ສະຖານະການ ການເມືອງ

ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ

ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ

(VOVWORLD) - ຫວຽດນາມ ພວມໃນໂອກາດສະເຫລີມສະຫລອງ 99 ປີແຫ່ງວັນສ້າງຕັ້ງສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 - 21/6/2024). ໃນເກືອບ 1 ສະຕະວັດຜ່ານມາ, ລະບົບສື່ມວນຊົນ ຂອງຫວຽດນາມ ໄດ້ພັດທະນາຢ່າງແຮງ ແມ່ນຊ່ອງເຊື່ອມຕໍ່ລະຫວ່າງອຳນາດການປົກຄອງທຸກຂັ້ນກັບປະຊາຊົນຢ່າງມີປະສິດທິຜົນ, ມຸ່ງໄປເຖິງເປົ້າໝາຍຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສູງສຸດ, ປະກອບສ່ວນຊຸກຍູ້ຄວາມກ້າວຫນ້າຂອງສັງຄົມ. ການພັດທະນາຢ່າງແຮງຂອງລະບົບສື່ມວນຊົນ, ສື່ສານ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມເສລີໃນການປາກເວົ້າ, ຄວາມເສລີດ້ານສື່ມວນຊົນຢູ່ ຫວຽດນາມ.

ການເຄື່ອນໄຫວຂອງ VOV ໃນ ວັນບຸນສື່ມວນຊົນທົ່ວປະເທດປີ 2024. ພາບ: VOV

ໃນໄລຍະເກືອບ 1 ສະຕະວັດຜ່ານມາ, ນັບແຕ່ເມື່ອຫນັງສືພິມ ແທງນຽນ (ຊາວຫນຸ່ມ), ເຊິ່ງແມ່ນຫນັງສືພິມສະບັບທຳອິດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໂດຍຜູ້ນຳ ຫງວຽນອ໊າຍກວັກ ກໍ່ຕັ້ງຂຶ້ນ, ພິມຈຳຫນ່າຍສະບັບທຳອິດ, ກຳລັງສື່ມວນຊົນປະຕິວັດ ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ເປັນການຢັ້ງຢືນໃຫ້ເຫັນບົດບາດສຳຄັນ ແລະ ມີການປະກອບສ່ວນຢ່າງໃຫຍ່ຫລວງໃຫ້ແກ່ພາລະກິດປົດປ່ອຍຊາດກ່ອນນີ້ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດປະຈຸບັນ.

ການພັດທະນາຢ່າງຟົດຟື້ນ

ຕາມການສະຖິຕິຂອງກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ເຫັນວ່າ: ຮອດປີ 2023 ຫວຽດນາມ ມີ 6 ອົງການສື່ມວນຊົນຫລາຍຮູບແບບເປັນຫລັກ, 127 ອົງການສື່ມວນຊົນ, 671 ອົງການວາລະສານ, 72  ວິທະຍຸກະຈາຍສຽງ, ໂທລະພາບ. ບຸກຄະລາກອນເຄື່ອນໄຫວໃນຂົງເຂດສື່ມວນຊົນມີປະມານ 41.000 ຄົນ, ເພີ່ມຂຶ້ນທົບ 6 ເທົ່າເມື່ອທຽບໃສ່ປີ 2000. ເບີ່ງລວມແລ້ວ ສື່ມວນຊົນ ຫວຽດນາມ ໄດ້ມີບາດກ້າວພັດທະນາວ່ອງໄວ ແລະ ເຂັ້ມແຂງ; ທັງເພີ່ມປະເພດສື່ມວນຊົນ, ເພີ່ມຈຳນວນອົງການສື່ມວນຊົນ,  ຈຳນວນຫນັງສືພິມ, ວາລະສານ, ສິ່ງພິມ, ເພີ່ມຈຳນວນພິມຈຳຫນ່າຍ, ຂອບເຂດປົກຄຸມຄື້ນ ແລະ ຈຳນວນນັກຂ່າວ.

ດ້ວຍການຫນູນຊ່ວຍຂອງເຕັກໂນໂລຊີ, ລະບົບສື່ເອເລັກໂຕນິກ ພວມເຄື່ອນໄຫວນັບມື້ນັບເຂັ້ມແຂງ, ສ້າງການກະທົບຕອບຢ່າງຕັ້ງຫນ້າສຳລັບຜູ້ອ່ານ. ພາຍຫລັງ 26 ປີທີ່ເຊື່ອມຕໍ່ອິນເຕີເນັດ ຫວຽດນາມ ໄດ້ມີລະບົບເຕັກໂນໂລຊີໂທລະຄົມມະນາຄົມທີ່ທັນສະໄຫມ ດ້ວຍລະດັບການຊົມໃຊ້ສູງ. ໄລ່ມາຮອດເດືອນກັນຍາປີ 2023, ຫວຽດນາມ ມີ 78 ລ້ານຄົນນຳໃຊ້ອິນເຕີເນັດ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2019. ມາຮອດປະຈຸບັນ ບັນດາອົງການສື່ມວນຊົນ ຫວຽດນາມ ໄດ້ເອົາລົງໃນ media platform ອິນເຕີເນັດ. ບາງອົງການສື່ມວນຊົນໄດ້ນຳຫນ້າ ແລະ ປະສົບຜົນສຳເລັດໃນການໝູນໃຊ້ບັນດາເຕັກໂນໂລຊີພົ້ນເດັ່ນຄື: ປັນຍາປະດິດ (AI), IoT, Cloud, Big Data...ເພື່ອປັບຕົວໃຫ້ເໝາະສົມກັບຍຸກສະໄຫມ, ອົງການສື່ມວນຊົນນັບຮ້ອຍແຫ່ງກໍ່ໄດ້ສ້າງຊ່ອງສື່ມວນຊົນຂອງຕົນຜ່ານສື່ສັງຄົມອອນລາຍຄື: Facebook, Youtube, Tiktok…

ໃນສະພາບການໂລກາພິວັດຄືປະຈຸບັນ, ການຮ່ວມມືສາກົນດ້ານສື່ມວນຊົນ ນັບມື້ນັບພັດທະນາຕາມທິດຮ່ວມມືກັບນາໆຊາດ ແລະ ທຸກຂົງເຂດ. ມີ 40 ກວ່າອົງການສື່ສານສາກົນໃຫຍ່ໃນໂລກ ພວມປະຈຳການຢູ່ ຫວຽດນາມຄື: CNN, Reuters, AP, AFP, Kyodo, ສຳນັກຂ່າວສານ Asia ຂອງ ສ. ເກົາຫລີ, ໜັງສືພິມເສດຖະກິດລາຍວັນ Aju ສ. ເກົາຫລີ,   ສຳນັກຂ່າວສານ Rossiya Segodnya ຂອງລັດເຊຍ..

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກຂ່າວສາກົນທຳການເຄື່ອນໄຫວດ້ານສື່ມວນຊົນ. ແຕ່ລະປີ, ມີນັກຂ່າວ ຫວຽດນາມ ຫລາຍໆຄົນໄດ້ສົ່ງໄປຮຽນ, ແລກປ່ຽນບົດຮຽນປະສົບການວິຊາສະເພາະ, ເຮັດວຽກດ້ານສື່ມວນຊົນຢູ່ຫລາຍປະເທດໃນໂລກ.

ຮັບປະກັນສິດເສລີດ້ານສື່ມວນຊົນ, ສ້າງເງື່ອນໄຂສະດວກໃກ້ແກ່ສື່ມວນຊົນພັດທະນາ.

ຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມ ແລະ ປະຕິບັດຢ່າງເຂັ້ມງວດບັນດາຄຳໝັ້ນສັນຍາຂອງຕົນກ່ຽວກັບສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຕາມກົດບັດຂອງສະຫະປະຊາຊາດ ແລະ ບັນດາດຳລັດ, ສົນທິສັນຍາຂອງສາກົນ, ຂອງພາກພື້ນ ທີ່ກ່ຽວຂ້ອງ.

ລັດຖະບານ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງທີ່ຕັ້ງຫນ້າໃນການຮັບປະກັນສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ. ສິ່ງດັ່ງກ່າວສະແດງໃຫ້ເຫັນລະອຽດໃນລັດຖະທຳມະນູນປີ 2013 ຂອງຫວຽດນາມ ໂດຍກຳນົດສິດທິມະນຸດພື້ນຖານຂອງປະຊາຊົນ ຫວຽດນາມ ຕາມສົນທິສັນຍາສາກົນ.

ຄຽງຄູ່ກັນນັ້ນ ກໍ່ຜັນຂະຫຍາຍປະຕິບັດບັນດາຂໍ້ມາດຕາໃນລັດຖະທຳມະນູນຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງສິດພົນລະເຮືອນດ້ານການເມືອງ, ພິເສດແມ່ນສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ. ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການເຂົ້າເຖິງຂໍ້ມູນປີ 2016. ພ້ອມກັນນັ້ນ ກົດໝາຍວ່າດ້ວຍສື່ມວນຊົນ ຫວຽດນາມປີ 2016 ກໍ່ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບບົດບາດຫນ້າທີ່, ສິດທິຂອງສື່ມວນຊົນ ຫວຽດນາມ ພິເສດແມ່ນສິດໄດ້ເຂົ້າເຖິງຂໍ້ມູນດ້ານສື່ມວນຊົນ.

ນອກນັ້ນ ລັດກໍ່ໄດ້ລະດົມກຳລັງໃຈ, ກຳນົດທິດໃນວິວັດທະນາການຫັນເປັນດິຈີຕອນ, ໝູນໃຊ້ເຕັກໂນໂລຊີໃຫ້ແກ່ສື່ມວນຊົນຢ່າງຈະແຈ້ງ ແລະ ມີການລົງທຶນຢ່າງເໝາະສົມເພື່ອພັດທະນາບັນດາອົງການສື່ມວນຊົນ, ວິທະຍຸໃຫຍ່, ຫລັກແຫລ່ງໃນພື້ນຖານສື່ມວນຊົນ ຫວຽດນາມ.

ຮັບປະກັນສິດເສລີໃນດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ ແມ່ນເປົ້າໝາຍສະເຫມີຕົ້ນສະເຫມີປາຍຂອງພັກ, ລັດ ຫວຽດນາມ ໂດຍໄດ້ຮັບການຢັ້ງຢືນ ແລະ ຮັບປະກັນປະຕິບັດຜ່ານລັດຖະທຳມະນູນ ແລະ ບັນດາຂໍ້ກຳນົດຂອງກົດໝາຍ, ສອດຄ່ອງກັບບັນດາຂໍ້ກຳນົດຂອງສາກົນ. ບັນດາຜົນງານໃນ 99 ປີແຫ່ງການພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສິ່ງນັ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.