທດ ອາເມລິກາ ຢ່າງມີປະສິດທິຜົນ. ມີທັດສະນະເຊັ່ນດຽວກັນ, ຜູ້ພິພາກສາ 3 ທ່ານ ໃນ ຈຳນວນ 9 ທ່ານຂອງສານສູງສຸດ ຖືວ່າ ລັດຖະດຳລັດຕ້ອງໄດ້ຮັບການຟື້ນຟູຢ່າງຄົບຖ້ວນ ແລະ ຜົນປະໂຫຍດແຫ່ງຊາດຕ້ອງແມ່ນເໜືອກວ່າສິ່ງໃດໝົດ. ກົງກັນຂ້າມ, ບັນດາສະມາຊີກລັດຖະສະພາ ອາເມລິກາ ຜູ້ທີ່ເຄີຍຄັດຄ້ານລັດຖະດຳລັດຫ້າມຄົນເຂົ້າເມືອງໄດ້ສະແດງຄວາມຜິດຫວັງເມື່ອຖືວ່າ ຄຳຕັດສິນຂອງສານສຸງສຸດ ໄດ້ສົ່ງຜົນສະທ້ອນເຖິງພື້ນຖານອະທິປະໄຕ ອາເມລິກາ. ໃນຂະນະນັ້ນ, ວົງການທະນາຍຄວາມ ອາເມລິກາ ຖືວ່າ ຄຳຕັດສິນຂອງສານ ແມ່ນສະແດງໃຫ້ເຫັນທັດສະນະດຸ່ນດ່ຽງລະຫວ່າງຄວາມສະຫງົບປອດໄພແຫ່ງຊາດ ແລະ ສິດທິມະນຸດ.

ບັນດາປະເທດຖືກຜົນສະທ້ອນຈາກລັດຖະດຳລັດຫ້າມເຂົ້າເມືອງ ຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump  ກໍ່ໄດ້ມີປະຕິກິລິຍາເບື້ອງຕົ້ນ. ວົງການເຈົ້າຫນ້າທີ່ ເຢເມນ ສະແດງຄວາມຜິດຫວັງຕໍ່ຄຳຕັດສິນຂອງສານສູງສຸດ ອາເມລິກາ. ທ່ານ Ahmed al Nasi, ເຈົ້າຫນ້າທີ່ ຂຶ້ນກັບກະຊວງບັນດາບັນຫາກ່ຽວກັບຜູ້ອາໄສຢູ່ຕ່າງປະເທດ ຂອງ ເຢເມນ ໄດ້ຖືວ່າ ຄຳຕັດສິນດັ່ງກ່າວຈະບໍ່ຊ່ວຍຫຍັງໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ກົງກັນຂ້າມ ມັນຈະເຮັດໃຫ້ບັນດາປະເທດອິດສະລາມ ທີ່ມີສ່ວນກ່ຽວຂ້ອງ ຮູ້ສຶກວ່າ ເຂົາເຈົ້າພວມກາຍເປັນເປົ້າໝາຍ.

ໃນຂະນະນັ້ນ ໂດຍຄາດຄະເນລວ່ງຫນ້າບັນດາສິ່ງທີ່ສັບສົນຊື່ງ ຄຳສັ່ງຫ້າມຄົນເຂົ້າເມືອງກໍ່ຂຶ້ນ, ພາຍຫລັງສານສູງສຸດ ໄດ້ອອກຄຳຕັດສິນຟື້ນຟູສ່ວນຫນຶ່ງລັດຖະດຳລັດຫ້າມເຂົ້າເມືອງ, ກະຊວງປ້ອງກັນຄວາມສະຫງົບພາຍໃນຂອງອາເມລິກາ ໃຫ້ຮູ້ວ່າ ຈະປຶກສາຫາລືລະອຽດກັບກະຊວງຍຸຕິທຳ ແລະ ກະຊວງການຕ່າງປະເທດ ຂອງປະເທດນີ້ ເພື່ອສາມາດປະຕິບັດລັດຖະດຳລັດຢ່າງມືອາຊີບ ດ້ວຍການປະກາດຢ່າງຄົບຖ້ວນ ແລະ ເປີດເຜີຍເຖິງບັນດາຜູ້ທີ່ຖືກຜົນສະທ້ອນ ພ້ອມທັງຮ່ວມມືກັບບັນດາຄູ່ຮ່ວມມືໃນຂະແຫນງທ່ອງທ່ຽວ.

ຍັງບໍ່ທັນແມ່ນຄຳຕັດສິນສຸດທ້າຍ

ອາດຈະເຫັນໄດ້ວ່າ ມາຮອດຈຸດເວລານີ້ ຄຳຕັດສິນຂອງສານສູງສຸດ ແມ່ນໄຊຊະນະໃຫ້ແກ່ທ່ານປະທານາທິບໍດີ Donald Trump   ແຕ່ບໍ່ແມ່ນໄຊຊະນະສົມບູນ ເພາະ ບັນດາຜູ້ພິພາກສາ ໄດ້ກຳນົດບັນດາກໍລະນີຫ້າມຄົນເຂົ້າເມືອງ ອາເມລິກາ. ນັບແຕ່ນີ້ຮອດເດືອນ ຕຸລາ, ອຳນາດການປົກຄອງ ວໍຊີງຕັນ ຈະມີເວລາຕື່ມອີກເພື່ອກະກຽມຂໍ້ອ້າງເພື່ອຍື່ນສະເຫນີຂຶ້ນສານສູງສຸດ ອາເມລິກາ ໃນອາຍຸການຈະມາເຖິງຂອງສານ ເມື່ອບັນດາຜູ້ພິພາກສາຈະພິຈາລະນາລະອຽດກ່ຽວກັບສິດຂອງປະທານາທິບໍດີ ອາເມລິກາ ກ່ຽວຂ້ອງເຖິງບັນຫາຄົນເຂົ້າເມືອງ. ນີ້ແມ່ນຫນ້າທີ່ບໍ່ງ່າຍດາຍສຳລັບອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump . ບັນດາສານສະຫະລັດໄດ້ສະກັດກັ້ນລັດຖະດຳລັດທີ່ມີຜົນສັກສິດໃນເດືອນ ກຸມພາ ແລະ ມີນາ ເປັນສອງຄັ້ງແລ້ວ ຍ້ອຍເຫດຜົນວ່າ ລັດຖະດຳລັດນີ້ ມີລັກສະນະຈຳແນກຕໍ່ກັບ  ຊາວມຸດສະລິມ ແມ່ນສິ່ງທີ່ທ່ານປະທານາທິບໍດີ Donald Trump  ບາງເທື່ອກໍ່ມີຄຳຕອບບໍ່ຈະແຈ້ງ.

ຄຳຕັດສິນດັ່ງກ່າວຂອງສານສູງສຸດ ອາເມລິກາ ໄດ້ຮັບຖືວ່າ ແມ່ນໄຊຊະນະເບື້ອງຕົ້ນ ດ້ວຍນະໂຍບາຍຮັດກຸ່ມຊາວຕ່າງປະເທດເຂົ້າເມືອງຂອງອຳນາດການປົກຄອງປະທານາທິບໍດີ Donald Trump  . ຄຳສັ່ງຫ້າມຄົນເຂົ້າເມືອງ ຈະໄດ້ຮັບການພິຈາລະນາຄືນໃນເດືອນ ຕຸລາ ຈະມາເຖິງ ແລະ ບໍ່ອາດຢັ້ງຢືນໄດ້ວ່າ ພາຍຫລັງນັ້ນຈະສືບຕໍ່ຫລືບໍ່. ແຕ່ວ່າ ບັນດາສິ່ງທີ່ພວມເກີດຂຶ້ນສະແດງໃຫ້ເຫັນວ່າ ຄວາມຂັດແຍ້ງດ້ານນິຕິທຳກ່ຽວຂ້ອງເຖິງບັນຫານີ້ ຍັງຂ້ຽວຂາດ ເມື່ອໄດ້ຮັບຖືວ່າ ແມ່ນການປ້ອງກັນຄວາມສະຫງົບອາເມລິກາ ແຕ່ກໍ່ແມ່ນສິ່ງທ້າທາຍສຳລັບລັດຖະທຳມະນູນ ອາເມລິກາ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການຕໍ່ສູ້ພາຍໃນປະເທດ ອາເມລິກາ ຍັງຄົງສືບຕໍ່ເຄັ່ງຕຶງ ເມື່ອບັນດາບັນຫາກ່ຽວກັບຄວາມສະຫງົບປອດໄພພາຍໃນ, ສາສະຫນາ, ສິດຜົນປະໂຫຍດຂອງບັນດາຜູ້ເຂົ້າເມືອງ ຈະໄດ້ຮັບການຊັ່ງຊາກ່ອນທີ່ຈະມີຄຳຕັດສິນ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.