ສະຖານະການ ການເມືອງ

ຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່: ຍູ້ໂລກລະບາດໃຫ້ຖອຍໄປ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ

ຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່: ຍູ້ໂລກລະບາດໃຫ້ຖອຍໄປ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ

(VOVWORLD) - ລັດຖະບານຈະເດັດດ່ຽວປະຕິບັດບັນດາມາດຕະການ, ຄວບຄຸມໂລກລະບາດໂຄວິດ-19 ໃຫ້ໄດ້ໂດຍໄວ. ພ້ອມທັງຜັນຂະຫຍາຍບັນດາມາດຕະການຄົບຊຸດ, ຊຸກຍູ້ພື້ນຖານເສດຖະກິດເພີ່ມຄວາມໄວ ພາຍຫລັງໂລກລະບາດ.

ນັ້ນແມ່ນຄຳເນັ້ນໜັກຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເມື່ອນຳສະເໜີບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2019; ແຜນການພັດທະນາເສດຖະກິດ - ສັງຄົມປີ 2020 ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14, ດຳເນີນໃນຕອນເຊົ້າວັນທີ 20 ພຶດສະພາ. VOV ຂໍຄັດສະເໜີບາງເນື້ອໃນສຳຄັນໃນບົດລາຍງານດັ່ງກ່າວ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

        ນຳສະເໜີບົດລາຍງານທີ່ກອງປະຊຸມສະໄໝສາມັນດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໃນຊຸມເດືອນຕົ້ນປີ 2020, ໂລກມີການຜັນແປຢ່າງໃຫຍ່ຫລວງ ທີ່ບໍ່ເຄີຍມີມາກ່ອນໃນຫລາຍທົດສະວັດຜ່ານມາ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ຫວຽດນາມ ກໍ່ຖືກຮັບຜົນສະທ້ອນຢ່າງໜັກ; ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມຖືກຢຸດສະງັກ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ພະຍາຍາມໃຫ້ມີບາດກ້າວບຸກທະລຸ, ສຸມໃສ່ປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ ບົນເນື້ອໃນຈິດໃຈຕ້ານໂລກລະບາດຄືຕ້ານສັດຕູ, ທັງຕັດສິນໃຈຮັກສາ, ຟື້ນຟູ, ພັດທະນາບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ທົ່ວປະເທດຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນຕ້ານໂລກລະບາດ

       ໃນສະພາບການໂລກລະບາດໂຄວິດ-19 ແຜ່ລະບາດຢ່າງກ້ວາງຂວາງ ແລະ ຍັງບໍ່ຮູ້ເວລາສິ້ນສຸດ, ຈຳນວນກໍລະນີຕິດເຊື້ອ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນທົ່ວໂລກ ເມື່ອບໍ່ມີກໍລະນີເສຍຊີວິດ, ໃນເບື້ອງຕົ້ນສາມາດຄວບຄຸມໂລກລະບາດໄດ້ສຳເລັດຜົນ, ໄດ້ຮັບການຕີລາຄາສູງຈາກສາກົນ ກ່ຽວກັບລະດັບຄວາມຮູ້ດ້ານສາທາລະນະສຸກ, ບົດຮຽນຂອງ ຫວຽດນາມ ໃນການກວດພົບ, ແຍກຕົວ, ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ແລະ ຈິດໃຈແບ່ງປັນ, ຮ່ວມມືສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ບັນດາໄຊຊະນະທີ່ເຕັມໄປດ້ວຍຄວາມໝາຍໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ແມ່ນການເຕົ້າໂຮມຍອດຍິ່ງຂອງຈິດໃຈຮັກຊາດ, ແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ສິ່ງທັງໝົດເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນລັກສະນະດີເລີດ, ຄຸນຄ່າຕົ້ນຕໍຂອງລະບອບສັງຄົມນິຍົມຢູ່ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກເຮົາ, ຢືນຢັນສັດຈະທຳທີ່ວ່າ “ແຜນນະໂຍບາຍຂອງພັກ ແລະ ຈິດໃຈປະຊາຊົນ”. ຄວາມເຊື່ອໝັ້ນຢ່າງເດັດດ່ຽວຂອງປະຊາຊົນມີຕໍ່ພັກ, ລັດ ແລະ ຄຸນນະທາດ, ເຈດຈຳນົງ, ມູນເຊື້ອອັນສູງສົ່ງຂອງປະຊາຊົນເຮົາ, ຂອງປະເທດຊາດເຮົາ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ວິວັດການຕ້ານໂລກລະບາດໃນໄລຍະຜ່ານມາ ໄດ້ເອົາບັນດາບົດຮຽນອັນລ້ຳຄ່າມາໃຫ້ ຫວຽດນາມ ຄວນສືບຕໍ່ເສີມຂະຫຍາຍໃນການປະຕິບັດບັນດາໜ້າທີ່ຈຸດສຸມທີ່ໄດ້ວາງອອກໃນໄລຍະຈະມາເຖິງ.

ຍັງມີບັນດາຈຸດພົ້ນເດັ່ນໃນການພັດທະນາເສດຖະກິດ

       ຕາມບົດລາຍງານແລ້ວ, ຜົນກະທົບຂອງໂລກລະບາດໂຄວິດ-19 ມີຕໍ່ຫວຽດນາມ ແມ່ນຮ້າຍແຮງທີ່ສຸດ. ບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຖືກຢຸດສະງັກ, ລະບົບສະໜອງ ແລະ ການຈໍລະຈອນດ້ານການຄ້າຖືກຂາດວັກຂາດຕອນ. ພ້ອມກັນນັ້ນ, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມ, ໝາກເຫັບຕົກ, ພະຍາດອະຫິວາໝູອາຟຣິກາ…ກໍ່ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ຫລາຍເຂດ, ຫລາຍທ້ອງຖິ່ນ ແລະ ສະພາບການຢູ່ທະເລຕາເວັນອອກກໍ່ມີການຜັນແປຢ່າງສັບສົນ. ໃນສະພາບການນັ້ນ, ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ບັນດາກົນໄກ, ນະໂຍບາຍໜູນຊ່ວຍປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງທັນການ.

        “ເຖິງວ່າ GDP ຫລຸດລົງຢ່າງແຮງເມື່ອທຽບໃສ່ໄລຍະດຽວກັນກໍ່ຕາມ, ແຕ່ການເຕີບໂຕ GDP ໃນໄຕມາດ 1 ຍັງຄົງບັນລຸໄດ້ 3,82%, ນອນໃນກຸ່ມເຕີບໂຕສູງໃນພາກພື້ນ ແລະ ໂລກ. ໃນສະພາບທີ່ຫຍຸ້ງຍາກນັ້ນ, ຫລາຍທ້ອງຖິ່ນຍັງຄົງບັນລຸໄດ້ລະດັບການເຕີບໂຕສູງພໍສົມຄວນ. ພວກເຮົາຍັງຄົງຮັກສາການຜະລິດ, ດຳເນີນທຸລະກິດ, ບໍ່ປະໃຫ້ຕົກເຂົ້າສູ່ສະພາບຊຸດໂຊມ; ໃນຂະນະທີ່ບັນດາປະເທດ, ຄູ່ຮ່ວມມືໃຫຍ່ເກືອບທັງໝົດ ລ້ວນແຕ່ມີການເຕີບໂຕເປັນລົບ. ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານໄດ້ຮັບການຮັບປະກັນ, ສາມາດສະໜອງເຄື່ອງບໍລິໂພກອຸປະໂພກທີ່ຈຳເປັນໃຫ້ແກ່ປະຊາຊົນຢ່າງພຽງພໍ, ເປັນຕົ້ນແມ່ນໃນໄລຍະທີ່ປະຕິບັດການແຍກຫ່າງໃນສັງຄົມ.”

ປະຕິບັດສະເໝີຕົ້ນສະເໝີປາຍເປົ້າໝາຍສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຟື້ນຟູພື້ນຖານເສດຖະກິດໂດຍໄວ

       ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020 ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ໄປຄຽງຄູ່ກັບການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ, ລັດຖະບານໄດ້ຊີ້ນຳຜັນຂະຫຍາຍບັນດາໜ້າທີ່, ມາດຕະການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງຄົບຊຸດ, ຂ້ຽວຂາດ ໃນນັ້ນ ສ້າງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ລັດຖະບານສືບຕໍ່ກໍ່ສ້າງ ແລະ ສະເໜີໃຫ້ສະພາແຫ່ງຊາດພິຈາລະນາ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍ, ມາດຕະການຊຸກຍູ້, ຟື້ນຟູ ແລະ ພັດທະນາເສດຖະກິດ, ພິຈາລະນາຍົກອອກບ້ວງເງິນກະຕຸ້ນເສດຖະກິດໃໝ່ ໃນສະພາບການໂລກລະບາດໂຄວິດ-19 ຍັງຄົງແກ່ຍາວໃນຂອບເຂດທົ່ວໂລກ; ກະຕຸ້ນໃຫ້ມີການບໍລິໂພກພາຍໃນປະເທດ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ຫລຸດຜ່ອນອັດຕາວ່າງງານ; ຮັບປະກັນແຫຼ່ງກຳລັງໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ໜູນຊ່ວຍສັງຄົມ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ວິສາຫະກິດ.”

        ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເລື່ອງເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ພັດທະນາວັດທະນະທຳ, ສັງຄົມແມ່ນໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ຍິ່ງຢູ່ໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກນັ້ນ, ກໍ່ຍິ່ງປະຕິບັດໜ້າທີ່ຮັບປະກັນຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນເປັນຢ່າງດີ ເປັນຕົ້ນແມ່ນຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກ, ຜູ້ບໍ່ມີວຽກເຮັດງານທຳ, ຜູ້ດ້ອຍໂອກາດ, ບໍ່ປະໃຫ້ປະຊາຊົນຜູ້ໃດຖືກຕົກຢູ່ທາງຫລັງ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ດ້ວຍຈິດໃຈຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ບັນຍາກາດໃໝ່ ແລະ ຈິດໃຈໃໝ່, ຄວາມຕັດສິນໃຈໃໝ່, ໃນໄລຍະຈະມາເຖິງ, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກເພື່ອກ້າວຂຶ້ນ, ຮັບປະກັນການຜະລິດ, ຊີວິດການເປັນຢູ່, ສ້າງສັງຄົມເປັນປົກກະຕິ ເພື່ອປະຕິບັດເປົ້າໝາຍຄວບຄູ່ແມ່ນຍູ້ໂລກລະບາດໃຫ້ຖອຍໄປ, ພັດທະນາເສດຖະກິດສັງຄົມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.