ສະຖານະການ ການເມືອງ

ຄວາມສາມັກຄີສາສະຫນາປະກອບສ່ວນສ້າງກຳລັງແຮງ ຫວຽດນາມ

ຄວາມສາມັກຄີສາສະຫນາປະກອບສ່ວນສ້າງກຳລັງແຮງ ຫວຽດນາມ

(VOVWORLD) -ໃນຊຸມມື້ນີ້ ປະຊາຄົມຊາວຄຼິດ ຢູ່ ຫວຽດນາມ ມີຄວາມປິຕິຊົມຊື່ນກະກຽມຕ້ອນຮັບວັນບຸນ ຄຼິດສະມາດ ເຊິ່ງແມ່ນວັນບຸນສຳຄັນໃນປີ. ໃນໂອກາດນີ້ ເມື່ອລົງອວຍພອນເຂດຊາວຄຼິດຫລາຍແຫ່ງ, ການນຳພັກ, ລັດ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ ລ້ວນແຕ່ຢືນຢັນ ບົດບາດ, ການປະກອບສ່ວນຂອງປະຊາຄົມຊາວຄຼິດໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ການປະກອບສ່ວນຂອງ ປະຊາຄົມຊາວຄຼິດ ພ້ອມກັບບັນດາສາສະຫນາອື່ນ ໄດ້ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມາກຄີທົ່ວປວງຊົນທັງຊາດ, ສ້າງກຳລັງແຮງໃຫ້ ຫວຽດນາມ.

ການຮ່ວມເດີນທາງ, ສະຫນິດຕິດພັນກັບຊາດ ແມ່ນມູນເຊື້ອຂອງບັນດາສາສະຫນາຢູ່ ຫວຽດນາມ. ໃນສະພາບແວດລ້ອມທີ່ມີກົດໝາຍສະເຫມີພາບ, ປະຊາຄົມຊາວຄຼິດ ໄດ້ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ກິດຈະກຳສ້າງສາປະເທດຊາດ.

ປະຊາຄົມຊາວຄຼິດ ມີຄວາມປິຕິຊົມຊື່ນຕ້ອນຮັບວັນບຸນຄຼິດສະມາດ

ເວລາໃກ້ຮອດວັນບຸນຄຼິດສະມາດ ປີ 2023, ຢູ່ ຫລາຍໂບດ, ເຂດຊາວຄຼິດ ກໍ່ຄືຖະຫນົນຫົນທາງຫລາຍສາຍ, ບ່ອນລະຫລິ້ນບັນເທິງຢູ່ ນິງບິ່ງ ກໍ່ມີບັນຍາກາດແມ່ນຟົດຟື້ນທີ່ສຸດ,  ປະຊາຊົນ ແລະນັກທ່ອງທ່ຽວພາກັນມາຢ້ຽມຊົມ, ຖ່າຍຮູບເພື່ອເກັບໄວ້ຮູບພາບສວຍງາມກ່ຽວກັບວັນບຸນຄຼິດສະມາດປອດໄພ, ມີຄວາມຜາສຸກ. ຢູ່ໂບດ ຟາມຢ້ຽມ ໄດ້ຮັບການປະດັບປະດາດ້ວຍສີສັນຫລາກຫລາຍຂອງໄຟແສງສີ ແລະ ເຄື່ອງປະດັບສະເພາະໂອກາດວັນບຸນຄຼິດສະມາດ.                                                                                                                

ໂບດໃຫຍ່ ຢູ່ ຮ່າໂນ້ຍ. ພາບ: VOV5

ຢູ່ ຮ່າໂນ້ຍ, ໃນຊຸມມື້ຜ່ານມາ, ຢູ່ ໂບດໃຫຍ່ ແລະ       ໂບດອື່ນໆໃນຄອນຫລວງ ກໍ່ໄດ້ຕ້ອນຮັບນັກທ່ອງທ່ຽວ ແລະປະຊາຊົນມາຢ້ຽມຊົມໃນໂອກາດນີ້ນັບພັນໆເທື່ອຄົນ. ຢູ່ ຖະຫນົນ ຮ່າງໝ້າ ແມ່ນບ່ອນຂາຍເຄື່ອງປະດັບແກ່ວັນບຸນຄຼິ໌ດສະມາດ ກໍ່ໄດ້ຕ້ອນຮັບແຂກມາຊົມ ແລະຊື້ເຄື່ອງ, ຖ່າຍຮູບທີ່ລະນຶກເປັນຈຳນວນຫລວງຫລາຍໂດຍບໍ່ຫົວຊາຕໍ່ອາກາດພວມຫນາວຈັດ.

  ໃນຂະນະນັ້ນ, ຢູ່ ນະຄອນ ໂຮ່ຈິມີນ ມີຫລາຍບ່ອນທີ່ຄຸ້ນເຄີຍຢູ່ ເຂດໃຈກາງເມືອງຄື: ໂບດ ເຕີນດິ້ງ, ໂບດດຶກບ່າ, ສູນການຄ້າໃຫຍ່ ກໍ່ໄດ້ປະດັບປະດາຢ່າງສວຍງາມຫລາກຫລາຍສີສັນ ແລະ ດຶງດູດປະຊາຊົນ ກໍ່ຄືນັກທ່ອງທ່ຽວມາທ່ຽວຊົມ, ຖ່າຍຮູບເປັນຈຳນວນຫລວງຫລາຍ. ເອື້ອຍ ງອັກກວຽນ, ຢູ່ ເມືອງ 7  ນະຄອນ ໂຮ່ຈິມີນ ແບ່ງປັນວ່າ:                              

“ຂ້າພະເຈົ້າພາລູກ ມາທ່ຽວຊົມຢູ່ ສູນການຄ້າ ເພື່ອເຊື່ອມຕົວກັບບັນຍາກາດຂອງວັນບຸນ ຄຼິດສະມາດ. ຂ້າພະເຈົ້າເຫັນວ່າ ປະຊາຊົນ ແລະ ນັກທ່ອງທ່ຽວມານີ້ເປັນຈຳນວນຫລວງຫລາຍ. ສ່ວນຢູ່ ບ້ານ, ຄອບຄົວຂ້າພະເຈົ້າກໍ່ໄດ້ປະດັບປະດາຕົ້ນແປກ…”

          ຢູ່ ດ່າຫນັງ, ຮ້າງຮ້ານຂາຍເຄື່ອງປະດັບ, ຂອງທີ່ລະນຶກໃນໂອກາດວັນບຸນຄຼິດສະມາດ ກໍ່ໄດ້ວາງຂາຍຫລາຍປະເພດທີ່ງາມຕາ. ປີນີ້ ຜະລິດຕະພັນຮັບໃຊ້ວັນບຸນຄຼິດສະມາດແມ່ນອຸດົມສົມບູນ ມີສີສັນຫລາກຫລາຍ ຈັບໃຈທີ່ສຸດ. ອ້າຍ ໂຮ່ບ໋າວຟຸກ, ຢູ່ ເມືອງເຊີນຈ່າ ນະຄອນ ດ່າຫນັງ ໃຫ້ຮູ້ວ່າ:

          “ປີນີ້ ບັນຍາກາດ Noel ແມ່ນຟົດຟື້ນທີ່ສຸດ, ຂ້າພະເຈົ້າໄປຊື້ຕົ້ນແປກ Noel ມາປະດັບປະດາໃນເຮືອນ ແລະ ຊື້ປະເພດອື່ນໆຕື່ມອີກ. ຂ້າພະເຈົ້າ ຊື້ຂອງຂວັນມອບໃຫ້ທຸກຄົນໃນຄອບຄົວ, ມິຫລາຍປະເພດງາມ ແລະລາຄາກໍ່ເໝາະສົມ.”

ຢືນຢັນບັນດາການປະກອບສ່ວນຂອງບັນດາສາສະຫນາຕໍ່ກັບການພັດທະນາຂອງປະເທດຊາດ

ເມື່ອລົງຢ້ຽມຢາມ ແລະອວຍພອນວັນບຸນຄຼິດສະມາດ ຢູ່ ເຂດຊາວຄິຼດ, ການນຳ ພັກ, ລັດ ຍາມໃດກໍ່ຮັບຮູ້ການເຂົ້າຮ່ວມຢ່າງຕັ້ງຫນ້າຂອງພໍ່ແມ່ປະຊາຊົນ ຊາວຄິຼດ ໃນຂະບວນການແຂ່ງຂັນຮັກຊາດ, ຂະບວນການອອກແຮງງານທຳການຜະລິດຢູ່ທ້ອງຖິ່ນ. ພິເສດ ແມ່ນວຽກງານອຸປະກະລະສັງຄົມ, ວຽກງານການກຸສົນມະນຸດສະທຳ,ການແພດ, ການສຶກສາ..

ກ່າວຄຳເຫັນເມື່ອລົງຢ້ຽມຢາມແລະ ອວຍພອນເຂດຊາວຄິຼິດ ຢູ່ ເຫ້ວ ເມື່ອວັນທີ 14 ທັນວາ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາວ່າ:

“ຂ້າພະເຈົ້າເຫັນວ່າ ພໍ່ແມ່ປະຊາຊົນຊາວຄຼິດ ຢູ່ ເຫ້ວ ໃນໄລຍະຜ່ານມາ ໄດ້ປະຕິບັດຫນ້າທີ່ເຄົາລົບພະເຢຊູ, ຮັກແພງປະຊາຊົນ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ ຢູ່ໃນເຂດ ແລະ ປະເທດຊາດ, ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂຶ້ນ”

         ຄຽງຂ້າງຂົງເຂດເສດຖະກິດ, ດ້ວຍຄວາມຮັບຜິດຊອບ ແມ່ນພົນລະເມືອງ -ສາສະນິກະຊົນ, ຊາວ ຄຼິດ ເວົ້າສະເພາະ ແລະ ພໍ່ແມ່ປະຊາຊົນຜູ້ເຊື່ອຖືສາສະຫນາອື່ນ ເວົ້າລວມ ໄດ້ສ້າງໝາກຜົນໃນຂົງເຂດສະຫວັດດີການສັງຄົມ, ການກຸສົນມະນຸດສະທຳ. ໃນທົ່ວປະເທດມີ ໂຮງຮຽນ 300 ແຫ່ງ ແລະ 2000 ຮາກຖານການສຶກສາຂັ້ນອະນຸບານ, 12 ຮາກຖານສອນວິຊາຊີບ, ກວ່າ 500 ຮາກຖານການແພດ, ຫ້ອງກວດປິ່ນປົວພະຍາດ,113 ຮາກຖານຫນູນຊ່ວຍສັງຄົມ ໂດຍບັນດາອົງການສາສະຫນາສ້າງຕັ້ງ. ບັນດາຮາກຖານນີ້ ໄດ້ປະກອບສ່ວນສຳຄັນໃຫ້ແກ່ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນຊີວິດສັງຄົມ.

          ທີ່ກອງປະຊຸມຄັ້ງທີ 8 (ເດືອນ ຕຸລາ ປີ 2023), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບການສືບຕໍ່ເສີມຂະຫຍາຍມູນເຊື້ອ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງສັນຕິສຸກ. ມະຕິໄດ້ເນັ້ນຫນັກຢ່າງແຮງເຖິງການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ລະຫວ່າງຊາວຄຼິດ ແລະປະຊາຊົນບໍ່ເຊື່ອຖືສາສະຫນາ, ປະຊາຊົນເຊື່ອຖືສາສະຫນາອື່ນ. ຄວາມສາມັກຄີ ການປະກອບສ່ວນຂອງຊາວຄິຼດ ເວົ້າສະເພາະ ແລະ ປະຊາຊົນເຊື່ອຖືສາສະຫນາອື່ນເວົ້າລວມ ໄດ້, ພວມ ແລະ ຈະສ້າງສະພາບແວດລ້ອມແຫ່ງສັນຕິພາບ ເພື່ອພັດທະນາປະເທດຊາດ, ສ້າງກຳລັງແຮງ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.