ສະຖານະການ ການເມືອງ

ການປະຕິວັດເດືອນສິງຫາ - ການປະຕິວັດຂອງຈິດໃຈປະຊາຊົນ

ການປະຕິວັດເດືອນສິງຫາ - ການປະຕິວັດຂອງຈິດໃຈປະຊາຊົນ

(VOVWORLD) - ໃນຊຸມວັນຂອງລະດູໃບໄມ້ຫຼົ່ນເດືອນສິງຫາກ່ອນນີ້ 73 ປີ, ຈາກເຂດປົດປ່ອຍ ເຕີນຈ່າວ, ຄຳສັ່ງລຸກຮື້ຂຶ້ນໄດ້ເຜີຍແຜ່ໄປທົ່ວປະເທດ. ປະຊາຊົນຫວຽດນາມ ກ່ວາ 20 ລ້ານຄົນໄດ້ພ້ອມກັນລຸກຮື້ຂຶ້ນ, ສ້າງໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ, ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ.

ງາມຊຸມນຸມມິດຕິງຢູ່ຕໍ່ໜ້າໂຮງລະຄອນໃຫຍ່ ຮ່າໂນ້ຍ

(ພາບ: qdnd.vn)

ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ ໄດ້ສະແດງໃຫ້ເຫັນກຳລັງແຮງຂອງປະຊາຊົນ, ກ່ຽວກັບບົດຮຽນມະຫາສາມັກຄີ, ຖືປະຊາຊົນເປັນກົກ. ບົດຮຽນນີ້ສືບຕໍ່ໄດ້ຮັບການໝູນໃຊ້ໃນການຕໍ່ສູ້ຕ້ານ ຝລັ່ງ, ຕ້ານ ອາເມລິກາ ແລະ ສ້າງສາປະເທດຊາດໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງ. ສະເຫຼີມສະຫຼອງ 73 ປີແຫ່ງການປະຕິວັດເດືອນສິງຫາ (19/8/1945 – 19/8/2018), ນັກຂ່າວ ລ້າຍຮວາ ມີບົດຂຽນທີ່ພາດຫົວຂໍ້ວ່າ: “ການປະຕິວັດເດືອນສິງຫາ - ການປະຕິວັດຂອງຈິດໃຈປະຊາຊົນ”.

        73 ປີໄດ້ຜ່ານພົ້ນໄປ, ແຕ່ໃນຄວາມຊົງຈຳຂອງທ່ານ ຮ່ວາງງອັກ, ຢູ່ບ້ານ ເຕີນເລີບ, ຕາແສງ ເຕີນຈ່າວ, ແຂວງ ຕວຽນກວາງ ຍັງຈື່ຈຳເຫດການເມື່ອວັນທີ 21 ພຶດສະພາ 1945 ໄດ້ເໝືອນເດີມ. ນັ້ນແມ່ນວັນທີ່ປະທານ ໂຮ່ຈີມິນ ຈາກແຂວງ ກາວບັ່ງ ໄປແຂວງ ຕວຽນກວາງ ເພື່ອຊີ້ນຳຂະບວນການປະຕິວັດໃນທົ່ວປະເທດ. ເພິ່ນໄດ້ເລືອກເອົາຕາແສງ ເຕີນຈ່າວ, ເມືອງ ເຊີນເຢືອງ ແມ່ນນະຄອນຫຼວງຂອງເຂດປົດປ່ອຍ, ແມ່ນຖານທີ່ໝັ້ນຂອງການປະຕິວັດ.

        ໃນຄວາມຊົງຈຳຂອງເດັກຊາຍອາຍຸ 10 ປີນັ້ນ, ບັນດາພະນັກງານໄດ້ມາເຂົ້າຮ່ວມກອງປະຊຸມໃຫຍ່ຢູ່ຜູ້ແທນທົ່ວປະເທດຈັດຂຶ້ນເຮືອນຂອງທ່ານ ແລະ ບາງຄອບຄົວອື່ນໆ. ໃນຂະນະທີ່ກອງປະຊຸມໃຫຍ່ພວມດຳເນີນໄປນັ້ນ, ມີຄະນະຜູ້ແທນຄະນະໜຶ່ງໄດ້ຕາງໜ້າໃຫ້ແກ່ປະຊາຊົນ ເຕີນຈ່າວ ມາອວຍພອນກອງປະຊມໃຫຍ່ ແລະ ທ່ານ ຮ່ວາງງອັກ ໄດ້ມີຄວາມກຽດເປັນສະມາຊິກຂອງຄະນະຜູ້ແທນເຍົາວະຊົນ. ທ່ານເລົ່າສູ່ຟັງວ່າ:

        “ພວກຂ້າພະເຈົ້າແມ່ນຊາວເຜົ່າໄຕ່, ໄລຍະຖືກແອກຄອບຄອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຮູ້ສຶກລຳບາກທີ່ສຸດ. ເມື່ອມີການປະຕິວັດ, ໂດຍໄດ້ຮັບສຶກສາດ້ານຈິດໃຈການປະຕິວັດຈາກ ພັກ, ລຸງໂຮ່, ປະຊາຊົນບັນດາເຜົ່າຂອງພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນຫ້າວຫັນທີ່ສຸດ. ສຸມທຸກກຳລັງເພື່ອຊ່ວຍເຫຼືອການປະຕິວັດ. ມີຫຍັງກໍ່ເອົາໄປສະໜັບສະໜູນ ແລະ ເຮັດການປະຕິວັດ. ລຸງໂຮ່ ຊີ້ນຳຄືແນວໃດ, ພະນັກງານປະຕິວັດບອກແນວໃດພວກຂ້າພະເຈົ້າກໍ່ເຮັດຕາມຄືແນວນັ້ນ.”

        ດ້ວຍຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ແລະ ເດີນຕາມພັກ, ປະຊາຊົນເຕີນຈ່າວ ໄດ້ອຸ່ມສູ່ຊ່ວຍເຫຼືອ, ປົກປ້ອງໃຫ້ແກ່ການປະຕິວັດ, ຮັບປະກັນຄວາມປອດໄພໃຫ້ພັກ, ໃຫ້ແກ່ລຸງໂຮ່, ໃຫ້ແກ່ການປະຕິວັດໃນຊຸມວັນທຳອິດຂອງລຸກຮື້ຂຶ້ນ. ສະຖານທີ່ແຫ່ງນີ້ແມ່ນສູນບັນຊາຂອງການລຸກຮື້ຂຶ້ນຄັ້ງໃຫຍ່ ຍາດເອົາອຳນາດການປົກຄອງໃນທົ່ວປະເທດ, ປະກອບບົດບາດສຳຄັນເຂົ້າໃນຜົນງານຂອງການປະຕິວັດເດືອນສິງຫາອັນຍິ່ງໃຫຍ່ຂອງຊາດ. ສາດສະດາຈານ, ປອ ແມກກວາງຖັ໋ງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢັ້ງຢືນວ່າ, ເພື່ອຍາດໄດ້ໄຊຊະນະເດືອນສິງຫາ, ພັກກອມມູນິດ ຫວຽດນາມ ມີການກະກຽມຢ່າງລະອຽດໃນຕະຫຼອດ 15 ປີຜ່ານມາ:

        “ພວກເຮົາໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ກະກຽມທັງແນວທາງ, ການກຳເນີດຂອງພັກເມື່ອປີ 1930, ນັບທັງການຝຶກຊ້ອມຄັ້ງໃຫຍ່ 1930 – 1931, ເຊິ່ງຈຸດສູງແມ່ນການປະຕິວັດ ໂຊວຽດ - ເງະຕິ໊ງ, ກະກຽມຟື້ນຟູເມື່ອປີ 1931 – 1935, ກະກຽມໃຫ້ຊຸມປີ 1936 – 1939 ແລະ ພິເສດແມ່ນ 1939 – 1945. ກະກຽມຍາດເອົາກາລະໂອກາດດີ, ກຳແໜ້ນສະພາບການປະຕິວັດ, ກະກຽມຫັນທິດຊີ້ນຳຍຸດທະສາດ, ກະກຽມກ່ຽວກັບທຸກດ້ານ, ປຸກລະດົມຂະບວນການ, ປະສານສົມທົບກຳລັງແຮງຂອງຊາດ, ກຳລັງແຮງຈາກສາກົນ. ນັ້ນແມ່ນການກະກຽມທີ່ລະອຽດລະອໍລອບຄອບຖີ່ຖ້ວນ.”

        ຈາກ ເຕີນຈ່າວ, ຄຳສັ່ງລຸກຮື້ຂຶ້ນໃນທົ່ວປະເທດໄດ້ວາງອອກ ແລະ ປະຊາຊົນທຸກຄົນເຫັນດີເຫັນພ້ອມຕອບສະໜອງ. ຕອນເຊົ້າວັນທີ 19 ສິງຫາ, ປະຊາຊົນນັບແສນຄົນໄດ້ພາກັນມາເຕົ້າໂຮມຢູ່ສະໜາມຫຼວງຕໍ່ໜ້າໂຮງລະຄອນໃຫຍ່ຮ່າໂນ້ຍ. ງານໂຮມຊຸມນຸມມິດຕິງກາຍເປັນການແຫ່ຂະບວນປະທ້ວງປະກອບອາວຸດບຸກເຂົ້າ ໄປຢຶດຄອງສຳນັກງານອຳນາດການປົກຄອງພາກເໜືອ, ຄ້າຍທະຫານປ້ອງກັນຄວາມສະຫງົບ ແລະ ບັນດາຮາກຖານຂອງລັດຖະບານຫຸ່ນໃນຄາວນັ້ນ. ສ້າງຂີດໝາຍອັນສະຫງ່າລາສີຂອງປະຫວັດສາດການລຸກຮື້ຂຶ້ນປະຕິວັດເດືອນສິງຫາ.

        ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ ໄດ້ສ້າງບົດຮຽນອັນລ້ຳຄ່າ, ພິເສດແມ່ນບົດຮຽນຖືປະຊາຊົນເປັນກົກ, ສ້າງສາ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແກ່ນສານແມ່ນສະຫະພັນ ກຳມະກອນ -  ຊາວກະສິກອນ - ປັນຍາຊົນ; ບົນພື້ນຖານຜົນປະໂຫຍດ, ຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນເພື່ອຈັດຕັ້ງ, ເຕົ້າໂຮມເຂົາເຈົ້າລຸກຂຶ້ນຕໍ່ສູ້ “ເອົາກຳລັງຂອງເຮົາເພື່ອປົດປ່ອຍໃຫ້ເຮົາ”. ປອ ຍິເລ, ຮອງບັນນາທິການໃຫຍ່ວາລະສານ ກອມມູນິດ ຢັ້ງຢືນວ່າ: ການປະຕິວັດເດືອນສິງຫາ ໄດ້ສ້າງການປະຕິວັດຢ່າງກ້ວາງຂວາງທີ່ບໍ່ເຄີຍມີມາກ່ອນດ້ວຍກຳລັງເຂົ້າຮ່ວມຢ່າງຫຼວງຫຼາຍ, ບໍ່ຈຳແນກຊົນເຜົ່າ, ສາສະໜາ, ຊົນຊັ້ນ:

        “ພາກເໜືອ - ພາກກາງ - ພາກໃຕ້, ທົ່ວປວງຊົນລຸກຮື້ຂຶ້ນ, ຍາດເອົາອຳນາດການປົກຄອງ. ກຳລັງແຮງຂອງຈິດໃຈປະຊາຊົນແມ່ນກຳລັງແຮງທີ່ຊະນະເລີດ. ກ່ອນນີ້ 600 ປີ, ຫງວຽນຈ໋າຍ ໄດ້ເວົ້າວ່າ “ເຮືອລົ້ມຈຶ່ງຮູ້ວ່າກຳລັງແຮງຂອງປະຊາຊົນຄືຄວາມແຮງຂອງນ້ຳ”. ຫຼັງຈາກນັ້ນກ່ວາ 500 ປີ, ປະທານໂຮ່ຈີມິນ ກໍ່ເວົ້າວ່າ “ໃນທ້ອງຟ້າບໍ່ມີສິ່ງໃດເລີດລ້ຳຄືປະຊາຊົນ. ໃນອາວະກາດບໍ່ມີສິ່ງໃດແຂງແຮງຄືກຳລັງແຮງຂອງປະຊາຊົນ”. ນີ້ແມ່ນການປະຕິວັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ແລະ ມັນແມ່ນກົກເຄົ້າຂອງການປະຕິວັດເດືອນສິງຫາ.”

        73 ປີໄດ້ຜ່ານພົ້ນໄປແລ້ວ, ໄຊຊະນະຂອງການປະຕິວັດເດືອນສິງຫາ ໄດ້ສ້າງບົດຮຽນກ່ຽວກັບຄວາມສາມັກຄີ, ຖືປະຊາຊົນເປັນກົກມີຄວາມໝາຍຢ່າງເລິກເຊິ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.