ສະຖານະການ ການເມືອງ

ແງ່ຫວັງ ຫວຽດນາມ 2018 ຜ່ານການຕີລາຄາຂອງເພື່ອນມິດສາກົນ

ແງ່ຫວັງ ຫວຽດນາມ 2018 ຜ່ານການຕີລາຄາຂອງເພື່ອນມິດສາກົນ

(VOVWORLD) - ເສດຖະກິດພັດທະນາຢ່າງໝັ້ນທ່ຽງ, ລັດຖະບານຕັດສິນໃຈໃນການກະທຳ, ການປະຕິຮູບລະບອບລະບຽບການຢ່າງແຮງ, ບົດບາດ ແລະ ຖານະບົດບາດຂອງປະເທດໃນເວທີສາກົນນັບມື້ນັບເພີ່ມຂຶ້ນ. ບັນດາປັດໃຈດັ່ງກ່າວໄດ້ພາໃຫ້ວົງການນັກຊ່ຽວຊານ, ນັກການທູດ, ນັກລົງທຶນຕ່າງປະເທດ, ຄູ່ຮ່ວມມືສາກົນລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງພັດທະນາຂອງ ຫວຽດນາມ ໃນປີ 2018 ແລະ ໃນຊຸມປີຕໍ່ໄປ.

ປີ 2017 ໄດ້ຮັບການຕີລາຄາວ່າ ແມ່ນປີປະສົບຜົນສຳເລັດຂອງ ຫວຽດນາມ ໃນທຸກຂົງເຂດ, ນັບແຕ່ການພັດທະນາເສດຖະກິດ - ສັງຄົມ ກໍ່ຄືຖານະບົດບາດສາກົນ. ຕາມການສັງເກດຂອງບັນດານັກການທູດ, ນັກລົງທຶນຕ່າງປະເທດແລ້ວ, ປີ 2018, ຫວຽດນາມ ຢືນຢູ່ຕໍ່ໜ້າກາລະໂອກາດ, ຄວາມສະດວກໃໝ່ຫຼາຍຢ່າງເພື່ອສືບຕໍ່ໄດ້ຮັບຜົນສຳເລັດ.

(ພາບປະກອບ)

    ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນໃນອາຊຽນ

    ທ້າຍປີ 2017, ສຳນັກຂ່າວເສດຖະກິດ - ການເງິນແຖວໜ້າຂອງໂລກ Bloomberg New ໄດ້ມີບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມພວມກາຍເປັນແບບຢ່າງພັດທະນາເສດຖະກິດຂອງ ອາຊຽນ. ຕາມນັ້ນແລ້ວ Bloomberg New ຢືນຢັນວ່າ, ຫວຽດນາມ ແມ່ນຮູບແບບສຳລັບບັນດາປະເທດທີ່ຫັນຈາກເສດຖະກິດກະສິກຳໄປສູ່ອຸດສາຫະກຳ, ໃນນັ້ນພົ້ນເດັ່ນແມ່ນບັນດາຂະແໜງບໍລິການ, ທ່ອງທ່ຽວ.

        ໃນການມາຢ້ຽມຢາມ ຫວຽດນາມ ເມື່ອປີ 2017, ສາສະດາຈານ Hidetoshi Nishimura, ປະທານ ERIA (ສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ) ໃຫ້ຂໍ້ສັງເກດວ່າ:

        “ອາຊຽນ ນັບມື້ນັບດຶງດູດຄວາມສົນໃຈຈາກປະຊາຄົມໂລກ, ໃນນັ້ນ ຫວຽດນາມ ແມ່ນດວງດາວທີ່ພວມພົ້ນເດັ່ນຂຶ້ນ. ມີຫຼາຍວິສາຫະກິດໃຫຍ່ຂອງໂລກພວມມີໜ້າຢູ່ ຫວຽດນາມ. ບັນດາວິສາຫະກິດ ຫວຽດນາມ ໄດ້ໝູນໃຊ້ກາລະໂອກາດເຊິ່ງ ອາຊຽນ ນຳມາໃຫ້ເປັນຢ່າງດີ. ບໍ່ພຽງແຕ່ໃນຂົງເຂດຜະລິດປຸງແຕ່ງເທົ່ານັ້ນ, ຫາກທັງໃນຂົງເຂດບໍລິການ, ທ່ອງທ່ຽວອີກດ້ວຍ. ແຕ່ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍທ່າໄດ້ປຽບໃນການແກ່ງແຍ້ງຄືແນວໃດເພື່ອກຳແໜ້ນກາລະໂອກາດ ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນຂົງເຂດນີ້.“

        ດ້ວຍທິດທາງພັດທະນາເຊິ່ງລັດຖະບານໄດ້ວາງອອກຢ່າງຈະແຈ້ງນັ້ນ, ຫວຽດນາມ ໄດ້ເຕົ້າໂຮມເອົາຫຼາຍປັດໃຈເພື່ອສາມາດກາຍເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະ ພັດທະນາໃນພາກພື້ນ. ທ່ານນາງ Rahayu Saraswati, ສະມາຊິກລັດຖະສະພາ ອິນໂດເນເຊຍ ຜູ້ທີ່ມາ ຫວຽດນາມ ໃນປີ 2017 ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ ຫວຽດນາມ. ຕາມທ່ານນາງ Rahayu Saraswati ແລ້ວ, ຫວຽດນາມ ນັບມື້ນັບພິສູດໃຫ້ເຫັນຄວາມສາມາດບົ່ມຊ້ອນພັດທະນາຂອງຕົນ ແລະ ກາຍເປັນແຫ່ງທີ່ດຶງດູດບັນດານັກລົງທຶນສາກົນ:

        “ຂ້າພະເຈົ້າຖືວ່າ, ຫວຽດນາມ ສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງທີ່ດີທີ່ສຸດ. ມາ ຫວຽດນາມ ເທື່ອນີ້ ຂ້າພະເຈົ້າໄດ້ເຫັນປະຈັກຕາການພັດທະນາກະໂດດຂັ້ນຂອງພວກເພື່ອນ, ພິເສດແມ່ນໃນຂົງເຂດເສດຖະກິດສາມາດດຶງດູດການລົງທຶນໄດ້ຫຼາຍ. ດ້ວຍສະພາບແວດລ້ອມແຫ່ງການລົງທຶນສະດວກສະບາຍ, ນະໂຍບາຍເປີດປະຕູນັ້ນ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ. ພວກຂ້າພະເຈົ້າພວມຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ ຕື່ມອີກ“.

        ຄວາມສາມາດບົ່ມຊ້ອມເຕີບໂຕຫຼາຍຢ່າງ

        ເດືອນກັນຍາ 2017, ເວທີປາໄສເສດຖະກິດໂລກ (WEF) ປະກາດບົດລາຍງານຕີລາຄາຄວາມສາມາດແກ່ງແຍ້ງໃນທົ່ວໂລກ 2017 – 2018, ຕາມນັ້ນແລ້ວ, ດັດຊະນີຈັດອັນດັບຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ ປີ 2017 ເພີ່ມຂຶ້ນ 5 ຂັ້ນເມື່ອທຽບໃສ່ປີ 2016 ແລະ ເພີ່ມຂຶ້ນ 20 ຂັ້ນເມື່ອທຽບໃສ່ 5 ປີກ່ອນນັ້ນ. ແລະກໍ່ຕາມການຕີລາຄາຂອງທະນາຄານພັດທະນາອາຊີ (SDB) ແລ້ວ, ພື້ນຖານເສດຖະກິດ ຫວຽດນາມໄດ້ດຳເນີນດີພໍສົມຄວນໃນປີ 2017 ໃນສະຖານະການທີ່ມີການທ້າທາຍຫຼາຍຢ່າງ ແລະ ເສດຖະກິດ ຫວຽດນາມ ສືບຕໍ່ບັນລຸຜົນງານສຳຄັນສົມຄວນໃນປີ 2018. ທ່ານ Aaron Batten, ນັກຊ່ຽວຊານດ້ານເສດຖະກິດແຫ່ງຊາດ ADB, ຖືວ່າ:

        “ADB ຖືວ່າ, ລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ອາດສາມາດບັນລຸໄດ້ 6,7% ໃນປີ 2018. ຍ້ອນມີການເພີ່ມເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ການສົ່ງອອກກວ່າອີກ, ຄາດວ່າລະດັບການສົ່ງອອກຈະເພີ່ມຂຶ້ນ 10% ແລະ ຫວຽດນາມ ສືບຕໍ່ມີບົດບາດກຳລັງໜູນເຕີບໂຕຂອງພາກພື້ນ ອາຊຽນ ໃນຕໍ່ໜ້າ“.

        ມີນັກຊ່ຽວຊານສາກົນຫຼາຍຄົນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແມ່ນປະເທດມີລະດັບເຕີບໂຕສະເລ່ຍໃສ່ຫົວຄົນໄວທີ່ສຸດຢູ່ໂລກນັບແຕ່ປີ 1990, ພຽງແຕ່ຖັດຈາກ ຈີນ ເທົ່ານັ້ນ. ຖ້າຮັກສາລະດັບເຕີບໂຕໃນຊຸມປີຕໍ່ໜ້າເປັນປົກກະຕິ, ຫວຽດນາມ ຈະກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງແນ່ນອນ.

        ກາຍເປັນຄູ່ຮ່ວມມືສຳຄັນໃນນະໂຍບາຍການທູດຂອງຫຼາຍປະເທດ

        ເສດຖະກິດມີຄວາມໝັ້ນທ່ຽງ, ຖານະບົດບາດສາກົນເພີ່ມຂຶ້ນ, ຫວຽດນາມ ນັບມື້ນັບກາຍເປັນຄູ່ຮ່ວມມືທີ່ມີບົດບາດ. ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ Hong Tieu Dung, ໃຫ້ຂໍ້ສັງເກດວ່າ:

        “ພາລະກິດພັດທະນາເສດຖະກິດຂອງ ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າສົ່ງເສີມ, ລະດັບເຕີບໂຕເສດຖະກິດປີ 2017 ບັນລຸ 6,8%, ບັນດາຄາດໝາຍເສດຖະກິດລ້ວນແຕ່ລື່ນກາຍແຜນການທີ່ໄດ້ກຳນົດແຕ່ຕົ້ນປີ. ພິເສດ, ຫວຽດນາມໄດ້ຈັດຕັ້ງສັບປະດາສຸດຍອດ APEC ສຳເລັດຜົນ, ເຮັດໃຫ້ຖານະບົດບາດຂອງ ຫວຽດນາມໃນເວທີສາກົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ນີ້ແມ່ນບັນດາຜົນງານທີ່ໜ້າປະທັບໃຈ. ຈີນພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມສຸມໃສ່ເພີ່ມທະວີການຮ່ວມມື, ເຊື່ອມຈອດຍຸດທະສາດພັດທະນາ .“

        ວິສາຫະກິດ, ສັງຄົມມີສະຖຽນລະພາບ, ມີຄວາມສະຫງົບປອດໄພກວ່າ, ປະຊາຊົນທຸກຄົນ, ພິເສດແມ່ນຄົນທຸກຍາກ, ຄົນດ້ອຍໂອກາດຕ້ອງມີຊີວິດດ້ານວັດຖຸ ແລະ ຈິດໃຈດີກວ່າ. ພື້ນຖານເສດຖະກິດຕ້ອງມີຄວາມສາມາດຮັບມືສູງກວ່າກັບການຫັນປ່ຽນໃຫຍ່. ຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນສານຕົ້ນປີ 2018 ນັ້ນ ກໍ່ແມ່ນຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມເດີນທາງຂອງເພື່ອມິດສາກົນ. ດ້ວຍທ່າແຮງເປັນປະເທດທີ່ມີພົນລະເມືອງ 95 ລ້ານຄົນ, ແລະ ດ້ວຍບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 30 ກວ່າປີແຫ່ງການປ່ຽນແປງໃໝ່ນັ້ນ, ຫວຽດນາມ ຈະກ້າວຂຶ້ນຢ່າງໝັ້ນຄົງບົນເສດທາງເຕີບໂຕຢ່າງໄວ ແລະ ໝັ້ນຄົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.