ສະຖານະການ ການເມືອງ

ສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບໃນສະຫະພັນລັດຖະສະພາໂລກ

ສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບໃນສະຫະພັນລັດຖະສະພາໂລກ

(VOVWORLD) -ແຕ່ວັນທີ 14 – 17 ກັນຍາ, ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກ ຄັ້ງທີ 9 ດ້ວຍຫົວຂໍ້: “ບົດບາດຂອງໄວຫນຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການຫັນເປັນດິຈີຕອນ ແລະ ນະວັດຕະກຳ”. ເຫດການນີ້ ສືບຕໍ່ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງຫນ້າ, ມີຄວາມຮັບຜິດຊອບ, ເປັນເຈົ້າການຂອງ ຫວຽດນາມ ໃນສະຫະພັນລັດຖະສະພາໂລກ (IPU); ພ້ອມທັງສະແດງໃຫ້ເຫັນຄວາມເອົາໃຈໃສ່, ຖືເປັນສຳຄັນຂອງ ຫວຽດນາມ ຕໍ່ຊາວຫນຸ່ມ ແລະ ບັນດາບັນຫາລວມທົ່ວໂລກຂອງໄວຫນຸ່ມປະຈຸບັນ.

ນີ້ແມ່ນເຫດການການພົວພັນຕ່າງປະເທດລັດຖະສະພານາໆຊາດທີ່ສຳຄັນຊື່ງໄດ້ຈັດຂຶ້ນໃນປີນີ້ ບໍ່ພຽງແຕ່ປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດຂອງສະພາແຫ່ງຊາດ ຫວຽດນາມ, ຊື່ງແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນສະຫະພັນລັດຖະສະພາໂລກເທົ່ານັ້ນ ຫາກຍັງແມ່ນບາດກ້າວສືບຕໍ່ຫັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ, ນຳ ຫວຽດນາມ ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ເສີມຂະຫຍາຍບົດບາດຂອງການພົວພັນຕ່າງປະເທດລັດຖະສະພາຢ່າງແຮງກວ່າ

ໃນຊຸມປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຜັນຂະຫຍາຍ ແລະ ເສີມຂະຫຍາຍບົດບາດຂອງການພົວພັນຕ່າງປະເທດລັດຖະສະພາຢ່າງເຂັ້ມແຂງ, ສືບຕໍ່ນຳ ຫວຽດນາມ ເຂົ້າໃກ້ກັບເພື່ອນມິດສາກົນກວ່າ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ພ້ອມກັນມຸ່ງເຖິງອະນາຄົດໃນພື້ນຖານອັນຫນັກແຫນ້ນ ແມ່ນຜົນປະໂຫຍດຂອງປະຊາຊົນ, ການພັດທະນາຢ່າງມີສະຖຽນລະພາບ, ຍືນຍົງຂອງແຕ່ລະປະເທດ.

ການພົວພັນຕ່າງປະເທດຂອງລັດຖະສະພາ ໄດ້ພ້ອມກັບການພົວພັນຕ່າງປະເທດຂອງພັກ, ລັດ, ປະຊາຊົນ, ພ້ອມກັນປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຮັບໃຊ້ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຈຸດເວລານີ້ ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ໄດ້ຫັນຈຸດສຸມມາເປັນການແບ່ງປັນຂໍ້ລິເລີ່ມ, ເສີມຂະຫຍາຍບົດບາດຫລັກແຫລ່ງ, ເປັນເຈົ້າການ, ຕັ້ງຫນ້າຂອງລັດຖະສະພາບັນດາປະເທດ ປະກອບສ່ວນສ້າງ, ປັບປຸງກົດໝາຍ ເພື່ອພ້ອມກັບລັດຖະບານເຂົ້າຮ່ວມການຟື້ນຟູພັດທະນາເສດຖະກິດ ແລະ ແກ້ໄຂບັນດາບັນຫາຂອງພາກພື້ນ ແລະ ໂລກຢ່າງມີປະສິດທິຜົນ.

ຊຸກຍູ້ການປະກອບສ່ວນຂອງບັນດາສະມາຊິກລັດຖະສະພາຫນຸ່ມກວ່າອີກ

ປີ 2010 ມະຕິສະບັບຫນຶ່ງມີລັກສະນະບາດລ້ຽວ ກ່ຽວກັບ “ການເຂົ້າຮ່ວມຂອງຊາວຫນຸ່ມໃນວິວັດທະນາການປະຊາທິປະໄຕ” ໂດຍໄດ້ຮັບຮອງເອົາທີ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາໂລກ (IPU 122). ປີ 2023 ສະຫະພັນລັດຖະສະພາໂລກ ໄດ້ສ້າງຕັ້ງເວທີປາໄສສະມາຊິກລັດຖະສະພາຫນຸ່ມ, ເພື່ອແນໃສ່ເພີ່ມທະວີການເຂົ້າຮ່ວມນັບທັງຈຳນວນ ແລະ ຄຸນນະພາບຂອງຊາວຫນຸ່ມໃນບັນດາລັດຖະສະພາ ແລະ ໃນ  IPU.

ກົນໄກກອງປະຊຸມນີ້ ແມ່ນເຕົ້າໂຮມບັນດາສະມາຊິກລັດຖະສະພາຫນຸ່ມໃນໂລກ ເພື່ອແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມາຮອດປະຈຸບັນ ໄດ້ຜ່ານການຈັດຕັ້ງເປັນ 8 ຄັ້ງແລ້ວ. ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກ ຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງ ຈະດຳເນີນຢູ່ ຮ່າໂນ້ຍ ແຕ່ວັນທີ 14 – 17 ກັນຍາ ໂດຍຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ຢ່າງແຮງໃນສະຫະພັນລັດຖະສະພາໂລກ.

ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍສຽງເວົ້າຂອງໄວຫນຸ່ມໃນການແກ້ໄຂສິ່ງທ້າທາຍທົ່ວໂລກ, ກອງປະຊຸມຄັ້ງນີ້ ຈະສຸມໃສ່ເຂົ້າໃນບົດບາດຂອງໄວຫນຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານການຫັນເປັນດິຈີຕອນ ແລະ ນະວັດຕະກຳ. ນີ້ແມ່ນເນື້ອໃນທີ່ເໝາະສົມກັບທ່າອ່ຽງປະຈຸບັນ ແລະ ໄດ້ຮັບຖືວ່າແມ່ນບຸລິມະສິດຂອງຫລາຍປະເທດ.

ຊຸກຍູ້ບົດບາດຂອງບັນດາສະມາຊິກລັດຖະສະພາຫນຸ່ມຂອງຫວຽດນາມ

ບັນດາສະມາຊິກລັດຖະສະພາຫນຸ່ມຂອງຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນການເຄື່ອນໄຫວພົວພັນຕ່າງປະເທດລັດຖະສະພາ, ປະກອບສ່ວນຢ່າງແທດຈິງຢູ່ບັນດາເວທີປາໄສຫລາຍຝ່າຍ, ສອງຝ່າຍ. ພິເສດ ທີ່ກອງປະຊຸມຄັ້ງທີ 41 ຂອງສະມັດຊາໃຫຍ່ ລັດຖະສະພາອາຊີຕາເວັນອອກສ່ຽງໃຕ້, ສະພາແຫ່ງຊາດ ຫວຽດນາມ ເປັນຄັ້ງທຳອິດ ໄດ້ຍົກອອກຂໍ້ລິເລີ່ມຈັດຕັ້ງກອງປະຊຸມບໍ່ເປັນທາງການຂອງສະມາຊິກລັດຖະສະພາຫນຸ່ມ AIPA. ຂໍ້ລິເລີ່ມນີ້ໄດ້ຮັບຄວາມເຫັນດີເຫັນພ້ອມສູງ ແລະ ກໍ່ແມ່ນຂີດໝາຍປະຫວັດສາດທີ່ສຳຄັນໃນການສ້າງກົນໄກກອງປະຊຸມສະຫງວນໃຫ້ແກ່ສະມາຊິກລັດຖະສະພາຫນຸ່ມ.

ໃນສະພາບການໂລກາພິວັດທີ່ດຳເນີນຢ່າງເຂັ້ມແຂງ, ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກ ຄັ້ງທີ 9 ສືບຕໍ່ປະກອບສ່ວນພັດທະນາເຄືອຂ່າຍ, ຄວາມສາມັກຄີ ແລະ ຍົກສູງກຳລັງຄວາມສາມາດ, ເປີດກວ້າງວິທີສຳຜັດຂອງຊາວຫນຸ່ມ, ສະມາຊິກລັດຖະສະພາຫນຸ່ມສຳລັບບັນຫາທົ່ວໂລກ ພ້ອມທັງປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍຂອງຫວຽດນາມໃນປີນີ້. ຜ່ານກອງປະຊຸມ, ບັນດາສະມາຊິກລັດຖະສະພາຫນຸ່ມ ຫວຽດນາມ ດ້ວຍຄວາມເກັ່ງກ້າສາມາດ, ພູມປັນຍາ ແລະ ຄວາມຮັບຜິດຊອບ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າເພື່ອຫັນເປົ້າໝາຍ ເພື່ອສະພາແຫ່ງຊາດຫວຽດນາມ ແລະ ເພື່ອສະຫະພັນລັດຖະສະພາ ມີການປ່ຽນແປງໃຫມ່ ແລະ ມີຄວາມຮັບຜິດຊອບສຳລັບບັນດາບັນຫາ ທີ່ໄດ້ ແລະ ພວມເກີດຂຶ້ນໃນທົ່ວໂລກໃຫ້ປະກົດຜົນເປັນຈິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.