ສະຖານະການ ການເມືອງ

ຂີດ​ໝາຍ​ແນວ​ຄິດ​ປະ​ທານ​ໂຮ່​ຈີ​ມິນ ໃນເສັ້ນ​ທາງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະໃໝ່

ຂີດ​ໝາຍ​ແນວ​ຄິດ​ປະ​ທານ​ໂຮ່​ຈີ​ມິນ ໃນເສັ້ນ​ທາງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະໃໝ່

(VOVWORLD) - ວັນທີ 19 ພຶດສະພາ ແມ່ນວັນຄົບຮອບ 135 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ (19/5/1890 – 19/5/2025). ບໍ່ພຽງແຕ່ແມ່ນການນຳຜູ້ຍິ່ງໃຫຍ່ໃນພາລະກິດປົດປ່ອຍຊາດເທົ່ານັ້ນ, ແນວຄິດ ແລະ ແບບຢ່າງຄຸນສົມບົດຂອງປະທານ ໂຮ່ຈີມິນ ຍັງເປັນພື້ນຖານອັນໝັ້ນແກ່ນໃຫ້ແກ່ອະນາຄົດຂອງປະເທດຊາດອີກດ້ວຍ.

ແກ່ນສານຂອງແນວຄິດໂຮ່ຈີມີນ ແມ່ນຄວາມຄາດຫວັງຍາດໄດ້ເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ, ເພື່ອເປົ້າໝາຍສຸດທ້າຍແມ່ນນຳມາເຊິ່ງຄວາມເສລີພາບ, ຄວາມອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.

ປະທານ ໂຮ່ຈີມິນ (ພາບເອກະສານ: dangcongsan.vn) 

        ແຕ່ລະແຜນນະໂຍບາຍອັນຖືກຕ້ອງຂອງພັກ ລ້ວນແຕ່ສ່ອງແສງການສືບທອດແນວຄິດປະທານ ໂຮ່ຈີມິນ

       ແນວຄິດ ແລະ ແບບຢ່າງຂອງປະທານ ໂຮ່ຈີມິນ ໄດ້ເຍືອງທາງ, ນຳພາຊາດ ຫວຽດນາມ ບັນລຸໄດ້ຫຼາຍຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ. ກ່ຽວກັບດ້ານເສດຖະກິດ, ຫວຽດນາມ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນ. ຈາກປະເທດທຸກຍາກ, ຫຼ້າຫຼັງ, ປັດຈຸບັນ, ລະດັບການເຕີບໂຕ GDP ສະເລ່ຍແຕ່ປີ 1986 – 2023 ບັນລຸໄດ້ປະມານ 6,5 – 7% ຕໍ່ປີ, ນຳ ຫວຽດນາມ ນອນໃນກຸ່ມ 35 ພື້ນຖານເສດຖະກິດແຖວໜ້າໂລກ ແລະ ນອນໃນກຸ່ມ 20 ປະເທດທີ່ມີຂອບຂະໜາດການຄ້າໃຫຍ່ສຸດ. ຫວຽດນາມ ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ປະຊາກອນກວ່າ 100 ລ້ານຄົນເທົ່ານັ້ນ ຫາກຍັງກາຍເປັນປະເທດສົ່ງອອກເຂົ້າ ແລະ ຜະລິດຕະພັນກະເສດຫຼາຍຢ່າງຢືນອັນດັບແຖວໜ້າໃນໂລກ.

        ໃນຂົງເຂດສັງຄົມ, ແນວຄິດ “ຖືປະຊາຊົນເປັນກົກ” ຂອງປະທານ ໂຮ່ຈີມິນ ໄດ້ຮັບການສະແດງອອກຢ່າງຈະແຈ້ງຜ່ານບັນດານະໂຍບາຍຂອງພັກ ກ່ຽວກັບການຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ບັນດາໂຄງການເປົ້າໝາຍແຫ່ງຊາດໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ. ພິເສດ, ແຜນນະໂຍບາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໄດ້ຮັບການຜັນຂະຫຍາຍຢ່າງແຮງໃນທົ່ວປະເທດ, ມຸ່ງໄປເຖິງເປົ້າໝາຍ ຮອດປີ 2025 ບໍ່ປະໃຫ້ປະຊາຊົນຜູ້ໃດຕ້ອງດຳລົງຊີວິດໃນເງື່ອນໄຂຫຍຸ້ງຍາກ, ບໍ່ມີເຮືອນຢູ່.

       ແຫຼ່ງບັນດານໃຈໃຫ້ແກ່ຂະບວນວິວັດແຫ່ງການພັດທະນາປະເທດຊາດໃນຍຸກສະໄໝໃໝ່

        ແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ເປັນແສງສະຫວ່າງເຍືອງທາງໃຫ້ແກ່ໄລຍະຜ່ານມາເທົ່ານັ້ນ, ຫາກຍັງແຜ່ກະຈາຍແຫຼ່ງກຳລັງໃຫ້ແກ່ປັດຈຸບັນ ແລະ ອະນາຄົດພັດທະນາຂອງປະເທດອີກດ້ວຍ.

        ບັນດາຍຸດທະສາດ, ແຜນຜັງພັດທະນາເສດຖະກິດ - ສັງຄົມ ຮອດປີ 2030, ວິໄສທັດຮອດປີ 2045 ຂອງ ຫວຽດນາມ ລ້ວນແຕ່ຖືເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ເປັນຈຸດສຸມ. ນັ້ນແມ່ນຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ຄາວເພິ່ນຍັງມີຊີວິດຢູ່ ກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ວັດທະນາຖາວອນ.  ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:

        “ແນວຄິດປະທານ ໂຮ່ຈີມິນ ຈະເປັນພື້ນຖານສຳຄັນທີ່ສຸດເພື່ອຮັບໃຊ້ໃຫ້ແກ່ພາລະກິດສ້າງສາພັດທະນາປະເທດຊາດ, ປົກປັກຮັກສາປະເທດຊາດນັບແຕ່ນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2045. ນັ້ນກໍແມ່ນວິວັດທະນາການເພື່ອສະໜອງບ່ອນອີງໃຫ້ແກ່ການສ້າງບັນດາເອກະສານກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ, ປະກອບສ່ວນສ້າງທິດສະດີກ່ຽກັບແນວທາງປ່ຽນແປງໃໝ່ໃຫ້ສົມບູນແບບ - ຖືນີ້ແມ່ນພື້ນຖານແນວຄິດຂອງພັກໃນອາຍຸການຈະມາເຖິງ”.

        ໂດຍຮ່ຳຮຽນຕາມແບບຢ່າງປະທານ ໂຮ່ຈີມິນ, ທົ່ວພັກ, ທົ່ວປວງຊົນ ຫວຽດນາມ ໄດ້ຍົກສູງເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອນຳປະເທດຊາດກ້າວເດີນຢ່າງໄວວາ ແລະ ເຂັ້ມແຂງໃນເສັ້ນທາງຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:

        “ການຮ່ຳຮຽນ, ເຮັດຕາມແບບຢ່າງປະທານ ໂຮ່ຈີມິນ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ບໍ່ວ່າໃນສະພາບການໃດກໍຢຶດໝັ້ນກັບເປົ້າໝາຍເອກະລາດແບບຊົນຊາດ ຕິດພັນກັບສັງຄົມນິຍົມ;  ເຈດຈຳນົງອັນແຮງກ້າ “ບໍ່ມີຍັງປະເສີດເລີດລ້ຳກວ່າເອກະລາດອິດສະຫຼະພາບ”; ປັບປຸງ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຢ່າງບໍ່ຢຸດຢັ້ງ ພາຍໃຕ້ການນຳພາຂອງພັກ, ສົມທົບກັບກຳລັງແຮງຂອງຍຸກສະໄໝ, ປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດ 100 ປີ ພາຍໃຕ້ການນຳພາຂອງພັກ, 100 ປີສະຖາປະນາປະເທດ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກແນວໃດກໍຕາມ, ແຕ່ພວກເຮົາກໍຕ້ອງສ້າງປະເທດ ຫວຽດນາມ ທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ສິວິໄລ ໃຫ້ໄດ້”.

        ພັກ ແລະ ລັດ ຫວຽດນາມ ພວມຢຶດໝັ້ນກັບເປົ້າໝາຍພັດທະນາປະເທດຊາດບົນເສັ້ນທາງສັງຄົມນິຍົມ ເຊິ່ງປະທານ ໂຮ່ຈີມິນ ໄດ້ເລືອກເຟັ້ນ, ພ້ອມທັງເດັດດ່ຽວຜັນຂະຫຍາຍບັນດາຂອດບຸກທະລຸຍຸດທະສາດເພື່ອສ້າງບາດລ້ຽວຫັນປ່ຽນຢ່າງຈະແຈ້ງໃນຍຸກສະໄໝໃໝ່. ແຕ່ລະບາດກ້າວຫັນປ່ຽນ ລ້ວນແຕ່ປະຕິບັດຕາມຄວາມມຸ່ງມາດປາດຖະໜາຂອງເພິ່ນທີ່ວ່າ: “ສ້າງປະເທດ ຫວຽດນາມ ໃຫ້ໄດ້ 10 ເທົ່າຄືໃນວັນນີ້”, “ເພື່ອໄປທັນກັບບັນດາປະເທດມະຫາອຳນາດໃນໂລກ”.

        ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ  ແມ່ນພື້ນຖານອັນລ້ຳຄ່າສຳລັບຊາດໃນເສັ້ນທາງພັດທະນາ. ເພິ່ນຍັງປະກົດຕົວຢູ່ໃນວຽກເຮັດ, ງານທຳແຕ່ລະຢ່າງ, ແຕ່ລະໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະ ປັກປັກຮັກສາປະເທດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.