ເວທີປາໄສ ເສດຖະກິດ-ສັງຄົມ ຫວຽດນາມ ປີ 2023 ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງໃນວັນທີ 19 ກັນຍາຢູ່ຮ່າໂນ້ຍ. ພາບ:quochoi.vn |
ດ້ວຍຫົວຂໍ້ “ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ”, ເວທີປາໄສ ເສດຖະກິດ-ສັງຄົມ ຫວຽດນາມ ປີ 2023 ໄດ້ຕີລາຄາໂດຍສັງເຂບກ່ຽວກັບກຳລັງແຮງ, ກຳລັງຫນູນພາຍໃນຂອງພື້ນຖານເສດຖະກິດ, ບັນດາປັດໄຈກຳລັງແຮງພາຍນອກທີ່ເກີດຂຶ້ນໃຫມ່ ແລະ ບັນດາມາດຕະການແກ້ໄຂເພື່ອເສີມຂະຫຍາຍປະສິດທິຜົນບັນດາກຳລັງຫນູນນີ້ໃນການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ.
ຍົກສູງກຳລັງຄວາມສາມາດ, ຊຸກຍູ້ກຳລັງຫນູນພາຍໃນຂອງພື້ນຖານເສດຖະກິດ
ບັນດາຜູ້ແທນຖືວ່າ ການພັດທະນາເຂດຜະລິດຂອງພື້ນຖານເສດຖະກິດ, ລວມມີ ເຂດກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ; ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ກະຕຸ້ນຄວາມຕ້ອງການການໃຊ້ສອຍ, ພັດທະນາຕະຫລາດພາຍໃນ ແລະ ຍົກສູງສະມັດຕະພາບແຮງງານ ຈະຍົກສູງກຳລັງຄວາມສາມາດຂອງພື້ນຖານເສດຖະກິດ. ທ່ານ ປອ ຫງວຽນດິ່ງກູງ, ອະດີດຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ຍົກຄຳເຫັນວ່າ:
"ມາດຕະການທີຫນຶ່ງ ພວກເຮົາຕ້ອງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ທີສອງ ຕ້ອງປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົບລ້າງຮົ້ວກີດຂວາງໃຫ້ມີຄວາມສະດວກແກ່ວິສາຫະກິດຢ່າງສຸດຂີດ. ທີສາມ ແມ່ນຊ່ວຍວິສາຫະກິດຫລຸດຜ່ອນລາຍຈ່າຍ, ອັດຕາດອກເບ້ຍ, ພາສີອາກອນ, ຍົກເວັ້ນຄ່າບໍລິການ, ອາກອນ. ບັນດາມາດຕະການນີ້ແມ່ນເພີ່ມການກະຕຸ້ນຄວາມຕ້ອງການໃຊ້ສອຍ ແລະ ນັ້ນກໍ່ແມ່ນຫນຶ່ງໃນບັນດາມາດຕະການຊ່ວຍວິສາຫະກິດ”.
ຄຽງຄູ່ກັນນັ້ນ ຕາມບັນດາຜູ້ແທນແລ້ວ, ແຫລ່ງຊັບພະຍາກອນມະນຸດແມ່ນກຳລັງຫນູນພາຍໃນຫລັກແຫລ່ງຂອງພື້ນຖານເສດຖະກິດ. ສະນັ້ນ ຫວຽດນາມ ຄວນສືບຕໍ່ຍົກສູງຄຸນນະພາບລະບົບການສຶກສາ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການສຶກສາທັກສະອາຊີບ, ເອົາໃຈໃສ່ການລົງທຶນ, ກະກຽມແຫລ່ງຊັບພະຍາກອນມະນຸດດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳກ່ອນບາດກ້າວຫນຶ່ງໃນອະນາຄົດ.
ຍາດແຍ່ງ, ຂຸດຄົ້ນກຳລັງພາຍນອກຢ່າງມີປະສິດທິຜົນ
ຕາມບັນດາຜູ້ແທນແລ້ວ, ຫວຽດນາມ ຄວນເປັນເຈົ້າການໃນການກະກຽມເງື່ອນໄຂທີ່ຈຳເປັນ ແລະ ສົ່ງເສີມ, ດຶງດູດການລົງທຶນໂດຍກົງຂອງຕ່າງປະເທດລຸ້ນໃຫມ່, ບັນດານັກລົງທຶນຍຸດທະສາດ, ພັດທະນາບັນດາຂະແຫນງເສດຖະກິດ, ມີເຕັກໂນໂລຊີທັນສະໄຫມ, ມີແຜນການລົງທຶນໃຫ້ແກ່ການຄົ້ນຄ້ວາ ແລະ ຜັນຂະຫຍາຍ, ມີການເຊື່ອມຕໍ່, ຖ່າຍທອດເຕັກໂນໂລຊີກັບວິສາຫະກິດພາຍໃນປະເທດເພື່ອຍູ້ແຮງການສົ່ງອອກ, ມຸ່ງໄປເຖິງການສົ່ງອອກແບບຍືນຍົງ. ທ່ານ ປະລິຍາໂທ ຫງວຽນຊວນແທ່ງ, ຄູສອນໂຮງຮຽນນະໂຍບາຍສາທາລະນະ ແລະ ການຄຸ້ມຄອງ Fulbright ສະເຫນີວ່າ:
“ບຸລິມະສິດນະໂຍບາຍໃນການຊຸກຍູ້ການຫັນເປັນສີຂຽວ. ນັ້ນບໍ່ພຽງແຕ່ມີການລົງທຶນໂດຍກົງໃຫ້ແກ່ພະລັງງານທົດແທນເທົ່ານັ້ນ ຫາກຍັງລົງທຶນເຂົ້າບັນດາພື້ນຖານໂຄງລ່າງອື່ນໆອີກ. ພວກເຮົາລ້ວນແຕ່ມີຄວາມຫວັງຢ່າງໃຫຍ່ຫລວງຕໍ່ກະແສການລົງທຶນເຂົ້າ ຫວຽດນາມ ຕໍ່ຫນ້າການກະທົບທີ່ຕັ້ງຫນ້າຂອງການຍົກຍ້າຍລະບົບສະຫນອງໄປຍັງບັນດາປະເທດທີ່ມີຄວາມສະຖຽນລະພາບ, ສັນຕິພາບ ແລະ ມີຫລາຍຄູ່ຮ່ວມມື”.
ສ້າງກຳລັງຫນູນການເຕີບໂຕໃຫມ່ໃຫ້ແກ່ພື້ນຖານເສດຖະກິດ
ບັນດາຜູ້ແທນມີຫລາຍຄຳເຫັນປະກອບແກ່ນະໂຍບາຍ, ໃນນັ້ນ ສຸມໃສ່ 5 ກຳລັງຫນູນຕົ້ນຕໍ, ຊື່ງລວມມີ: ຊຸກຍູ້ການຮ່ວມສຳພັນເຂດ, ຟື້ນຟູ ແລະ ການເຕີບໂຕຂອງບັນດາ ຂົງເຂດນຳໜ້າ ພື້ນຖານເສດຖະກິດ. ທີສອງ ພັດທະນາເສດຖະກິດພາກເອກະຊົນ, ວິສາຫະກິດພາຍໃນປະເທດ. ທີສາມ ຍູ້ແຮງເສດຖະກິດດິຈີຕອນ, ເສດຖະກິດສີຂຽວ. ທີສີ່ ປັບປຸງສຳເລັດ ແລະ ຍົກສູງຄຸນນະພາບລະບອບລະບຽບການເສດຖະກິດ. ທີຫ້າ ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນລະບົບມູນຄ່າທົ່ວໂລກ ແລະ ຍົກສູງກຳລັງຄວາມສາມາດເປັນເຈົ້າ, ເພິ່ງຕົນເອງຂອງພື້ນຖານເສດຖະກິດ. ທ່ານ ຫວູຕຽນລົກ, ປະທານ ສູນອານຸຍາໂຕຕຸລາການສາກົນ ຫວຽດນາມ ໃຫ້ຮູ້ວ່າ:
“ການຊຸກຍູ້ເສດຖະກິດພາກເອກະຊົນພັດທະນາ ຍັງຄົງແມ່ນຫນຶ່ງໃນບັນດາຄວາມຮຽກຮ້ອງທີ່ສຳຄັນ. ເລື່ອງປັບປຸງສຳເລັດລະບອບລະບຽບການ, ສ້າງເງື່ອນໄຂສະດວກໃຫ້ແກ່ພາກເອກະຊົນຄວນເອົາໃຈໃສ່ເປັນພິເສດ. ບຸກທະລຸດ້ານລະບອບລະບຽບການແມ່ນວິທີປຸກລຸກແຫລ່ງກຳລັງແຮງທີ່ດີສຸດໃຫ້ແກ່ການພັດທະນາເສດຖະກິດ ຫວຽດນາມ ໃນໄລຍະຈະມາເຖິງ. ກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ, ຂອງບັນດາວິສາຫະກິດ, ແມ່ນຄວາມສາມາດຕ້ານທານ. ຄວາມສາມາດຕ້ານທານຈະແມ່ນກຳລັງແຮງການແກ້ງແຍ່ງຫລັກຂອງພື້ນຖານເສດຖະກິດ ແລະ ຂອງບັນດາວິສາຫະກິດ”.
ສຸດທ້າຍ ບັນດາຜູ້ແທນຖືວ່າ ການປະຕິຮູບ ແລະ ຍົກສູງຄຸນນະພາບລະບອບລະບຽບການດ້ານເສດຖະກິດ ແມ່ນກຳລັງຫນູນບຸກທະລຸຊ່ວຍສ້າງກົນໄກໃຫມ່, ວິທີການເຄື່ອນໄຫວໃຫມ່ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນອັນດູດດຶ່ມ, ໂປ່ງໃສ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງໂລກລະບາດໂຄວິດ 19, ຫວຽດນາມ ນັບມື້ນັບມີຄວາມຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນ, ບົດບາດຕັດສິນຊີ້ຂາດຂອງກຳລັງແຮງພາຍໃນ ແລະ ລັກສະນະເປັນເຈົ້າໃນການພັດທະນາເສດຖະກິດ. ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງຫນູນການເຕີບໂຕ ກໍ່ແມ່ນຄວາມຮຽກຮ້ອງຢ່າງພາວະວິໄສ, ແນ່ນອນ ແລະ ຈຳເປັນຂອງຫວຽດນາມ ໃນໄລຍະພັດທະນາປະຈຸບັນ.







