ສະຖານະການ ການເມືອງ

ສຸມໃສ່ພິຈາລະນາ, ຕັດສິນແຜນຮ່າງສຳຄັນ 3 ສະບັບ

ສຸມໃສ່ພິຈາລະນາ, ຕັດສິນແຜນຮ່າງສຳຄັນ 3 ສະບັບ

(VOVWORLD) -ກ່ອນອື່ນໝົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນການເຕີບໂຫຍ່ຂະຫຍາຍຕົວ, ການພັດທະນາຂອງຖັນແຖວພະນັກງານ ແລະ ບັນດາຈຸດທີ່ດີໃນວຽກງານພະນັກງານ ແມ່ນປັດໄຈຫຼັກແຫຼ່ງ, ຕັດສິນຊີ້ຂາດສ້າງເປັນຜົນງານຍິ່ງໃຫຍ່ຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່ປະເທດຊາດ.

ກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ຊຸດທີ 12) ພວມດຳເນີນຢູ່ ຮ່າໂນ້ຍ, ໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນກ່ຽວກັບເນື້ອໃນຕ່າງໆຄື: ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ; ການປະຕິຮູບນະໂຍບາຍເງິນເດືອນ; ປະຕິຮູບນະໂຍບາຍປະກັນສັງຄົມ;  ແລະ ບາງບັນຫາສຳຄັນອື່ນໆ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ກ່າວຄຳປາໄສໃນພິທີໄຂໄດ້ເນັ້ນໜັກເຖິງບັນດາບັນຫາທີ່ມີລັກສະນະເຈາະຈິ້ມກ່ຽວກັບບັນດາບັນຫາດັ່ງກ່າວ.

 ກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ຊຸດທີ 12)

        ກ່ອນອື່ນໝົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນການເຕີບໂຫຍ່ຂະຫຍາຍຕົວ, ການພັດທະນາຂອງຖັນແຖວພະນັກງານ ແລະ ບັນດາຈຸດທີ່ດີໃນວຽກງານພະນັກງານ ແມ່ນປັດໄຈຫຼັກແຫຼ່ງ, ຕັດສິນຊີ້ຂາດສ້າງເປັນຜົນງານຍິ່ງໃຫຍ່ຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່ປະເທດຊາດ.

        ສະໄໝໃດ, ຂະບວນການໃດ ແມ່ນພະນັກງານນັ້ນ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຄັດສະເໜີຄວາມຮຽກຮ້ອງຕ້ອງການຂອງມະຕິກອງປະຊຸມໃຫຍ່ຊຸດທີ 12 ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບວຽກງານພະນັກງານ, ຕາມນັ້ນແລ້ວ ຕ້ອງສຸມໃສ່ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຂັ້ນຍຸດທະສາດ, ມີຄຸນນະທາດ, ກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບລະດັບໜ້າທີ່ວຽກງານ ຖືກຕາມຈິດໃຈ “ສະໄໝໃດ, ຂະບວນການໃດ ແມ່ນພະນັກງານນັ້ນ”. ດັ່ງນັ້ນ, ຄະນະເລຂາສູນກາງພັກ ໄດ້ສ້າງຕັ້ງຄະນະຊີ້ນຳສ້າງແຜນຮ່າງເພື່ອປະຕິບັດໜ້າທີ່ກອງປະຊຸມໃຫຍ່ຊຸດທີ 12, ດຳເນີນການສະຫລຸບ 20 ປີ (1997 - 2017) ປະຕິບັດມະຕິສູນກາງພັກຄັ້ງທີ 3 ຊຸດທີ 12 ກ່ຽວກັບ “ຍຸດທະສາດພະນັກງານໃນສະໄໝຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”, ບົນພື້ນຖານນັ້ນ ສ້າງແຜນຮ່າງ ແລະ ຮ່າງມະຕິເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງນີ້. ທ່ານເລຂາທິການໃຫຍ່ສະເໜີວ່າ ສູນກາງຕ້ອງຕອບໃຫ້ໄດ້ຄຳຖາມທີ່ວ່າ ເປັນຫຍັງ 20 ປີຜ່ານມາ, ພິເສດແມ່ນຊຸມປີມໍ່ໆມານີ້ ເຖິງວ່າພັກກອມມູນິດ ຫວຽດນາມ ມີຫລາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບວຽກງານພະນັກງານ ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນກໍ່ຕາມ ແຕ່ໃນການປະຕິບັດຍັງມີຂໍ້ຂາດຕົກບົກຜ່ອງ ແລະ ປະສິດທິຜົນຍັງຕ່ຳຢູ່.

        “ໄຈ້ແຍກ, ຄາດຄະເນສະພາບການພາຍໃນປະເທດ ແລະ ສາກົນໃນໄລຍະຈະມາເຖິງ; ກຳນົດຢ່າງຈະແຈ້ງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃໝ່, ສະພາບການໃໝ່, ເປັນຕົ້ນແມ່ນບັນດາປັດໄຈມີຜົນກະທົບ, ທັງດ້ານຕັ້ງໜ້າ ທັງດ້ານຫຍໍ້ທໍ້ຕໍ່ພະນັກງານ ແລະ ວຽກງານພະນັກງານ. ຈາກນັ້ນ ລົງເລິກເຂົ້າໃນການປຶກສາຫາລື, ເຮັດແຈ້ງ, ສ້າງຄວາມເຫັນດີເປັນເອກະພາບກ່ຽວກັບທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍໃນສະເພາະໜ້າ ກໍ່ຄືຍາວນານ ແລະ ບັນດາໜ້າທີ່, ມາດຕະການໃຫຍ່, ມີລັກສະນະບຸກທະລຸທີ່ມີຄວາມເປັນໄປໄດ້ສູງ ເພື່ອແກ້ໄຂບັນດາການຈຳກັດຢ່າງເຖິງຖອງ, ປະຕິບັດວຽກງານພະນັກງານໃຫ້ດີກ່ວາອີກ, ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດມີຄຸນນະທາດ, ກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບລະດັບໜ້າທີ່ວຽກງານ”

        ປະຕິຮູບນະໂຍບາຍເງິນເດືອນໂດຍພື້ນຖານ

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊີ້ແຈ້ງນະໂຍບາຍເງິນເດືອນແມ່ນພາກສ່ວນໜຶ່ງສຳຄັນທີ່ສຸດ, ມີການພົວພັນຢ່າງແໜ້ນແຟ້ນກັບບັນດານະໂຍບາຍອື່ນໆ ໃນລະບົບນະໂຍບາຍເສດຖະກິດ - ສັງຄົມ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ ຮອດຈຸດເວລາທີ່ ຫວຽດນາມ ຕ້ອງດຳເນີນການປະຕິຮູບນະໂຍບາຍເງິນເດືອນໂດຍພື້ນຖານ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວວ່າ:

        “ເຫັນດີເປັນເອກະພາບສະຕິຄວາມຮັບຮູ້ກ່ຽວກັບຄວາມຈຳເປັນ, ລັກສະນະຮີບດ່ວນ ແລະ ລັກສະນະເປັນໄປໄດ້ຂອງເລື່ອງດຳເນີນການປະຕິຮູບນະໂຍບາຍເງິນເດືອນໃນຄັ້ງນີ້; ກຳນົດແຈ້ງທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍສັງລວມ ແລະ ເປົ້າໝາຍລະອຽດໃຫ້ແກ່ແຕ່ລະໄລຍະ; ບັນດານະໂຍບາຍ, ມາດຕະການ, ເປັນຕົ້ນແມ່ນບັນດານະໂຍບາຍ, ມາດຕະການມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ສູງ ເພື່ອແກ້ໄຂບັນດາສິ່ງຈຳກັດ, ຂາດຕົກບົກຜ່ອງໃນປັດຈຸບັນໂດຍໄວ, ຮັບປະກັນໃຫ້ການປະຕິຮູບເງິນເດືອນໃນຄັ້ງນີ້ ສ້າງໄດ້ບຸກທະລຸໃນລະບອບແຈກຢາຍຢ່າງແທ້ຈິງ, ສ້າງກຳລັງໜູນໃຫ້ແກ່ຄົນງານ ແລະ ພື້ນຖານເສດຖະກິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງຄວາມສາມາດແກ່ງແຍ້ງກັນ ”

        ມຸ່ງໄປເຖິງເປົ້າໝາຍປະກັນສັງຄົມໃຫ້ທົ່ວປວງຊົນ

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງສະເໜີສູນກາງພັກ ສະຫລຸບໂດຍພຶດຕິກຳຕົວຈິງ ແລະ ໄຈ້ແຍກ, ຄາດຄະເນຢ່າງວິທະຍາສາດ, ດ້ວຍວິໄສທັດໄກກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ແລະ ລາຍຮັບຂອງປະຊາຊົນໃນໄລຍະກາງ ແລະ ຍາວ, ແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ມາດຕະການ ສືບຕໍ່ຍູ້ແຮງການປ່ຽນແປງໃໝ່, ເຮັດສຳເລັດນະໂຍບາຍປະກັນສັງຄົມໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວວ່າ:

        “ສຸມໃສ່ກຳນົດ, ເຮັດແຈ້ງບັນດາທັດສະນະ, ເປົ້າໝາຍປ່ຽນແປງໃໝ່; ເນື້ອໃນປະຕິຮູບ, ເປັນຕົ້ນແມ່ນບັນດາບັນຫາຄື: ເປີດກ້ວາງຂອບເຂດນຳໃຊ້ປະກັນສັງຄົມ, ມຸ່ງໄປເຖິງເປົ້າໝາຍປະກັນສັງຄົມໃນທົ່ວປວງຊົນ; ຮັບປະກັນຄວາມດຸ່ນດ່ຽງການເງິນປະກັນສັງຄົມໃນໄລຍະຍາວ; ດັດປັບອາຍຸກະສຽນພັກບຳນານໃຫ້ເໝາະສົມກັບສະພາບການໃໝ່; ເພີ່ມທະວີການຮ່ວມສຳພັນ ແລະ ໜູນຊ່ວຍລະຫວ່າງບັນດານະໂຍບາຍປະກັນສັງຄົມ; ສືບທອດ ແລະ ພັດທະນາຫຼັກການດັດປັບເງິນບຳນານໃຫ້ເໝາະສົມກັບເງິນເດືອນຂອງຜູ້ທີ່ພວມເຮັດວຽກ; ຫຍໍ້ເງື່ອນໄຂຂອງເວລາເຂົ້າຮ່ວມປະກັນສັງຄົມ ເພື່ອໄດ້ຮັບເງິນບຳນານ…”

        ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ, ກອງປະຊຸມສູນກາງພັກຄັ້ງນີ້ ດຳເນີນກົງກັບໄລຍະກາງຂອງອາຍຸການຊຸດທີ 12, ໃນສະພາວະພາລະກິດປ່ຽນແປງໃໝ່ປະເທດຊາດ ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍບັນດາກາລະໂອກາດ, ສະພາບການໃໝ່, ດີງາມກ່ວາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີບັນດາກຳມະການສູນກາງພັກເຂົ້າຮ່ວມກອງປະຊຸມ ຈົ່ງເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຢ່າງສູງສຸດ, ສຸມໃສ່ຄົ້ນຄວ້າ, ປຶກສາຫາລືລະອຽດ, ປະກອບຄຳຄິດເຫັນ ເພື່ອປັບປຸງບັນດາບົດລາຍງານ, ແຜນຮ່າງ ແລະ ພິຈາລະນາ, ຕັດສິນໃນຕອນທ້າຍກອງປະຊຸມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.