ສະຖານະການ ການເມືອງ

ເສີມຂະຫຍາຍແຫລ່ງກຳລັງດ້ານວັດທະນະທຳຈາກບັນດາງານບຸນປະເພນີ

ເສີມຂະຫຍາຍແຫລ່ງກຳລັງດ້ານວັດທະນະທຳຈາກບັນດາງານບຸນປະເພນີ

(VOVWORLD) -ໃນຊຸມມື້ນີ້, ຢູ່ຫລາຍແຂວງ, ນະຄອນ ໃນທົ່ວປະເທດຫວຽດນາມ ພວມດຳເນີນງານບຸນປະເພນີນັບຮ້ອຍໆງານບຸນ. ການຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຜ່ານບັນດາງານບຸນແມ່ນມີຄວາມໝາຍສຳຄັນໃນການປັບປຸງອະທິປະໄຕແຫ່ງຊາດ ກ່ຽວກັບດ້ານວັດທະນະທຳ, ສ້າງຄວາມເຊື່ອໝັ້ນດ້ວຍຕົນເອງ, ຈາກນັ້ນ ສ້າງຄວາມສະດວກໃຫ້ແກ່ພາລະກິດແຫ່ງການພັດທະນາປະເທດຊາດ ແລະເຊື່ອມໂຍງເຂົ້າກັບສາກົນ.

ງານບຸນ ລີມ ແມ່ນງານບຸນໃຫຍ່ໃນໂອກາດຕົ້ນລະດູບານໃຫມ່ຢູ່ ພາກເຫນືອ ຫວຽດນາມ. ພາບ:VOV

ຫວຽດນາມ ມີຫລາຍງານບຸນປະເພນີທີ່ເປັນເອກະລັກສະເພາະ ມາຈາກບັນດາວົງຄະນາຍາດທີ່ດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ. ບັນດາງານບຸນເຫລົ່ານັ້ນໄດ້ຈັດຂຶ້ນ ບໍ່ພຽງແຕ່ປະກອບສ່ວນຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາດ,    ເຮັດໃຫ້ຊີວິດດ້ານຈິດໃຈຂອງປະຊາຊົນອຸດົມສົມບູນຂຶ້ນຕື່ມເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາການທ່ອງທ່ຽວ, ປະກອບສ່ວນໂດຍກົງໃຫ້ແກ່ການພັດທະນາເສດຖະກິດຂອງແຕ່ລະແຂວງ, ນະຄອນເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

ຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານວັດທະນະທຳ, ການເຫລື້ອມໃສສາສະຫນາ,ເພີ່ມຜົນປະໂຫຍດດ້ານເສດຖະກິດ

ດ້ວຍແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ກ່ຽວກັບການສົ່ງເສີມການຟື້ນຕົວບັນດາທີ່ເປັນມູນເຊື້ອ ພ້ອມກັບຄວາມຕ້ອງການຂອງສັງຄົມ, ເມື່ອຊີວິດການເປັນຢູ່ດ້ານເສດຖະກິດຢູ່ຮາກຖານໄດ້ຮັບການຍົກສູງຂຶ້ນ, ມີຫລາຍງານບຸນປະເພນີໄດ້ຟື້ນຕົວ, ປະກອບສ່ວນພັດທະນາຄຸນຄ່າດ້ານວັດທະນະທຳ, ຮັກສາສີສັນຂອງບັນດາຊົນເຜົ່າ. ຕາມການສະຖິຕິຂອງກົມວັດທະນະທຳຮາກຖານ, ປະຈຸບັນ ຫວຽດນາມ ມີເກືອບ 8000 ງານບຸນ, ໃນນັ້ນມີກວ່າ 7000 ງານບຸນປະເພນີ (ກວມເອົາ 88,36%) ສ່ວນຍັງເຫລືອແມ່ນງານບຸນອື່ນ.

ທ່ານສາດສະດາຈານ, ປອ ຫງວຽນຊວນກີງ, ອະດີດຫົວຫນ້າສະຖາບັນຄົ້ນຄ້ວາວັດທະນະທຳ, ສະພາມະຫາບັນດີດວິທະຍາສາດສັງຄົມ ຫວຽດນາມ ຖືວ່າ:

“ສຳລັບປະຊາຊົນ, ງານບຸນສວມບົດບາດສຳຄັນທີ່ສຸດ.ນັ້ນແມ່ນຊຸມວັນ ປະຊາຊົນຢຸດວຽກງານການຜະລິດ, ເຂົາເຈົ້ານຸ່ງຊຸດອາພອນງາມທີ່ສຸດ ກະກຽມເຍື່ອງອາຫານແຊບທີ່ສຸດ ແລະ ຈິດໃຈແມ່ນມຸ່ງໄປເຖິງການຈາລຶກຜູ້ທີ່ໄດ້ມີຄຸນຄວາມງາມດີຕໍ່ປະເທດຊາດ. ຄືຄຳເວົ້າຂອງ ທ່ານສາດສະດາຈານ ດີງຢາງແຄງ ແລ້ວ, ງານບຸນແມ່ນຊ່ວງເວລາຈຸດສຸມຂອງຊີວິດການເປັນຢູ່ໃນວົງຄະນາຍາດ”

          ຕາມການສະຖິຕິຂອງຂະແຫນງທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມມື້ພັກບຸນເຕັດປີມະໂລງ, ຂະແຫນງທ່ອງທ່ຽວ ຄາດວ່າໄດ້ຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດແມ່ນ 10,5 ລ້ານເທື່ອຄົນ (ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ),ໃນນັ້ນ ມີນັກທ່ອງທ່ຽວຫລາຍຄົນໄດ້ມາຢາມແຂວງເທື່ອທຽນເຫ້ວ,ແຂວງ ພາກກາງຫວຽດນາມ. ທ່ານ ຟານແທງຫາຍ ຫົວຫນ້າພະແນກວັດທະນະທຳ ກິລາ ແລະທ່ອງທ່ຽວ ແຂວງ ເທື່ອທຽນເຫ້ວ ຕີລາຄາວ່າ:                  

“ທ່າແຮງຂອງບັນດາງານບຸນຕົ້ນລະດູບານໃຫມ່ຂອງເຫ້ວທີ່ຈັດຂຶ້ນໃນໂອກາດຕົ້ນປີນິ້ ໄດ້ສ້າງຄວາມດຶງດູດໃຫຍ່ໃຫ້ແກ່ນັກທ່ອງທ່ຽວ. ໃນຊຸມມື້ຕົ້ນປີໃຫມ່ ນັກທ່ອງທ່ຽວມາຢາມແຂວງ ເທື່ອທຽນເຫ້ວ ເປັນຈຳນວນຫລວງຫລາຍ, ຄຸນຄ່າມໍລະດົກວັດທະນະທຳຍາມໃດກໍ່ແມ່ນສີ່ງທີ່ມີຄວາມສົນໃຈແຖວຫນ້າ. ພວກຂ້າພະເຈົ້າຖືວ່າ ນັ້ນແມ່ນຂໍ້ມູນ ແຕ່ກໍ່ແມ່ນແຫລ່ງກຳລັງສ້າງຄວາມດູດດື່ມເພື່ອພັດທະນາວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ແກ່ແຂວງ ເທື່ອທຽນເຫ້ວ”

ຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອແມ່ນກຳລັງແຮງພາຍໃນທີ່ຍືນຍົງ

ພັກກອມມູນິດ ຫວຽດນາມໄດ້ກຳນົດ: “ບັນດາປັດໄຈວັດທະນະທຳ ຕ້ອງຕິດພັນຢ່າງແຫນ້ນແຟ້ນກັບຊີວິດ ແລະ ການເຄື່ອນໄຫວສັງຄົມຢູ່ທຸກແງ່ມູມດ້ານການເມືອງ, ເສດຖະກິດ, ກົດໝາຍ,  ຂໍ້ກຳນົດກົດລະບຽບ.. ກາຍເປັນແຫລ່ງກຳລັງພາຍໃນສຳຄັນທີ່ສຸດຂອງການພັດທະນາ.           

ໂດຍກຳນົດໄດ້ບົດບາດຂອງວັດທະນະທຳ, ໃນວິວັດການຊີ້ນຳນຳພາປະເທດຊາດ, ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ເຖິງການກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ. ທັດສະນະຂອງພັກ ໄດ້ຢັ້ງຢືນບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ຍາມໃດກໍ່ແມ່ນກຳລັງແຮງພາຍໃນທີ່ຍືນຍົງໃນວິວັດການພົວພັນແລກປ່ຽນ, ເຊື່ອມໂຍງ, ກາຍເປັນກຳລັງຫນູນຢ່າງແຮງປະກອບສ່ວນຊຸກຍູ້ວິວັດການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ກໍ່ໄດ້ຊີ້ແຈ້ງ “ປຸກລຸກຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສັນຕິສຸກ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກຳລັງແຮງຂອງຊາວ ຫວຽດນາມ, ຈິດໃຈສາມັກຄີ, ຄວາມເອກອ້າງທະນົງໃຈຂອງຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປະຈຸບັນ ທຸກຂັ້ນ, ທຸກຂະແຫນງການກ່ຽວຂ້ອງ, ບັນດາທ້ອງຖິ່ນພວມຕັ້ງຫນ້າຜັນຂະຫຍາຍບັນດາການກຳນົດທິດດັ່ງກ່າວ.     

ພິທີການຫນຶ່ງຢູ່ ງານບຸນ ວິຫານເຈີນ . ພາບ: VOV

ໃນຂະນະນັ້ນ ຕາມນັກຄົ້ນຄ້ວາຫລາຍທ່ານແລ້ວ, ເພື່ອພັດທະນາອຸດສາຫະກຳວັດທະນະທຳ, ຫນຶ່ງໃນບັນດາປັດໄຈສຳຄັນທີ່ສຸດນັ້ນແມ່ນ ຕ້ອງມີຄວາມບົ່ມຊ້ອນດ້ານວັດທະນະທຳຂອງຊາດ, ໃນນັ້ນ ງານບຸນປະເພນີ ແມ່ນເຕົ້າໂຮມຫລາຍຄຸນຄ່າພົ້ນເດັ່ນ.ເພາະວ່າ ເມື່ອຂຸດຄົ້ນໄດ້ຄຸນຄ່າວັດທະນະທຳ ຈຶ່ງສ້າງໄດ້ສີສັນສະເພາະຂອງແຕ່ລະຊາດ, ເສີມຂະຫຍາຍໄດ້ແຫລ່ງກຳລັງໃຫ້ແກ່ການພັດທະນາ. ຈາກນັ້ນ ສ້າງທີ່ຕັ້ງຂອງຫວຽດນາມ ໃນແຜນທີ່ວັດທະນະທຳຂອງໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.