ສະຖານະການ ການເມືອງ

ກະ​ຈາຍ​ສຽງ ຫວຽດ​ນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ບຸກ​ທະ​ລຸ​ເພື່ອ​ປ່ຽນ​ແປງ

ກະ​ຈາຍ​ສຽງ ຫວຽດ​ນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ບຸກ​ທະ​ລຸ​ເພື່ອ​ປ່ຽນ​ແປງ

(VOVWORLD) - ວັນທີ 21 ມິຖຸນາ, ແມ່ນວັນສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2024). ໃນການພັດທະນາລວມຂອງສື່ມວນຊົນ ຫວຽດນາມ, ການກະຈາຍສຽງ ໄດ້ປະກອບສ່ວນສ່ວນໜຶ່ງທີ່ສຳຄັນ ເພື່ອສົ່ງຂໍ້ມູນຂ່າວມາຍັງ ປຊຊ ເປັນຈຳນວນຫຼາຍ ຢູ່ທົ່ວທຸກເຂດພາກຂອງປະເທດຊາດ. ໃນສະພາບການທີ່ສື່ມວນຊົນປະເພດຕ່າງໆໄດ້ພັດທະນາແຮງຄືໃນປະຈຸບັນ, ການວາງອອກບັນດາສິ່ງທ້າທາຍໃຫ້ແກ່ຂະແໜງກະຈາຍສຽງ ພ້ອມທັງແມ່ນໂອກາດ ເພື່ອໃຫ້ປະເພດສື່ມວນຊົນທີ່ມີອາຍຸເກືອບ 80 ປີສາມາດບຸກທະລຸ ແລະ ປ່ຽນແປງ, ອັນໄດ້ຕອງສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານຂອງມະຫາຊົນໃຫ້ເປັນຢ່າງດີ.

ທ່ານໂງມິນຫຽນ ຮອງຜູ້ອຳນວນການໃຫ່ຍວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV)

    ການກະຈາຍສຽງຍາມໃດກໍ່ແມ່ນປະເພດສື່ມວນຊົນ ແລະ ກຳລັງສື່ສານທີ່ສະດວກ, ມະຫາຊົນ, ໃຫ້ຂ່າວໄວ, ມີປະສິດທິຜົນກ່ຽວກັບບັນດາເຫດການ, ບັນຫາຂອງສັງຄົມທີ່ໄດ້ຮັບຄວາມສົນໃຈ ມາຍັງມະຫາຊົນເປັນຈຳນວນຫຼາຍ, ປະກອບສ່ວນຍົກສູງພູມປັນຍາ, ຊຸກຍູ້ສັງຄົມພັດທະນາ.

ທ່ານ ດົ່ງແມ້ງຮຸ່ງ, ຫົວໜ້າພະແນກເລຂາ ບັນນາທິການ ແລະ ທ່ານຜູ້ຟັງ-ວິທະຍຸກະຈາຍສຽງ (ພາບ: vtcnews.vn)

 ການກະຈາຍສຽງ-ເພື່ອຮ່ວມເດີນທາງຂອງຜູ້ຟັງທຸກຄົນ

     ຍາມໃດ ວິທະຍຸກະຈາຍສຽງ ກໍ່ຍັງແມ່ນປະເພດສື່ມວນຊົນທົ່ວໄປໃນໂລກ, ມີລັກສະນະພ້ອມພຽງ, ພິເສດແມ່ນໄດ້ເຂົ້າເຖິງບັນດາເຂດທຸກຍາກ, ເຂດບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງເຖິງຖອງ, ເຂດຊົນນະບົດ ແລະ ບັນດາເຂດທີ່ຍາກທີ່ຈະເຂົ້າເຖິງໄດ້. ຢູ່ບັນດາເຂດດັ່ງກ່າວ, ວິທະຍຸກະຈາຍສຽງ ຍັງແມ່ນໜຶ່ງໃນໜ້ອຍແຫຼ່ງຂໍ້ມູນຂ່າວບັນເທິງທີ່ມີຢູ່ແລ້ວ, ຄ່າໃຊ້ຈາຍຕ່ຳ ແຕ່ພັດມີຄວາມໄວ້ເນື້ອເຊື່ອໃຈ. ທ່ານ ດົ່ງແມ້ງຮຸ່ງ, ຫົວໜ້າພະແນກເລຂາ ບັນນາທິການ ແລະ ທ່ານຜູ້ຟັງ-ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ:

    ຢູ່ ຫວຽດນາມ, ການກະຈາຍສຽງຍັງແມ່ນປະເພດສື່ມວນຊົນທີ່ສາມາດສຳຜັດກັບມະຫາຊົນຫຼາຍກ່ວາໝູ່. ການກະຈາຍສຽງ ຫວຽດນາມ ມີທ່າແຮງແມ່ນໄປໄດ້ໄກ, ມາຮອດຫຼາຍເຂດຫ່າງໄກສອກຫຼີກ ແລະ ຜູ້ຟັງຢູ່ຕ່າງປະເທດ ເພື່ອສະໜອງບັນດາຂໍ້ມູນທີ່ມີປະໂຫຍດ. ການກະຈາຍສຽງ ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່, ລົງທຶນຫຼາຍພາຫະນະຈາກລັດຖະບານ, ພິເສດແມ່ນເຄື່ອງຈັກ ເພື່ອສາມາດປົກຄຸມຄື້ນໄດ້ກ່ວາ 90% ເຂດດິນແດນ.

   ໃນຕະຫຼອດເກືອບ 80 ປີທີ່ຜ່ານມາ, ນັບແຕ່ວັນອອກອາກາດເປັນຄັ້ງທຳອິດຄືວັນທີ 2 ກັນຍາ ປີ 1945, ການກະຈາຍສຽງ ໄດ້ກາຍເປັນ “ເພື່ອນຮ່ວມເດີນທາງ” ຂອງ ປຊຊ ຫວຽດນາມ ຫຼາຍລຸ້ນຄົນ. ທ່ານ ຟ້າມຊວັນເຮົ້າ, ຢູ່ແຂວງ ເງະອານ, ຜູ້ຟັງທີ່ໄດ້ຕິດພັນກັບບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ເປັນເວລາກ່ວາ 40 ປີ ແບ່ງປັນວ່າ:

   ຂ້າພະເຈົ້າໄດ້ຮັບຟັງວິທະຍຸທຸກມື້. ນັບແຕ່ເວລາ 4 ໂມງເຄິ່ງຫາ 5 ໂມງເຊົ້າ, ຂ້າພະເຈົ້າໄດ້ເປີດຟັງແລ້ວ. ລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ມີເນື້ອໃນຫຼາກຫຼາຍ. ແຕ່ຄາວຍັງນ້ອຍຂ້າພະເຈົ້າເຫັນວ່າມີແຕ່ຊ່ອງດຽວເທົ່ານັ້ນ, ປະຈຸບັນມີຫຼາຍລາຍການ, ອຸດົມສົບບູນ ແລະ ດູດດື່ມໃຈກ່ວາ. ປະຈຸບັນກໍ່ຍັງມີການປະສານລະຫວ່າງວິທະຍຸກະຈາຍສຽງ ແລະ ທ່ານຜູ້ຟັງ ຊື່ງໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກໃກ້ຊິດກັນກ່ວາ.

    ສຳລັບຜູ້ຟັງໜຸ່ມໃນປະຈຸບັນ, ການກະຈາຍສຽງຍັງແມ່ນການເລືອກເຟັ້ນໜຶ່ງເພື່ອຊອກຫາບັນດາຂໍ້ມູນທີ່ຊັດເຈນ, ໃກ້ຊິດກ່ວາ. ເພື່ອນຫງວຽນທີຈ່າຢາງ, ຢູ່ເມືອງ ຮ່ວານກຽມ, ຮ່າໂນ້ຍ, ແບ່ງປັນວ່າ:

   ພາສາຂອງວິທະຍຸກະຈາຍສຽງແມ່ນພາສາເວົ້າ, ບັນດານັກຂ່າວກະຈາຍສຽງກໍ່ເອົາໃຈໃສ່ເຖິງສິ່ງນີ້, ຊື່ງເຮັດໃຫ້ຜູ້ຟັງມີຄວາມຮູ້ສຶກວ່າ ຕົນເອງກຳລັງໄດ້ເຫັນ. ເຂົາເຈົ້າໄດ້ສ້າງບັນດາລາຍການອີງຕາມສິ່ງດັ່ງກ່າວ, ດັ່ງນັ້ນ ຜູ້ຟັງຈະເຫັນທຸກສິ່ງທຸກຢ່າງມີຄວາມໃກ້ຊິດ ແລະ ສຳນຶກໄດ້ງ່າຍ.

ຜ່ານຜ່າສິ່ງທ້າທາຍ, ບຸກທະລຸເພື່ອປ່ຽນແປງ

        ຈາກວິທີສົ່ງສານໜຶ່ງດຽວແມ່ນການກະຈາຍສຽງ, ມາຮອດປະຈຸບັນ, VOV ໄດ້ພັດທະນາ 3 ປະເພດສື່ມວນຊົນຕື່ມອີກ, ນັ້ນແມ່ນ: ໜັງສືພິມ, ສືເອເລັກໂຕນິກ ແລະ ໂທລະພາບ. ດ້ວຍຊ່ອງກະຈາຍສຽງພາກພາສາຕ່າງປະເທດລວມມີ 12 ພາສາ ແລະ ພາສາ ຫວຽດ ທີ່ສະຫງວນໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ບືນຕົວໄປໄກວ່າຢ່າງບໍ່ຢຸດຢັ້ງ, ກາຍເປັນຂົວຕໍ່ລະຫວ່າງ ຫວຽດນາມ ກັບເພື່ອມມິດສາກົນ.

        ການພັດທະນາຢ່າງໄວວາຂອງເຕັກໂນໂລຊີ, ພິເສດແມ່ນພາລະກິດຫັນເປັນດີຈີຕອນ, ໄດ້ເຮັດໃຫ້ບັນດາປະເພດສື່ມວນຊົນມີການແກ່ງແຍ້ງໃນຫຼາຍດ້ານ. ນີ້ແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ບັນດາຜູ້ເຮັດຂ່າວກະຈາຍສຽງ, ແຕ່ນັ້ນກໍ່ແມ່ນໂອກາດເພື່ອບຸກທະລຸ, ປ່ຽນແປງ. ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV, ເນັ້ນໜັກວ່າ:

        “ຖັນແຖວນັກຂ່າວ, ບັນນາທິການຕ້ອງມານະພະຍາຍາມຫຼາຍກວ່າອີກ, ປະດິດຄິດສ້າງ, ຜະລິດບັນດາລາຍການທີ່ສາມາດຮ່ວມເດີນທາງພ້ອມກັບທ່ານຜູ້ຟັງ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ກ່ຽວກັບອະນາຄົດການກະຈາຍສຽງ, ຂອງ VOV, ໃນຕະຫຼອດໄລຍະ 80 ປີແຫ່ງການພັດທະນາ, ຈະສືບຕໍ່ແມ່ນຂົວຕໍ່ລະຫວ່າງພັກ ແລະ ປະຊາຊົນ, ແມ່ນແຫ່ງຝາກຝັງຄວາມໄວ້ເນື້ອເຊື່ອໃຈຂອງພັກ ແລະ ຂອງປະຊາຊົນໃນບັນດາເວທີປາໄສຂໍ້ມູນຂ່າວສານ”.

        ກະຈາຍສຽງ, ເພື່ອນຮ່ວມເດີນທາງທີ່ສະໜິດສະໜົມກັບຜູ້ຟັງ, ຜູ້ອ່ານ, ພວມຜ່ານຜ່າສິ່ງທ້າທາຍ, ບຸກທະລຸ, ປ່ຽນແປງເພື່ອຮັກສາທີ່ຕັ້ງໃນຫົວໃຈຂອງມະຫາຊົນ.         

This site is protected by reCAPTCHA and the Google Privacy Policy and Terms of Service apply.